Sunday, January 19, 2025

ກະ​ຊວງ ປທສ ຖະແຫຼງຂ່າວງານວາງສະແດງ “Lao ICT EXPO 2019”

ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດພິທີຖະແຫລ່ງຂ່າວ ການຈັດງານ ວາງສະແດງເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ປະຈໍາປີ 2019 (Lao ICT EXPO 2019) ຂຶ້ນໃນວັນທີ 14 ກຸມພາ ຜ່ານມານີ້, ທີ່ໂຮງແຮມຄຣາວພາຊ່າ. ເປັນກຽດຖະແຫຼງຂ່າວໂດຍ ທ່ານ ປອ. ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງ ປທສ, ມີບັນດາແຂກທີ່ຖືກເຊີນມາຈາກບັນດາກະຊວງ, ອົງການທຽບເທົ່າ, ບັນດາສະຖາບັນການສຶກສາ ແລະ ບັນດາບໍລິສັດຕ່າງໆເຂົ້າຮ່ວມ.

ທ່ານ ປອ. ທັນສະໄໝ ກົມມະສິດ ໄດ້ກ່າວວ່າ: ງານວາງສະແດງໃນປີນີ້ ແມ່ນຈັດຂື້ນພາຍໃຕ້ຄໍາຂັວນ “ສ້າງ ແລະ ສົ່ງເສີມ ການຫັນເປັນ ດີຈີຕອນໃນລາວ” (Create and Promote Lao Digital Transformation) ໂດຍການ ຫັນເປັນດີຈີຕອນ ແມ່ນຂະບວນການປ່ຽນ ແປງ ທີ່ເກີດຈາກການນໍາໃຊ້ ເຕັກໂນໂລຊີດິຈີຕອນ ໃນທຸກຂົງເຂດຂອງສັງຄົມມະນຸດ, ຊຶ່ງມັນໄດ້ສ້າງຄວາມອາດສາມາດອັນໃໝ່ ບໍ່ພຽງແຕ່ເປັນການສະໜັບສະໜູນ ແລະ ເພີ່ມພູນ ວິທີການແບບດັ່ງເດີມ ແຕ່ຍັງເປັນການສ້າງຮູບແບບໃໝ່ ທີ່ມີລັກສະນະເປັນນະວັດຕະກໍາ ແລະ ສ້າງສັນ ຢ່າງຊັດເຈນ.

ໃນປະຈຸບັນ ຂະບວນການ ຫັນເປັນດີຈີຕອນ ໄດ້ຖືກຮັບຮອງ ແລະ ເປັນກໍາລັງຂັບເຂື່ອນ ຢູ່ໃນຫລາຍຂົງເຂດ ຂອງອຸດສະຫະກໍາ ຢູ່ໃນທຸກພູມີພາກ ຂອງໂລກ ຍ້ອນວິວັດທະນາການຂອງ ດີຈີຕອນ ຈຶ່ງພາໃຫ້ເກີດ ຍຸກອຸດສະຫະກໍາ 4.0 ໃນໄລຍະອັນສັ້້ນ.

ດັ່ງນັ້ນເພື່ອໃຫ້ບັນດາຜູ້ເຂົ້າຮ່ວມງານ ໄດ້ສໍາພັດຕົວຈິງກັບການພັດທະນາບັນດານະວັດຕະກໍາເຕັກໂນໂລຊີໃໝ່ໆ, ການບໍລິການ ທີ່ຮັບໃຊ້ການຫັນເປັນດິຈີຕອນ ທັງຢູ່ໃນ ສປປ ລາວ ແລະ ສາກົນ, ກະຊວງ ປທສ ແລະ ສະມາຄົມການຄ້າ ໄອຊີທີລາວ ຈື່ງໄດ້ຮ່ວມກັນເປັນເຈົ້າພາບຈັດງານວາງສະແດງ Lao ICT EXPO 2019 ຂຶ້ນເປັນປີທີ III ຢ່າງເປັນທາງການໃນລະຫວ່າງວັນທີ 12-16 ມິຖຸນາ 2019 ນີ້ ທີ່ສູນການຄ້າລາວໄອເຕັກ, ນະຄອນຫຼວງວຽງຈັນ ເພື່ອເປັນເວທີທີ່ສຳຄັນໃນການສ້າງໂອກາດ ໃຫ້ຜູ້ປະກອບການ, ຜູ້ຜະລິດ, ຜູ້ບໍລິການ, ຜູ້ຊົມໃຊ້ ແລະ ຜຸ້ຄຸ້ມຄອງ ເຕັກໂນໂລຊີ ສື່ສານຂໍ້ມູນຂ່າວສານ ໄດ້ມາພົບປະແລກປ່ຽນບົດຮຽນ, ຄວາມຮູ້, ຄວາມເຂົ້້າໃຈ ແລະ ສ້າງການພົວພັນຮ່ວມມື ທາງດ້ານການຄ້າ ແລະ ການພັດທະນາຮ່ວມກັນ.

ພາຍໃນງານ Lao ICT EXPO 2019 ຈະປະກອບມີ: ວາງສະແດງ ເຕັກໂນໂລຊີດິຈິຕອນ, ຂາຍສິນຄ້າຜະລິດ ຕະພັນໄອຊີທີ ທັງເປັນຮາດແວ, ຊອບແວ, ນອກນີ້, ຍັງມີກອງປະຊຸມສົນທະນາສາກົນ ວ່າດ້ວຍ ການຫັນເປັນ ດີຈີຕອນ (International Forum on Digital Transformation) ໂດຍນັກຊ່ຽວຊານຈາກຕ່າງປະເທດ ຈະມານໍາສະເໜີ ກ່ຽວກັບສະພາບ ແລະ ຜົນສໍາເລັດ ໃນການຫັນເປັນດີຈີຕອນ ຢູ່ບັນດາປະເທດຕ່າງໆ, ກອງປະຊຸມສໍາມະນາເປິດກວ້າງ ວ່າດ້ວຍການສົ່ງເສີມການນໍາໃຊ້ ໄອຊີທີ ຢູ່ ສປປ ລາວ ໂດຍຕົວແທນ ຂອງບັນດາໂຄງການສົ່ງເສີມການນໍາໃຊ້ ໄອຊີທີ ທັງພາກລັດ ແລະ ເອກກະຊົນ ເພື່ອສະເໜີຜົນສໍາເລັດ ຂອງການນໍາໃຊ້ໄອຊີທີ ໃນການຫັນເປັນທັນສະໄໝ ແລະ ກອງປະຊຸມວິຊາການສະເພາະ ເຊັ່ນ: ການບໍລິຫານລັດດ້ວຍເອເລັກໂຕຼນິກ, ຄວາມປອດໄພ ຂອງເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ, ອຸດສະຫະກໍາ ແລະ ທຸລະກິດ ດ້ານໄອຊີທີ ແລະ ອື່ນໆ.

ພ້ອມນີ້, ຍັງຈະມີງານປະກວດ ລາງວັນລາວໄອຊີທີ 2019 (Lao ICT Award 2019) ເພື່ອເປັນຕົວແທນຂອງ ສປປ ລາວ ສົ່ງເຂົ້າແຂ່ງຂັນກັບບັນດາປະເທດອາຊຽນ ຊີງລາງວັນ ASEAN ICT Award 2019. ໃນໂອກາດນີ້, ທ່ານ ປອ. ທັນສະໄໝ ກົມມະສິດ ຈຶ່ງຂໍເຊີນ ຊວນທຸກພາກສ່ວນ ມາຮ່ວມງານວາງສະແດງ ແລະ ນໍາສະເໜີ ຄວາມກ້າວໜ້າຂອງເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ແລະ ຜົນງານ ຂອງບໍລິສັດໃນງານວາງສະແດງຄັ້ງນີ້.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

Airline Ratings ຢືນຢັນ Vietjet ເປັນສາຍການບິນທີີ່ປອດໄພທີີ່ສຸດໃນໂລກປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2025) – Vietjet ໄດ້ຮັບການຍອມຮັບອີກຄັັ້ງວ່າເປັນໜື່ງໃນສາຍການບິນທີີ່ ປອດໄພທີີ່ສຸດໃນໂລກໂດຍ Airline Ratings ເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊືີ່ ດັງ ໃນການຈັດອັນດັບປະຈໍາປີ 2025

Vietjet ຂະຫຍາຍເຮືອບິນສຳເລັດໃນປີ 2024 ຄົບ 10 ລໍາ ພ້ອມກ້າວຂຶ້ນສູ່ປີ 2025

(ນະຄອນຫຼວງວຽງຈັນ, ມັງກອນ ວັນທີ 14.2025) – Vietjet ຕ້ອນຮັບເຮືອບິນ A321neo ACF (Airbus Cabin Flex) ໃໝ່ 2 ລໍາ ຈາກ Airbus ຮອດທ້າຍປີ 2024. ສາຍການບິນຍັງໄດ້ເພີ່ມເຮືອບິນ Charter ຕື່ມອີກ 4 ລຳ ໃຫ້ແກ່ຝູງເຮືອບິນໃນວັນທີ 8 ມັງກອນນີ້ ເພື່ອຮອງຮັບຄວາມຕ້ອງການການເດີນທາງທີ່ສູງໃນຊ່ວງເທດສະການກຸດຈີນ ເຊິ່ງ​ແມ່ນ​ງານ​ເທດສະການທີ່ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ຄວາມສໍາເລັດນີ້ກວມເອົາປີຂອງການຂະຫຍາຍຕົວຢ່າງຕໍ່ເນື່ອງແລະການຂະຫຍາຍຕົວຂອງເຄືອຂ່າຍເສັ້ນທາງຂອງພວກເຮົາ. ​ເຊິ່ງຈະ​ຊຸກຍູ້​ສາຍ​ການບິນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ປີ 2025.

ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່: