Monday, February 17, 2025

ສຸດຍອດ! ກອງ​ລໍ ບ້ານ​ຕົວ​ແບບ​ພັດທະນາ​ການທ່ອງທ່ຽວ​ແບບ​ປະຊາຊົນ​ມີ​ສ່ວນ​ຮ່ວມ

ບ້ານກອງລໍເປັນບ້ານ ໜຶ່ງທີ່ຂຶ້ນກັບເມືອງຄູນຄຳ ແຂວງຄຳມ່ວນ, ຢູ່ຫ່າງໄກ ຈາກເທສະບານເມືອງ ປະ ມານ 46 ກິໂລແມັດເປັນບ້ານ ທີ່ຖືເອົາວຽກງານການທ່ອງທ່ຽວແບບປະຊາຊົນມີສ່ວນ ຮ່ວມເປັນທ່າແຮງໃນການ ພັດທະນາຊຸມຊົນ ໂດຍມີສະຖານທີ່ທ່ອງທ່ຽວ ທຳມະຊາດ ຖໍ້າກອງລໍ-ນາຕານ. ຖໍ້າກອງ ລໍມີລັກສະນະອຸໂມງຂະໜາດ ໃຫຍ່ທີ່ເກີດຈາກສາຍນໍ້າຫີນບູນໄຫລຜ່ານໜ່ວຍພູ ຈາກບ້ານກອງລໍຊອດໃສ່ ບ້ານນາຕານ  ເມືອງນາກາຍ, ພາຍໃນຖໍ້າມີຈຸດໂດດເດັ່ນຫລາຍຢ່າງເຊັ່ນ: ມີແກ້ງ, ຫີນຍ້ອຍ, ຫີນງອກ ແລະ ຫາດ ຊາຍຍາວຢຽດຫຼາຍກວ່າ 20 ຈຸດສາມາດຂຶ້ນໄປຍ່າງເລາະຫລິ້ນ ແລະ ສຳຜັດໄດ້. ລະດູທີ່ ເໝາະແກ່ການທ່ອງ ທ່ຽວແມ່ນລະດູແລ້ງເພາະນໍ້າພາຍ ໃນຖໍ້າຈະສົດໃສດີ ແລະ  ຫລຸດລົງພໍດີແກ່ການ ທ່ຽວຊົມ ແລະ ສຳຜັດກັບ ອາກາດອັນເຢັນສະບາຍພາຍໃນຖໍ້າ,  ພາບທິວທັດພາຍໃນ   ຖໍ້າ, ແມ່ນໍ້າທີ່ໃສ່ເຢັນແນມ ເຫັນປາລ່ອງລອຍເປັນພຶງ ເຊິ່ງປັດຈຸບັນຖືກພັດທະນາ ໃຫ້ກາຍເປັນແຫລ່ງທ່ອງ ທ່ຽວແບບປະຊາຊົນມີສ່ວນ ຮ່ວມດ້ວຍຄວາມປະທັບໃຈ ເຊິ່ງແຫລ່ງທ່ອງທ່ອງທ່ຽວ ດັ່ງກ່າວໄດ້ ຮັບໂລ້ລາງວັນ ການທ່ອງທ່ຽວແບບປະຊາ ຊົນມີສ່ວນຮ່ວມດີເດັ່ນໃນປີ ທ່ອງທ່ຽວລາວ.

- 275417747 - ກອງ​ລໍ ບ້ານ​ຕົວ​ແບບ​ພັດທະນາ​ການທ່ອງທ່ຽວ​ແບບ​ປະຊາຊົນ​ມີ​ສ່ວນ​ຮ່ວມ

ທ່ານສາລີ ທອງສະຫວັນ ຜູ້ນຳພາການພັດທະນາ  ແລະ ບໍລິການແຫລ່ງທ່ອງທ່ຽວຖໍ້າກອງລໍ-ນາຕານ ໃຫ້ຮູ້ວ່າ: ບ້ານກອງລໍຖືເອົາ ການທ່ອງທ່ອງທ່ຽວແບບຊຸມຊົນມີສ່ວນຮ່ວມຕັ້ງແຕ່ ປີ 2002 ເປັນຕົ້ນມາ ເຊິ່ງ ໃນເບື້ອງຕົ້ນກໍພົບຄວາມຫຍຸ້ງຍາກຫລາຍຢ່າງຍ້ອນ ຊາວບ້ານຍັງບໍ່ມີຄວາມຮູ້, ຄວາມເຂົ້າໃຈເຖິງນະໂຍບາຍຂອງວຽກງານການທ່ອງທ່ຽວ.

- 996477477745 - ກອງ​ລໍ ບ້ານ​ຕົວ​ແບບ​ພັດທະນາ​ການທ່ອງທ່ຽວ​ແບບ​ປະຊາຊົນ​ມີ​ສ່ວນ​ຮ່ວມ

ດັ່ງນັ້ນ, ຄະນະ ຮັບຜິດຈຶ່ງໄດ້ເອົາໃຈໃສ່ການເຝິກອົບຮົມ, ນຳພາ  ແລະ ປູກຈິດສຳນຶກໃຫ້ຊາວ ບ້ານໄດ້ຮັບຮູ້ເຖິງວຽກງານ ດັ່ງກ່າວເຊັ່ນ: ການຮັກສາສິ່ງແວດລ້ອມ, ອະນຸລັກທຳມະ ຊາດປ່າໄມ້ບໍລິເວນບ້ານ, ສ້າງວັງສະຫງວນບໍລິເວນ ຖໍ້າໃນໄລຍະຍາວ 500 ແມັດ,  ຈັດສັນສະຖານທີ່ການທ່ຽວຊົມໃຫ້ມີຄວາມເປັນລະບຽບ, ສ້າງກົດລະບຽບ ເພື່ອຄຸ້ມຄອງແຫລ່ງທ່ອງ ທ່ຽວ ແລະ ລົງວິໄນແກ່ຜູ້ລະເມີດ ເຊິ່ງຫຼາຍປີຜ່ານໄປໄດ້ຮັບຜົນຕອບຮັບຈາກນັກທ່ອງທ່ຽວຫລາຍຂຶ້ນ. ຊາວບ້ານຈຶ່ງຫັນມາໃຫ້ ຄວາມຮ່ວມມື ແລະ ເອົາໃຈໃສ່ໃນການອະນຸ ລັກຮັກສາ ທຳມະຊາດ ເວົ້າລວມກໍຄືພັດທະນາຊຸມຊົນໃຫ້ໜ້າທ່ຽວຊົມ.

ຄະນະປົກຄອງບ້ານ ໄດ້ເອົາໃສ່ໃສ່ຈັດສັນໜ້າ ທີ່ວຽກງານໃຫ້ກັບຊຸມຊົນ ເຊັ່ນ: ກຸ່ມເຮືອນຳທ່ຽວ, ກຸ່ມນຳທ່ຽວທາງທຳມະຊາດ ເຂດຖໍ້າ, ກຸ່ມຫັດຖະກຳ, ກຸ່ມກະສິກຳປອດສານພິດ, ກຸ່ມຮັບຝາກລົດ, ກຸ່ມບໍລິການຮ້ານອາຫານ, ເຮືອນພັກ, ກຸ່ມເຮັດຫົວອາຫານປາ ແລະອື່ນໆ ລາຍໄດ້ທັງໝົດ ແມ່ນເປັນຂອງປະຊາຊົນ ຢ່າງທົ່ວເຖິງ ຈາກການຮ່ວມແຮງຮ່ວມໃຈກັນຈັດ ຕັ້ງປະຕິບັດຢ່າງຕໍ່ເນື່ອງ ມາເຖິງປັດຈຸບັນຈົນເປັນທີ່ຍອມຮັບ ຂອງກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງ ທ່ຽວກໍຄືລັດຖະບານ ແລະ ຖືກຄັດເລືອກໃຫ້ເປັນແຫລ່ງ ທ່ອງທ່ຽວດີເດັ່ນໃນປີ 2018, ການພັດທະນາຍັງບໍ່ຢຸດຢູ່ ເທົ່ານີ້, ເພື່ອຕອບສະໜອງ ໃຫ້ປີທ່ອງທ່ຽວລາວ-ຈີນ 2019 ມີຄວາມຟົດຟື້ນກວ່າ ເກົ່າຄະນະຮັບຜິດຊອບໄດ້ ວາງແຜນຈັດກິດຈະກຳການທ່ອງທ່ຽວຫລາຍຢ່າງເຊັ່ນ: ການຍ່າງເຣັກກິ້ງຂ້າມຜາໄປເບື້ອງນາຕານ ແລ້ວຂີ່ເຮືອລອດກັບ, ຂີ່ເຮືອຂາຢັກ, ສ້າງຈຸດຊົມວິວຢູ່ຈອມຜາ, ສ້າງ ແລະ ປັບປຸງສະພາບໂຮມສະເຕຂອງຊາວບ້ານ, ຄວບຄຸມມາດຕະຖານລາຄາສິນ ຄ້າ ແລະ ບໍລິການ, ຮັກສາ ຄວາມປອດໄພ, ປູກຝັງຈິດ ສຳນຶກດ້ານຄຸນນະທຳ-ສິນ ທຳໃຫ້ກັບຊາວບ້ານ, ສືບຕໍ່ ອະນຸລັກຮັກສາສິ່ງແວດ ລ້ອມໃຫ້ຍືນຍົງ, ບໍລິການ ແຂກນັກທ່ອງທ່ຽວໃຫ້ໄດ້ດີຂຶ້ນ ແລະ ຮ່ວມມືກັບບໍລິສັດທ່ອງ ທ່ຽວຫຼາຍພາກສ່ວນໃຫ້ກາຍເປັນຕົວແບບຂອງການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມໄດ້ຢ່າງແທ້ຈິງ./.

- 752414 - ກອງ​ລໍ ບ້ານ​ຕົວ​ແບບ​ພັດທະນາ​ການທ່ອງທ່ຽວ​ແບບ​ປະຊາຊົນ​ມີ​ສ່ວນ​ຮ່ວມ

ຂຽນ​ໂດຍ: ຄຳ​ພຸດ ເທບ​ພະ​ນົມ ຈາກ​ໜັງ​ສື​ພິມ​ລາວ​ພັດ​ທະ​ນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.