Saturday, April 26, 2025
Kbank Laos โอน รับ จ่าย

ໄຊຍະ​ບູ​ລີ ກຳນົດຈຸດສຸມທີ່ເປັນບູລິສິດ ເພື່ອ​ພັດ​ທະ​ນາ​ຊົນ​ນະ​ບົດ​ແລະ​ລຶບ​ລ້າງ​ຄວາມ​ທຸກ​ຍາກ

ທີ່ສະໂມສອນຫ້ອງວ່າການແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປຶກ ສາຫາລືກ່ຽວກັບການກໍານົດຈຸດສຸມພັດທະນາທີ່ເປັນບູລິມະສິດ ໄລຍະ 2019-2020, ໂດຍການເປັນປະທານຂອງ ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ, ເຂົ້າຮ່ວມມີຫົວໜ້າ-ຮອງຫົວໜ້າພະແນກການ ແລະເຈົ້າເມືອງ 11 ເມືອງເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ບຸນຫຼາຍ ຄໍາພູມີ ຮອງຫົວໜ້າພະແນກກະ ສິກໍາ ແລະປ່າໄມ້ແຂວງໄດ້ຂຶ້ນຜ່ານ ແຈ້ງການແນະນໍາຂອງທ່ານລັດຖະມົນຕີກະຊວງກະສິກໍາ ແລະປ່າ ໄມ້, ສະບັບເລກທີ 0092/ກປ, ລົງວັນທີ 4 ກຸມພາ 2019 ວ່າ ດ້ວຍການກໍານົດຈຸດສຸມພັດທະນາ ທີ່ເປັນບູລິມະສິດ ໄລຍະ 2019-2020 ໃນທົ່ວປະເທດ, ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດ ແຜນພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ 5 ປີ (2016-2020) ໄດ້ດໍາເນີນໄປຢ່າ ງມີຈຸດປະສົງ ແລະລະດັບຄາດ ໝາຍນັ້ນ, ກະຊວງກະສິກໍາ ແລະ ປ່າໄມ້ໄດ້ສົມທົບກັບອົງການປົກ ຄອງທ້ອງຖິ່ນໃນທົ່ວປະເທດ ຄົ້ນຄວ້າກໍານົດ 3 ປະເພດຈຸດສຸມ ພັດທະນາ, ຊຶ່ງທົ່ວປະເທດມີ 449 ຈຸດສຸມ, ໃນນີ້ຈຸດສຸມພັດທະນາ ຊົນນະບົດ ແລະລົບລ້າງຄວາມ ທຸກຍາກ ມີ 91 ຈຸດສຸມ, ການຈັດ ສັນພູມລໍາເນົາ ແລະອາຊີບ ມີ 145 ຈຸດສຸມ ແລະຈຸດສຸມສ້າງບ້ານ ໃຫຍ່ກາຍເປັນຕົວເມືອງນ້ອຍໃນ ຊົນນະບົດ ມີ 213 ບ້ານ.

ຈາກນັ້ນ ຜູ້ແທນກອງປະຊຸມກໍ່ ໄດ້ພັດປ່ຽນກັນປະກອບຄໍາຄິດ-ຄໍາເຫັນ, ປຶກສາຫາລື ແລະໄດ້ຕົກ ລົງກໍານົດຈຸດສຸມພັດທະນາທີ່ເປັນ ບູລິມະສິດຂອງແຂວງໄຊຍະບູລີ ໄລຍະ 2019-2020 ເຊັ່ນ: ຈຸດສຸມສ້າງບ້ານໃຫຍ່ເປັນຕົວເມືອງ ນ້ອຍໃນຊົນນະບົດ ມີ 3 ຈຸດສຸມຄື: ບ້ານໂພນສະອາດ ເມືອງພຽງ, ບ້ານໃຫຍ່ ເມືອງບໍ່ແຕນ ແລະ ບ້ານບົວບານ ເມືອງປາກລາຍ, ຈຸດສຸມລົບລ້າງບ້ານທຸກຍາກ ມີ 6 ບ້ານ, ໃນນັ້ນ ປີ 2019 ຈະລົບ ລ້າງ 3 ບ້ານຄື: ບ້ານສາມັກຄີໄຊ ເມືອງຊຽງຮ່ອນ,ບ້ານກ້ອງທ່ຽງ ແລະບ້ານສະຖານ ເມືອງໄຊສະຖານ, ປີ 2020 ຈະລົບລ້າງ 3 ບ້ານຄື: ບ້ານສະລາ,ບ້ານກໍ່ ແລະບ້ານສະມະ ເມືອງໄຊສະຖານ, ຈຸດສຸມສ້າງບ້ານພັດທະນາມີ 24 ບ້ານ ແລະຈຸດສຸມຈັດສັນພູມລໍາເນົາ ແລະອາຊີບມີ 12 ຈຸດ.

ທີ່​ມາ: ນສພ ເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

"ພຣະກິວ" ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິວ ຫລວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຼະ ແລະ ໄດ້ພົບເຫັນພຼະ ຫລັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.