ຂໍຂອບໃຈນຳຜູ້ສະໜັບສະໜູນ

ທ່ານ ອາລຸນ ບຸນຍົງ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຢືນຢັນຕໍ່ຜູ້ສື່ຂ່າວ ທຫລ ໃນວັນທີ 6 ກຸມພາ 2019 ນີ້ວ່າ: ໃນປີ 2018 ກົມຄຸ້ມຄອງສະຖາບັນການເງິນ ໄດ້ຢຸດຕິຊົ່ວຄາວໃນການອອກອະນຸຍາດ ໃຫ້ສ້າງຕັ້ງສະຖາບັນການເງິນຈຸລະພາກຂຶ້ນໃໝ່, ແຕ່ສະຖາບັນການເງິນຈຸລະພາກ ທີ່ໄດ້ຮັບອະນຸຍາດໃຫ້ເຄື່ອນໄຫວກ່ອນໜ້ານີ້ ກໍມີຄວາມເຕີບໃຫຍ່ເຂັ້ມແຂງຂຶ້ນໃນຫລາຍດ້ານ. 

ປັດຈຸບັນ ສະຖາບັນການເງິນຈຸລະພາກທີ່ຈົດທະບຽນ ຢູ່ພາຍໃຕ້ການຄຸ້ມຄອງຂອງກົມຄຸ້ມຄອງສະຖາບັນການເງິນມີທັງໝົດ 185 ແຫ່ງ ໃນນີ້ມີສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ (ສກຈຮ) 20 ແຫ່ງ, ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ (ສກຈບ) 77 ແຫ່ງ, ສະຫະກອນສິນເຊື່ອແລະ ເງິນຝາກປະຢັດ (ສສງ) 27 ແຫ່ງ, ບໍລິສັດເຊົ່າສິນເຊື່ອ 29 ແຫ່ງ, ໂຮງຊວດຈໍາ 27 ແຫ່ງ ແລະ ບໍລິສັດໂອນເງິນດ່ວນ 5 ແຫ່ງ.

ທີ່​ມາ: ຂ​ປ​ລ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 18

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້