Saturday, February 8, 2025

ລາວໂທລະຄົມ​ຍິ່ງ​ໃຫຍ່ ລົງທຶນຂະຫຍາຍ​ລະ​ບົບ 60 ລ້ານ​ໂດ​ລາ ມີ 6 ພັນ​ກວ່າ​ສະ​ຖາ​ນີແລ້ວ!


ປີແລ້ວ ລາວໂທລະຄົມມະນາຄົມ ລົງທຶນຂະຫຍາຍຕາໜ່າງລະບົບໂທລະຄົມມະນາຄົມ ມູນຄ່າ 60 ລ້ານໂດລາ, ປະຈຸບັນມີ 6 ພັນກວ່າສະຖານີ.

ກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວວຽກງານ ປະຈຳປີ 2018 ຂອງບໍລິສັດ ລັດວິສາຫະກິດ ລາວໂທລະຄົມມະນາຄົມ (ລລທ) ໄດ້ຈັດຂຶ້ນວັນທີ 13 ກຸມພາ 2019 ຢູ່ສຳນັກງານໃຫຍ່ບໍລິສັດດັ່ງກ່າວ ໂດຍເປັນປະ ທານຂອງທ່ານ ຖາວອນ ສົມສະກຸນ ຜູ້ອຳນວຍການໃຫຍ່ບໍລິສັດ ລລທ ເປັນກຽດເຂົ້າຮ່ວມຂອງທ່ານ ທັນສະ ໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ມີກຳມະການສະພາຂາຮຸ້ນ, ຜູ້ແທນຈາກ ລລທ ສູນກາງ, ສາຂາແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ກອງປະຊຸມໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນທີ່ ລລທ ຍາດມາໄດ້ໃນໄລຍະໜຶ່ງປີຜ່ານມາ ເປັນຕົ້ນແມ່ນໄດ້ລົງ ທຶນຂະຫຍາຍຕາໜ່າງລະບົບໂທລະຄົມມະນາຄົມ ໃນມູນຄ່າທັງໜົດ 60 ລ້ານໂດລາ ປັດຈຸບັນ ລລທ ມີສະ ຖານີມືຖື 2G 3G 4G ແລະ 4.5G ທັງໝົດ 6.653 ສະຖານີ, ມີສັນຍານໂທລະສັບມືຖືປົກຄຸມໄດ້ 18 ແຂວງ 148 ເມືອງ 8.500 ກວ່າບ້ານ ມາຮອດປັດຈຸບັນ ມີລູກຄ້າໃຊ້ໂທລະສັບມືຖືໃນລະບົບຈຳນວນ 1,6 ລ້ານເລກໝາຍ ໂທລະສັບຕັ້ງໂຕະ 40 ພັນເລກໝາຍ ໂທລະສັບວິນໂຟນ 430 ພັນເລກໝາຍ ແລະ ອິນເຕີເນັດ 1,4 ລ້ານລູກຄ້າ. ໃນປີ 2018 ຜ່ານມາ ບໍລິສັດສາມາດສ້າງລາຍຮັບໄດ້ທັງໝົດ 1.868 ຕື້ກີບ (ລວມອາກອນ) ເພີ່ມຂຶ້ນຈາກປີ 2017 ເທົ່າກັບ 1,4% ໃນນັ້ນ ມີກຳໄລສຸດທິ 322,7 ຕື້ກີບ ສາມາດປະຕິບັດພັນທະໃຫ້ລັດຖະບານໄດ້ທັງໝົດຈຳນວນ 541,5 ຕື້ກີບ ເຊິ່ງກວມເອົາອັດຕາສ່ວນ 34,6% ຂອງລາຍຮັບທີ່ ລລທ ປະຕິບັດໄດ້ໃນປີ 2018. 

ສຳລັບແຜນການປີ 2019 ລລທ ຈະສູ້ຊົນສ້າງຖານລູກຄ້າໃຫ້ເພີ່ມ 149.706 ເລກໝາຍ ແລະ ສ້າງລາຍຮັບໃຫ້ໄດ້ທັງໝົດ 1.974 ຕື້ກີບ ທຽບໃສ່ປີ 2018 ເພີ່ມຂຶ້ນ 6,3% ຄາດຄະເນກຳໄລສຸດທິໃຫ້ໄດ້ 391,2 ຕື້ກີບ ເພີ່ມຂຶ້ນ 19,8% ແລະຄາດຄະເນວ່າຈະສາມາດມອບພັນທະ ແລະເງິນປັນຜົນໃຫ້ແກ່ລັດຖະບານຈຳນວນ 579,.5 ຕື້ກີບ ກວມເອົາອັດຕາສ່ວນບໍ່ຫຼຸດ 28,6% ຂອງລາຍຮັບປີ 2019 ແລະ ຈະລົງທຶນປັບປຸງ ແລະຂະຫຍາຍຕາໜ່າງລະບົບໂທລະຄົມມະນາຄົມໂດຍສະເພາະອິນເຕີເນັດ ເພື່ອຮັບປະກັນທາງດ້ານປະລິມານ ແລະ ຄຸນະພາບ ຂໍ້ມູນມີຄວາມປອດໄພ ແລະ ເປັນລະບົບທັນສະໄໝ ເພື່ອຮັບປະກັນໃຫ້ແກ່ການບໍລິການສັງຄົມ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: