Monday, May 19, 2025
Kbank Laos โอน รับ จ่าย

ພາກລັດ ເລັ່ງປັບປຸງຄວາມສະດວກໃນການດໍາເນີນທຸລະກິດແລະການຯຢູ່ ລາວ


ກອງປະຊຸມປັບປຸງຄວາມສະດວກໃນການດໍາເນີນທຸລະກິດ ແລະການລົງທຶນຢູ່ ສປປ ລາວ ຕາມຄໍາສັ່ງເລກທີ 02/ນຍ, ໄດ້ຈັດຂຶ້ນໃນວັນທີ 7 ກຸມພາ 2019 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄໍາລຽນ ພົນເສນາ ຮອງລົດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີທ່ານ ນິໂຄລາ ພອນທາຣາ ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ, ທ່ານນາງ ວາລີ ເວດຊະພົງ ຮອງປະທານສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວ, ມີບັນດາພະນັກງານຂັ້ນສູນກາງ, ບໍລິສັດທີ່ປຶກສາ, ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະຊ່ຽວຊານ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄໍາລຽນ ພົນເສນາ ກ່າວວ່າ: ການຈັດກອງປະຊຸມຄັ້ງນີ້ ເພື່ອຮັບຟັງການລາຍງານກ່ຽວ ກັບລະບຽບການ ແລະນິຕິກໍາຕ່າງໆ ທີ່ໄດ້ຮັບການປັບປຸງເພື່ອອໍານວຍຄວາມສະດວກແກ່ການດໍາເນີນທຸລະກິດຢູ່ ສປປ ລາວ ຕາມຄໍາສັ່ງເລກທີ່ 02/ນຍ. ເປັນຕົ້ນດໍາລັດວ່າດ້ວຍການຮັບຮອງເອົາບັນຊີກິດຈະການຄວບຄຸມ ແລະກິດຈະການສໍາປະທານຂອງ ສປປ ລາວ, ສະບັບເລກທີ 03/ນຍ ລົງວັນທີ 10 ມັງກອນ 2019 ທີ່ຈະອໍານວຍຄວາມສະດວກໃຫ້ແກ່ການອະນຸຍາດລົງທຶນໃຫ້ສະດວກ ແລະໄວຂຶ້ນ, ບົດແນ່ນໍາວ່າດ້ວຍການໃຫ້ນະໂຍບາຍສົ່ງ ເສີມການລົງທຶນດ້ານພາສີ ແລະອາກອນມູນຄ່າເພີມສໍາລັບແຜນນໍາເຂົ້າຂອງວິສາຫະກິດ, ສະບັບເລກທີ 01/ຄລທ.ສ, ລົງວັນທີ 02 ມັງກອນ 2019 ຈະເຮັດໃຫ້ການຜ່ານແຜນນໍາເຂົ້າແຜນປະຈໍາປີໃຫ້ຮັດກຸມກວ່າເກົ່າ ແຕ່ສະດວກວ່ອງໄວ ແລະໂປ່ງໃສ. ນອກນັ້ນຍັງມີການປັບປຸງອື່ນໆເປັນຕົ້ນ: ການອອກເລກປະຈໍາຕົວຜູ້ທີ່ເສຍອາກອນພ້ອມກັບໃຜທະບຽນວິສາ ຫະກິດ, ການຍົກເລີກໃບອະນຸຍາດຄວັດກາປະທັບ ແລະບໍ່ມີຂັ້ນຕອນຂໍອະນຸຍາດນໍາໃຊ້ກາປະທັບອີກ. ພ້ອມນີ້, ລັດຖະບານຍັງຈະສືບຕໍ່ຄົ້ນຄ້ວາປັບປຸງ ແລະອອກລະບຽບການຕ່າງໆທີ່ຈໍາເປັນ ເພື່ອເຮັດໃຫ້ການດໍາເນີນທຸລະກິດມີຄວາມສະດວກ.

ໃນກອງປະຊຸມຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ໂດຍສະເພາະບັນດາບໍລິສັດທີ່ປຶກສາ, ຊ່ຽວ ຊານ ແລະບາງຂະແໜງການຂອງລັດ ໃນນາມເປັນກຸ່ມເປົ້າໝາຍຜູ້ຕອບແບບສອບຖາມຂອງກຸ່ມທະນາຄານໂລກ ໃຫ້ເອົາໃຈໃສ່ການຄົ້ນຄ້ວາແບບສອບຖາມ ແລະຂໍ້ສົມມຸດຖານຂອງກໍລະນີສຶກສາຂອງກຸ່ມທະນາຄານໂລກຢ່າງລະອຽດວ່າເຂົາປະເມີນແນວໃດແທ້ເພື່ອຮັບປະກັນການຕອບໃຫ້ຖືກເປົ້າໝາຍ ສໍາລັບແຜນສອບຖາມເພື່ອເຮັດການປະເມີນຂອງປີ 2019 ທີ່ຈະແຈກຢາຍໃນເດືອນ ກຸມພາ 2019 ນີ້.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້