Thursday, January 23, 2025

​ຈັດ​ອັນ​ດັບ! ການສໍ້ລາດບັງຫຼວງຂອງລາວຍັງບໍ່ດີຂຶ້ນ!

​ຮູບ​ປະ​ກອບ

ການສໍ້ລາດບັງຫຼວງ ແມ່ນບັນຫາທີ່ສຳຄັນລັດຖະບານເຮົາກຳລັງເອົາໃຈໃສ່ຢ່າງຈິງຈັງ ແຕ່ເຖິງປານນັ້ນກໍຕາມ ການຈັດລຳດັບຂອງ 180 ປະເທດທົ່ວໂລກ ກ່ຽວກັບການສໍ້ລາດບັງຫຼວງນັ້ນເຫັນວ່າ ສປປລາວ ເຮົາຍັງມີລຳດັບທີ່ບໍ່ດີຂຶ້ນພໍເທົ່າໃດ ເມື່ອທຽບໃສ່ປີຜ່ານມາ.

ພວກເຮົາຍອມຮັບວ່າ ບັນຫາການສໍລາດບັງຫຼວງແມ່ນໄດ້ແຜ່ກະຈາຍໄປທົ່ວທຸກຫົນແຫ່ງຂອງໂລກ ທີ່ບໍ່ສະເພາະແຕ່ ສປປລາວ ເຊິ່ງສະແດງອອກຈະແຈ້ງວ່າ ໃນປີນີ້ ບັນດາປະເທດທີ່ໄດ້ຮັບການສຳຫຼວດນັ້ນ ແມ່ນບໍ່ມີປະເທດໃດເລີຍທີ່ປອດຈາກການສໍ້ລາດບັງຫຼວງ.

ອີງຕາມຂໍ້ມູນຂອງອົງການ ການສົ່ງເສີມ ຄວາມໂປ່ງໃສສາກົນ ໃຫ້ຮູ້ວ່າ ໃນປີ 2018 ປະເທດທີ່ໄດ້ຮັບຄະແນນສູງສຸດແມ່ນ ປະເທດເດັນມາກ (ຄະແນນ 88/100) ແລະ ປະເທດນິວຊີແລນ (ຄະແນນ 87/100) ແລະປະເທດທີ່ມີຄະແນນຕໍ່າສຸດກໍແມ່ນ ໂຊມາລີ (10/100), ຊູດັ່ງໃຕ້ ແລະ ຊີຣີ (ຄະແນນເທົ່າກັນ 13/100) ແລະຄະແນນສະເລ່ຍທົ່ວໂລກ ແມ່ນ 43/100 ເຊິ່ງອີກ 7 ຄະແນນພວກເຮົາກໍພາກັນເສັງຜ່ານແລ້ວ.

ສຳລັບ ສປປລາວ ແມ່ນໄດ້ຄະແນນ 29/100 ແລະຖືກຈັດຢູ່ລຳດັບທີ 132 ໃນຈໍານວນ 180 ຂອງໂລກ ເຊິ່ງລຳດັບນັ້ນເຫັນວ່າ ສປປລາວ ດີຂຶ້ນມາ 2 ລຳດັບ ຖ້າທຽບໃສ່ ເມື່ອປີຜ່ານມາ (2017) ຄືໄດ້ຄະແນນ 29/100 ແຕ່ລຳດັບ ແມ່ນທີ 135 ໂລກ. ໃນພາກພື້ນນີ້ ລາວເຮົາມີຄະແນນຫຼາຍກວ່າ ປະເທດກຳປູເຈຍ ແລະ ເທົ່າກັນກັບ ມຽນມາ ເຊິ່ງເຫັນວ່າຄະແນນທີ່ໄດ້ຂອງ ສປປລາວ ແມ່ນຕໍ່າກວ່າຄ່າສະເລ່ຍ ຂອງໂລກຫຼາຍ.

ຮູບ​ປະ​ກອບ

ພວກເຮົາຍອມຮັບວ່າ ບັນຫາການສໍ້ລາດບັງຫຼວງໃນ ສປປລາວ ຍັງແຜ່ຫຼາຍ, ເມື່ອປີຜ່ານມາ ອົງການກວດສອບ ສາມາດພົບເຫັນບັນຫາການສໍ້ລາດບັງຫຼວງຫຼາຍຕື້ກີບ, ພ້ອມນັ້ນ ພວກເຮົາກໍຍັງຍອມຮັບອີກວ່າ ການຈັດຕັ້ງປະຕິບັດໜ້າທີ່ຂອງ ອົງການດັ່ງກ່າວຍັງມີສິ່ງທ້າທາຍຫຼາຍອັນ ໂດຍສະເພາະ ຂາດການຮ່ວມມືທີ່ດີຈາກພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະ ບັນດາພາກສ່ວນທີ່ເປັນເປົ້າໝາຍການກວດສອບ. ໃນຂໍ້ຈຳກັດດ້ານນີ້ ພວກເຮົາກໍເຫັນວ່າ ການປາບປາມ ການສໍ້ລາດບັງຫຼວງ ຍັງບໍ່ງ່າຍໃນປະເທດເຮົາ.

ແຕ່ເຖິງຢ່າງໃດກໍຕາມ, ເມື່ອປີຜ່ານມາ ລັດຖະບານ ກໍໄດ້ເລີ່ມມີການໃສ່ລະບຽບວິໄນ ແກ່ຜູ້ທີ່ມີສ່ວນພົວພັນກັບການສໍ້ລາດບັງຫຼວງຫຼາຍຂຶ້ນ ໂດສະເພາະ ບັນດາພະນັກງານລັດ ທີ່ສວຍໃຊ້ສິດໜ້າທີ່ຂອງຕົນໄປໃນທາງທີ່ຜິດ ເຊັ່ນ ເມື່ອເດືອນ ກັນຍາ 2018 ກະຊວງການເງິນໄດ້ປະກາດລາຍຊື່ ບັນດາຜູ້ທີ່ມີສ່ວນພົວພັນ ກັບການສໍ້ລາດບັງຫຼວງ 8 ຄົນ ໂດຍຖືກລຶບຊື່ອອກຈາກ ການເປັນລັດຖະກອນ ຢ່າງຖາວອນ.

ຈາກຄຳເຫັນຂອງຊ່ຽວຊານອົງການສົ່ງເສີມຄວາມໂປ່ງໃສສາກົນໃຫ້ ຮູ້ວ່າ ການຈຳກັດການ ສໍ້ລາດບັງຫຼວງໄດ້ດີແມ່ນ ປະກອບໄປດ້ວຍ ປັດໄຈ ສາມຢ່າງຄື, 1 ສະຖາບັນ ທີ່ກ່ຽວຂ້ອງ ຕ້ອງມີຄວາມເຂັ້ມແຂງ ແລະເປັນອິດສະຫຼະ (ເຊັ່ນ ອົງການກວດສອບ), 2 ຄວາມເປັນອິດສະຫຼະຂອງສື່ ແລະ ການມີສ່ວນຮ່ວມຂອງ ປວງຊົນ ໃນບັນດາກິດຈະກຳ ຫຼື ໂຄງການໃດໜຶ່ງຂອງລັດຖະບານ.

ເຖິງຢ່າງໃດກໍດີ, ເຊື່ອໝັ້ນວ່າ ລັດຖະບານເຮົາ ເພິ່ນອາດມີຍຸດທະສາດໃນການຕີຖອຍບັນຫານີ້ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວແລ້ວ ເຊິ່ງພວກເຮົາຍັງມີຫຼາຍຢ່າງທີ່ຈະຕ້ອງປັບປຸງ ເພື່ອໃຫ້ແນ່ໃຈວ່າ ພວກເຮົາບໍ່ນອນໃນກຸ່ມບັນດາປະເທດທີ່ມີການສໍ້ລາດບັງຫຼວງຫຼາຍທີ່ສຸດຂອງໂລກ ຮອດປີ 2030.

ທີ່​ມາ: ໜັງ​ສື​ພິມ​ລາວ​ພັດ​ທະ​ນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ