Thursday, March 20, 2025

ນະຄອນຫລວງ ຍັງບໍ່ມີງົບພຽງພໍເພື່ອສ້ອມແປງ​ເສັ້ນ​ທາງ​ໃນ​ຕົວ​ເມືອງ

ທ່ານຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ, ງົບປະມານທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ມອບໃຫ້ພະແນກໂຍທາທິການ ແລະ ຂົນ ສົ່ງນະຄອນຫລວງວຽງຈັນນໍາໃຊ້ ໃນການສ້ອມແປງທາງມີພຽງແຕ່ 7 ຕື້ກວ່າກີບຕໍ່ປີ.

ຂະນະທີ່ຄວາມຕ້ອງການຕົວຈິງຫລາຍກວ່າ 20 ຕື້ກີບ, ນອກນີ້, ພະແນກ ຍທຂ ນະຄອນ ຫລວງ ຍັງເປັນໜີ້ຫລາຍຕື້ກີບຈາກການສ້ອມແປງທາງສຸກເສີນມາແຕ່ປີ 2014-2016 ອີກດ້ວຍ, ເຊິ່ງບັນຫາດັ່ງກ່າວໄດ້ເຮັດໃຫ້ບໍລິສັດສ້ອມແປງທາງທີ່ເຄີຍຮ່ວມວຽກງານໃນຜ່ານມາບໍ່ສາມາດສືບຕໍ່ເຮັດວຽກສ້ອມແປງທາງໄດ້. ຈິ່ງເປັນສາເຫດຕົ້ນຕໍພາໃຫ້ການສ້ອມແປງເສັ້ນທາງທີ່ເປ່ເພໃນຕົວເມືອງຊັກຊ້າແກ່ຍາວ. ສ່ວນໂຄງການກໍ່ສ້າງເສັ້ນທາງຂະໜາດໃຫຍ່ອື່ນໆ ຄື: ເສັ້ນທາງແຕ່ສາມແຍກບໍ່ໂອຫາບ້ານສີຖານໃຕ້, ແຕ່ສາມແຍກໜອງບຶກຫາສີ່ແຍກໄຟແດງຕານມີໄຊ ແລະ ເສັ້ນທາງອື່ນໆ ເຫັນວ່າຜູ້ຮັບເໝົາປະສົບບັນຫາດ້ານການເງິນ ຈຶ່ງເຮັດໃຫ້ການກໍ່ສ້າງມີຄວາມຊັກຊ້າເຊັ່ນກັນ.

ທ່ານຫົວໜ້າພະແນກດັ່ງກ່າວ ໃຫ້ຮູ້ວ່າ: ປັດຈຸບັນ, ນະຄອນຫລວງວຽງຈັນມີເສັ້ນທາງຍາວທັງໝົດ 2.700 ກວ່າກິໂລແມັດ, ໃນນີ້ທາງເບຕົງມີ 300 ກວ່າກິໂລແມັດ, ຂະນະດຽວກັນເສັ້ນທາງຮ່ອມ, ທາງຊອຍ ທີ່ເຊື່ອມຕໍ່ກັບເສັ້ນທາງສາຍຫລັກໃນຕົວເມືອງກໍເພີ່ມຂຶ້ນຫລາຍ ເພື່ອຊ່ວຍລະບາຍຄວາມແອອັດຂອງການສັນຈອນ, ແຕ່ເມື່ອທຽບກັບປະລິມານພາຫະນະທີ່ເພີ່ມຂຶ້ນຢ່າງໄວວາແລ້ວເຫັນວ່າການກໍ່ສ້າງ, ສ້ອມແປງເສັ້ນທາງ ແມ່ນວຽກງານທີ່ມີຄວາມຈໍາເປັນຮີບດ່ວນ ເພື່ອແນໃສ່ໃຫ້ການສັນຈອນ ແລະ ຄົມມານາຄົມຂົນສົ່ງໃນຕົວເມືອງສະດວກດີຂຶ້ນ.     

ທີ່​ມາ: ໜັ້ງ​ສື​ພິມ​ລາວ​ພັດ​ທະ​ນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່