ເພື່ອເປັນການສົ່ງເສີ​ມມໍລະດົກທາງວັດທະນະ​ທຳລ້ຳຄ່າສູແມ່ຍິງລາວ ທັງເປັນການສົ່ງເສີມແມຍິງລາວຮູ່ນໃ​ໝ່ອະນຸຮັກວັດທະນະທາທາງດານການນຸ່ງຖື ແລະສະແດງຄວາມສາມາດຂອງຕົນຢູເທິງ​ເວທີໃຫ້ສັງຄົມໄດ້ເຫັນ.

​ບໍ່ດົນຜານມານີ້ ບໍລິສັດກຣິດຕະພົງກຣຸບຈາກັດ ໂດຍໄ​ດ້ ຮັບການຊີ້ນຳຈາກພະແນກຖະ ແຫຼງຂ່າວ ວັດທະນະທຳ ແລະ ​ທ່ອງທຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ຈັດພິທີຄັດເລືອກນາງສາວ ນວ ປະຈຳປີ 2019 ຂຶ້ນທີ່ໂຮງແຮມ ແລນມາກ ມີທ່ານ ນາງ ​ອໍລະໄທ ສັນຕິຄົງຄາ ຜູ້​ອໍານວຍການ​ບໍລິສັດກຣິດຕະພົງກຣຸບ​ ຈຳກັດ ທັງເປັນປະທານການຈັດງານຄັດ ເລືອກນາງສາວ ນວ ປະຈຳປີ 2019,

ທ່ານ ສາລີ ນັນທະວົງ ຫົວໜ້າຂະແໜງວັດທະນະທຳ ພະແນກ ຖວທ ນວ, ພ້ອມ​ດ້ວຍຜູ້​ຕາງໜ້າຈາກອົງການຈັດຕັ້ງມະຫາຊົນຄະນະ​ກຳມະການ ແລະ ມວນຊົນເຂົ້າຮ່ວມ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ການຄັດເລືອກຄັ້ງນີ້ມີນາງສາວເຂົ້າຮ່ວມທັງໝົດ 85 ຄົນ ໂດຍ​ຜ່ານການຄັດເລືອກຈາກຄະ ນະກຳມະການໃນຮອບນີ້ ເພື່ອໄປຄັດຕໍ່ໃນຮອບສຸດທາຍມີ 20 ຄົນ ຄື:

ນາງ ລິກສະຢາ ໄຊສົມພູ, ນາງ ນ້ຳຝົນ ພູມານີວົງ, ນາງ ຄູນສະຫວັນ ໂພທິວັນ, ນາງ ທອງມະນີ ເພຍເທບ, ນາງ ເມລາລີ ພັນທະວົງ, ນາງ ເກດມະນີ ວົງປະເສີດ, ນາງ ສຸພາລັກ ແສງພະຈັນ, ນາງ ສົ້ມທອງ ວົງສະໝອນ, ນາງ ວັນນິສາ ສົມໝາຍຮັກ, ນາງ ກ້ອຍ ມາລາວົງແສງພະຈັນ, ນາງ ພຸດອານົງ ສີດາຄາ, ນາງ ສີທອງ ເລົ່າບຸນແພງທະໝັ້ນ, ນາງ ຄາຫຼ້າ ຈັນທະລັງສີ, ນາງ ມີເຊວ ຈັນວັນເພັງ, ນາງ ຕາບຸ່ຍ ພານຸວົງ, ນາງ ເພັດວັດສາ ລິນດາພອນ, ນາງ ຊາລາ ພິມມະສອນ, ນາງ ມັອດ ວິໄລ ອິນທະສອນ, ນາງ ພັດທະນາ ຄິດາພອນ ແລະນາງ ທິບສະຫວັນ ມະນີດອນ ໂດຍທັງ 20 ນາງສາວຈະໄປເກັບຕົວ ແລະຮວມເຄື່ອນ ໄຫວກິດຈະກຳຕາງໆຂອງລາຍການຄັດເລືອກນາງສາວ ນວ ປະຈຳ​ປີ 2019.

​ສຳລັບຮອບຄັດເລືອກ ຊະນະເລີດຈະໄດຈັດຂຶ້ນວັນທີ 6 ເມສາ 2019 ໂດຍຈະຄັດເອົາພຽງ 7 ຄົນ ເພື່ອເປັນນາງສັງຂານແຫ່ໃນບຸນປີໃ​ໝ່ລາວ ປະຈຳປີ 2019, ນອກນີ້ ຜູ້ທີ່ໄ​ດ້ຊະນະເລີດຍັງຈະ ໄປຄັດເລືອກຕໍ່ລາຍການ Miss Chinese ຢູ່ HongKong ປະເທດຈີນ ແລະຮອງຊະນະເລີດ 2 ຄົນ ຈະໄປຄັດເລືອກລາຍການ Miss Asian Pacific ຢູ່ຕ່າງປະເທດຕື່ມອີກ.

ທີ່​ມາ: ໜັງ​ສື​ພິມ​ເສດ​ຖະ​ກິດ-ສັງ​ຄົມ

Hits: 2

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້