Saturday, November 15, 2025
Kbank Laos โอน รับ จ่าย

ສຳ​ຄັນ! ລັດຖະບານລາວ ແລະ ຫວຽດນາມ ລົງນາມເອກະສານຮ່ວມມື ຈຳນວນ 9 ສະບັບ

ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ໄດ້ລົງນາມເຊັນສັນຍາເອກະສານຮ່ວມມື ຈຳນວນ 9 ສະບັບ, ເນື່ອງໃນໂອກາດການເດີນທາງມາຢ້ຽມຢາມ ສັນ ຖະວະໄມຕີ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍ ຫງວຽນ ຟູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 24-25 ກຸມພາ 2019.

ເອ​ກະ​ສານ 09 ສະ​ບັບ​ມີ​ຄື:

1. ສັນຍາລະຫວ່າງກະຊວງການເງິນລາວ ແລະ ກະຊວງການເງິນຫວຽດນາມ ວ່າດ້ວຍການກູ້ຢືມເງິນ,
2. ສັນຍາວ່າດ້ວຍການຮ່ວມມືພັດທະນາພະລັງງານໄຟຟ້າ ແລະ ບໍ່ແຮ່ ລະຫວ່າງ ລັດຖະບານລາວ ແລະ ຫວຽດນາມ,
3. ຂໍ້ຕົກລົງລະຫວ່າງ ລັດຖະບານລາວ ແລະ ຫວຽດນາມ ວ່າດ້ວຍການຂຸດຄົ້ນທ່າແຮງບົ່ມຊ້ອນໃນການກໍ່ສ້າງທາງລົດໄຟວຽງຈັນ-ຫວຸງອາງ,
4. ບົດບັນທຶກການຮ່ວມມືລະຫວ່າງ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມລາວ ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມໃນຂົງເຂດຕ້ານການປ່ຽນແປງສະພາບດິນຟ້າອາກາດ ແລະ ອະນຸລັກຊີວະນາໆພັນ,
5. ບົດບັນທຶກມອບ-ຮັບຖານຂໍ້ມູນຂ່າວສານພູມສັນຖານຮັບໃຊ້ການວາງແຜນພັດທະນາເສດຖະກິດ-ສັງຄົມ ແລະ ຕິດຕາມຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຢູ່ລາວ ລະຫວ່າງກະຊວງພາຍໃນລາວ ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມລາວຫວຽດນາມ,
6. ບົດບັນທຶກການຮ່ວມມືວ່າດ້ວຍຈັດຕັ້ງຜັນຂະຫຍາຍປ່ຽນຖ່າຍອຸປະກອນໃຫ້ແກ່ວິທະຍຸກະ ຈາຍສຽງແຫ່ງຊາດລາວ ລະຫວ່າງ ກະຊວງ ຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວລາວ ແລະ ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ,
7. ບົດບັນທຶກມອບ-ຮັບໂຄງການສ້າງສູນບໍລິການເຕັກນິກກະສິກຳແຂວງ ຫົວພັນ ລະຫວ່າງລັດຖະບານລາວ ແລະ ລັດຖະບານຫວຽດນາມ,
8. ຂໍ້ຕົກລົງລະຫວ່າງຄະນະຮັບຜິດຊອບພິພິດທະພັນໄກສອນ ພົມວິຫານ ແລະ ກະຊວງ ວັດທະນະທຳ ແລະ ທ່ອງທ່ຽວຫວຽດນາມ ວ່າດ້ວຍການປະຕິບັດໂຄງການສ້ອມແປງ, ຍົກລະດັບອະນຸສອນສະຖານປະທານ ໂຮຈິມິນ ບ້ານຊຽງຫວາງ, ເມືອງໜອງບົກ ແຂວງ ຄຳມ່ວນ,
9. ບົດບັນທຶກການມອບ-ຮັບ ໂຄງການເພີ່ມທະວີຄວາມອາດສາມາດໃນການຄົ້ນຄ້ວາວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ ໃຫ້ແກ່ສະພາວິທະຍາສາດແຫ່ງຊາດລາວ ລະຫວ່າງສະພາວິທະຍາສາດແຫ່ງຊາດລາວ ແລະ ສະພາບັນດິດວິທະຍາສາດ-ເຕັກໂນໂລຊີຫວຽດນາມ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.