Saturday, November 15, 2025
Kbank Laos โอน รับ จ่าย

ລຸງນາຍົກ”ທອງ​ລຸນ” ຮຽກຮ້ອງໃຫ້ທົ່ວສັງຄົມ ຍົກສູງສະຕິຮັກຊາດ

ໃນໂອກາດຊີ້ນໍາຕໍ່ກອງປະຊຸມລັດຖະບານສະໄໝວິສາມັນປະຈໍາເດືອນກຸມພານີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຮຽກຮ້ອງໃຫ້ທົ່ວສັງຄົມ ກໍຄືສະມາຊິກພັກ, ພະນັກງານລັດຖະກອນ, ຕໍາຫລວດ, ທະຫານ, ນັກຮຽນ-ນັກສຶກສາ, ກໍາມະກອນ, ນັກທຸລະກິດ ຕະຫລອດຮອດປະຊາຊົນບັນດາເຜົ່າ ໃຫ້ຍົກສູງນໍ້າໃຈເປັນເຈົ້າປະເທດຊາດ, ຕັ້ງໜ້າປະຕິບັດສິດ ແລະ ພັນທະຂອງຕົນໃຫ້ຄົບຖ້ວນຕາມລັດຖະທໍາມະນູນ ແລະ ກົດໝາຍ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນໃນທົ່ວວົງສາຄະນະຍາດແຫ່ງຊາດ, ຕັ້ງໜ້າປະຕິບັດໜ້າທີ່ປົກປັກຮັກສາ ແລະ ສ້າງສາປະເທດຊາດຕາມແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫລັກການຂອງພັກເຮົາໃຫ້ປະສົບຜົນສໍາເລັດ, ໂດຍະເພາະເອົາໃຈໃສ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກທີ່ວ່າ:

ເພີ່ມທະວີປະສິດທິພາບການຄຸ້ມຄອງ ແລະ ບໍລິຫານລັດ, ພັດທະນາກົດໝາຍໃຫ້ເປັນລະບົບຄົບຊຸດ, ຈະແຈ້ງ, ເປັນເອກະພາບ ແລະ ໃຫ້ທຸກຄົນເຂົ້າເຖິງການບໍລິການຂອງລັດຢ່າງວ່ອງໄວ, ໂປ່ງໃສ.

ໃນໂອກາດຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 8 ເມື່ອບໍ່ດົນມານີ້, ທ່ານນາຍົກລັດຖະມົນຕີ ກໍໄດ້ມີຄໍາເຫັນວ່າ: ໃນຕໍ່ໜ້ານີ້, ລັດຖະບານ ຈະສຸມໃສ່ວຽກງານການສຶກສາອົບຮົມການເມືອງແນວຄິດ ແລະ ຍົກສູງສະຕິຄວາມຮັບພິຊອບຂອງພະນັກງານ ເພື່ອສ້າງຄ່ານິຍົມການບໍລິການ ແລະ ຮັບໃຊ້ສັງຄົມ ກໍຄືປະຊາຊົນດ້ວຍນໍ້າໃຈບໍລິສຸດຂອງພະນັກງານແຕ່ລະຂັ້ນ, ພ້ອມທັງຕ້ານ ແລະ ຕີຖອຍພະຍາດອາຍາສິດ ແລະ ປາກົດການຫຍໍ້ທໍ້ໃນສັງຄົມ ແລະ ເຂັ້ມງວດຕໍ່ພະນັກງານຜູ້ກະທໍາຜິດລະບຽບກົດໝາຍ, ຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫລວງ ແລະ ການກະທໍາຜິດອື່ນໆທີ່ສ້າງຜົນເສຍຫາຍຕໍ່ລັດ ແລະ ປະຊາຊົນ ໃຫ້ໝົດ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.