Wednesday, July 9, 2025
Kbank Laos โอน รับ จ่าย

ບໍ່​ລືມ​ພະ​ຄຸນ! ນະ​ຄອນ​ຫຼວງ ມອບເງິນນະໂຍບາຍໃຫ້ຜູ້ທີ່ມີຜົນງານຕໍ່ປະເທດຊາດ

ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ຈັດພິທີມອບ-ຮັບເງິນນະໂຍບາຍ ໃຫ້ແກ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີ ຕໍ່ປະເທດຊາດ ປະຈໍາປີ 2019 ຂຶ້ນ ໂດຍມີ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນວ ຜູ້ຊີ້ນໍາຂົງເຂດວັດທະນະທໍາ ສັງຄົມ ທ່ານນາງ ລໍາພອຍ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນວ ມີຜູ້ຕາງໜ້າກົມນະໂຍບາຍ ຮອງເຈົ້າເມືອງ ຄະນະກໍາມະການຄົ້ນຄວ້ານະໂຍບາຍ ຫົວໜ້າຫ້ອງການ ແຮງງານເມືອງ ແລະ ພະນັກງານປະຕິວັດອາວຸໂສ ເຂົ້າຮ່ວມ.

ສໍາລັບການປະຕິບັດນະໂຍບາຍຄັ້ງນີ້ ແມ່ນ 6 ເດືອນຕົ້ນປີ 2018-2019 ນະໂຍບາຍອຸດໜູນເສຍ ສະຫຼະຊີວິດຍ້ອນການສູ້ຮົບ ແລະ ຮັບໃຊ້ສູ້ຮົບ ຈໍານວນ 27 ທ່ານ ເປັນຍິງ 2 ທ່ານ ຈໍານວນເງິນທັງ ໝົດ 608.145.600 ກີບ ແລະ ນະໂຍບາຍເງິນອຸດໜູນນັກຮົບແຂ່ງຂັນ 1 ທ່ານ ຈໍານວນ 10 ລ້ານກີບ.

ທ່ານ ນາງ ລໍາພອຍ ສີອັກຄະຈັນ ກ່າວວ່າ: ເຖິງມູນຄ່າເງິນຈະໜ້ອຍບໍ່ສົມຄູ່ກັບຜົນງານ ແຕ່ຂໍໃຫ້ບັນ ດາທ່ານເຂົ້າໃຈວ່າອັນນີ້ ແມ່ນນໍ້າຈິດ-ນໍ້າໃຈຂອງພັກ-ລັດ ເວົ້າລວມ ເວົ້າສະເພາະ ຂອງຮຸ່ນນ້ອງ ຮຸ່ນລູກ ຫຼານຜູ້ສືບທອດພາລະກິດ ຂອງບັນດາທ່ານທີ່ຍັງເປັນຫ່ວງເປັນໃຍ ຍັງຈົດຈໍາບຸນຄຸນຂອງບັນດາທ່ານ ໄວ້ບໍ່ມີວັນຈະຫຼົງລືມໄດ້.

ທີ່​ມາ: ວຽງຈັນ​ໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.