Monday, May 19, 2025
Kbank Laos โอน รับ จ่าย

ເປີດພິພິທະພັນ ວຽງຈັນສິລະປະຮ່ວມສະໄໝ ແຫລ່ງຮຽນຮູ້ດ້ານວັດທະນະທໍາ

ທີ່ນະຄອນຫລວງວຽງຈັນ, ໄດ້ມີພິທີເປີດພິພິທະພັນວຽງຈັນສິລະປະຮ່ວມສະໄໝ ຢ່າງເປັນທາງການ, ໂດຍການເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ, ມີການນຳພັກ-ລັດ, ອາດີດການນຳ, ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ພິພິທະພັນວຽງຈັນສິລະປະຮ່ວມສະໄໝ ຕັ້ງຢູ່ບ້ານຊ້າງຄູ້ ເມືອງໄຊທານີ ຖະໜົນໄກສອນພົມວິຫານ (ເສັ້ນທາງ 13 ໃຕ້) ນະຄອນຫລວງວຽງຈັນ.

ທ່ານ ພິຊິດ ໄຊຍະທິດ ປະທານພິພິຕະພັນ ວຽງຈັນສິລະປະຮ່ວມສະໄໝ ກ່າວວ່າ:

ຮູ້ສຶກພາກພູມໃຈທີ່ຈະໄດ້ເປັນສ່ວນໜຶ່ງ ໃນການປະກອບສ່ວນສ້າງສີສັນ, ສ້າງແຮງບັນດານໃຈ ແລະ ປະ ກອບສ່ວນ ເຂົ້າໃນການສົ່ງເສີມວຽກງານການທ່ອງທ່ຽວຂອງລາວ, ເພື່ອດຶງດູດເອົານັກທ່ອງທ່ຽວເຂົ້າມາປະເທດລາວ ໂດຍສະເພາະແມ່ນນະຄອນຫລວງວຽງຈັນ, ພ້ອມທັງໄດ້ນໍາເອົາຜົນງານທີ່ສະສົມມາເປັນເວລາຫລາຍສິບປີ ດ້ວຍຄວາມມັກ, ຄວາມຮັກ ແລະ ຄວາມຫລົງໄຫລໃນທໍາມະຊາດ, ປະສົມປະສານກັບຈິນຕະນາການ ແລະ ແນວຄິດອັນລໍ້າເລີດຂອງນັກອອກແບບ, ນັກວິຈິດສິນ ແລະ ນັກແກະສະຫລັກອັນປານີດ ຈໍານວນຫລາຍພັນຜົນງານມາວາງສະແດງ, ຮັກສາໄວ້ໃຫ້ຄົນລາວ ແລະ ຄົນຕ່າງປະເທດໄດ້ເຂົ້າມາທ່ຽວຊົມ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້