ນະຄອນຫຼວງ ຈະຂະຫຍາຍເຄືອຂ່າຍໂທລະສັບ​ໃຫ້ກວມໝົດທຸກບ້ານ

ພະ​ແນກ​ໄປ­ສະ­ນີ ໂທລະ​ຄົມ­ມະ­ນາ­ຄົມ ແລະ ການ​ສື່­ສານ ນະ­ຄອນ­ຫຼວງ​ວຽງ​ຈັນ (ປທສ ນວ) ຈັດ​ກອງ​ປະ­ຊຸມ​ສະ­ຫຼຸບ​ການ­ເຄື່ອນ­ໄຫວ​ວຽກ​ງານ​ປີ 2018 ແລະ ທິດ​ທາງ​ແຜນ­ການ​ປີ 2019 ຢູ່​ຫ້ອງ​ວ່າ­ການ​ປົກ­ຄອງ ນວ ເປັນ​ປະ­ທານ​ຂອງ​ທ່ານ ສີ​ຄອນ ອ່ອນ​ສີ​ພັນ​ລາ ຫົວ­ໜ້າ​ພະ​ແນກ ປທສ ນວ ມີ​ທ່ານ ແກ້ວ​ພິ­ລາ​ວັນ ອາ​ໄພ​ລາດ ຮອງ​ເຈົ້າ​ຄອງ ນວ ພ້ອມ​ດ້ວຍ​ບັນ­ດາ​ກົມ ເມືອງ ພະ­ແນກ­ການ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

    ທ່ານ ສີ​ຄອນ ອ່ອນ​ສີ​ພັນ​ລາ ກ່າວ​ວ່າ: 1 ປີ­ຜ່ານ­ມາ ພະ​ແນກ ປທສ ນວ ໄດ້​ສຸມ​ໃສ່​ເຮັດ​ພາ­ລະ​ບົດ­ບາດ​ໜ້າ­ທີ່​ຕາມ​ການ​ມອບ​ໝາຍ​ຢ່າງ​ຕັ້ງ­ໜ້າ ໂດຍ​ສະ­ເພາະ ການ​ເສີມ​ຂະ­ຫຍາຍ​ບົດ­ບາດ​ສຳ­ຄັນ​ຂອງ​ວຽກ​ງານ​ຄຸ້ມ​ຄອງ​ດ້ານ​ໄປ­ສະ­ນີ ໂທລະ​ຄົມ­ມະ­ນາ­ຄົມ ແລະ ເຕັກ​ໂນ​ໂລ​ຊີ​ສື່­ສານ ຂໍ້​ມູນ​ຂ່າວ­ສານ ຊຸກ­ຍູ້​ສົ່ງ­ເສີມ​ຜູ້​ໃຫ້​ບໍ­ລິ­ການ​ໂທລະ​ຄົມ ປັບ­ປຸງ ແລະ ຂະ­ຫຍາຍ​ເຄືອ​ຂ່າຍ​ໂທລະ­ສັບ​ກວມ​ທຸກ​ບ້ານ ມີ​ຜູ້­ນຳ​ໃຊ້​ໂທລະ­ສັບ​ມື​ຖື 1.269.810 ເລກ​ໝາຍ ເຄືອ​ຂ່າຍ​ບໍ­ລິ­ການ​ອິນ​ເຕີ​ເນັດ​ຄວາມ​ໄວ​ສູງ​ກວມ​ທຸກ​ເມືອງ ເຮັດ​ໃຫ້​ຜູ້​ຊົມ­ໃຊ້​ອິນ​ເຕີ​ເນັດ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ­ຫຼາຍ ມີ​ຜູ້​ລົງ­ທະ­ບຽນ​ນຳ​ໃຊ້ 515.160 ຊິມ ເທົ່າ​ກັບ 60% ຂອງ​ພົນ­ລະ­ເມືອງ ນວ ຫົວ­ໜ່ວຍ​ທຸ­ລະ​ກິດ​ບໍ­ລິ­ການ​ດ້ານ​ໄອ​ຊີ​ທີ ໄດ້​ຂະ­ຫຍາຍ­ຕົວ​ເພີ່ມ​ຂຶ້ນ ສ່ວນ​ຫຼາຍ​ເຄື່ອນ​ໄຫວ​ສອດ­ຄ່ອງ​ກັບ​ລະ­ບຽບ​ກົດ­ໝາຍ ປີ 2018 ນວ 655 ຫົວ­ໜ່ວຍ ເກັບ​ລາຍ​ຮັບ​ວິ­ຊາ​ການ 355,84 ລ້ານ​ກີບ ລື່ນ​ຄາດ­ໝາຍ 29% ໄດ້​ຮັບ​ດຸນ​ດ່ຽງ​ຈາກ ນວ 810 ລ້ານ​ກີບ ປະ­ຕິ­ບັດ​ໄດ້ 100%.

    ສຳ­ເລັດ​ການ​ສ້າງ​ໂຄງ­ການ​ລົງ­ທຶນ​ຂອງ​ລັດ​ສະ­ເໜີ​ເຂົ້າ​ໃນ​ແຜນ​ງົບ­ປະ­ມານ​ປີ 2019 ຈຳ­ນວນ 4 ໂຄງ­ການ ມູນ​ຄ່າ 332,33 ລ້ານ​ກີບ ຊຸກ­ຍູ້​ຕິດ­ຕາມ​ກວດ­ກາ​ຜູ້​ບໍ­ລິ­ການ​ດ້ານ​ໄປ­ສະ­ນີ​ໃຫ້​ຫັນ​ສູ່​ລະ­ບຽບ​ກົດ­ໝາຍ ຕໍ່​ອະ­ນຸ­ຍາດ​ດຳ­ເນີນ​ທຸ­ລະ​ກິດ 4 ຫົວ­ໜ່ວຍ ເກັບ​ກຳ​ຫົວ­ໜ່ວຍ​ທີ່​ເຮັດ​ບໍ­ລິ­ການ​ຄ້າຍ­ຄື​ໄປ­ສະ­ນີ​ທາງ​ອອນ​ລາຍ​ບໍ່​ມີ​ອະ­ນຸ­ຍາດ 18 ຫົວ­ໜ່ວຍ ຕິດ­ຕາມ​ກວດ­ກາ​ການ​ນຳ​ໃຊ້​ສັນ­ຍານ​ໂທລະ​ຄົມ ແລະ ອິນ​ເຕີ​ເນັດ​ຈາກ​ຕ່າງ­ປະ­ເທດ 2 ຄັ້ງ 5 ເມືອງ 34 ຈຸດ ພົບ​ຜູ້​ຊົມ­ໃຊ້​ສັນ­ຍານ​ຈາກ​ຕ່າງ­ປະ­ເທດ 24 ຫົວ­ໜ່ວຍ ແກ້​ໄຂ​ຊຸມ​ສາຍ​ໂທລະ​ຄົມ​ສຳ­ເລັດ 7 ເສັ້ນ­ທາງ ແກ້​ໄຂ​ຄຳ​ຮ້ອງ­ທຸກ​ກ່ຽວ​ກັບ​ຊຸມ​ສາຍ​ບໍ່​ເປັນ​ລະ­ບຽບ 15 ຄັ້ງ ຕິດ­ຕາມ​ການ​ນຳ​ໃຊ້​ໂຟ​ນີ 86 ພາກ­ສ່ວນ ໃນ​ນີ້ ມີ​ອະ­ນຸ­ຍາດ 14 ພາກ­ສ່ວນ ເກັບ​ກຳ​ສະ­ຖິ­ຕິ​ປຸກ​ສ້າງ ແລະ ຕິດ​ຕັ້ງ​ເສົາ​ໂທລະ­ສັບ​ມື​ຖື 848 ເສົາ ອະ­ນຸ­ຍາດ​ນຳ​ເຂົ້າ​ເຄື່ອງ​ບິນ​ບໍ່​ມີ​ຄົນ​ຂັບ 15 ພາກ­ສ່ວນ​ອະ­ນຸ­ຍາດ​ໃຫ້​ບໍ­ລິ­ການ ISP 2,3 ຈຳ­ນວນ 3 ຫົວ­ໜ່ວຍ ສຳ­ເລັດ​ໂຄງ­ການ​ຄົ້ນ­ຄວ້າ​ຄວາມ​ເປັນ​ໄປ​ໄດ້ ໃນ​ການ​ສ້າງ​ນະ­ຄອນ​ວຽງ​ຈັນ​ອັດ​ສະ​ລິ​ຍະ ຄຸ້ມ​ຄອງ ຕິດ­ຕາມ​ກວດ­ກາ​ການ​ບໍ­ລິ­ການ​ໂທລະ​ຄົມ­ມະ­ນາ­ຄົມ ແລະ ໄອ​ທີ 448 ຫົວ­ໜ່ວຍ ອອກ​ອະ­ນຸ­ຍາດ​ໃໝ່ 234 ຫົວ­ໜ່ວຍ ຂໍ​ສືບ­ຕໍ່ 209 ຫົວ­ໜ່ວຍ ສ້າງ​ໂປ​ແກຣມ​ເກັບ​ກຳ​ສະ­ຖິ­ຕິ​ຫົວ­ໜ່ວຍ​ທຸ­ລະ​ກິດ​ດ້ານ​ໄປ­ສະ­ນີ ໂທລະ​ຄົມ­ມະ­ນາ­ຄົມ ແລະ ເຕັກ​ໂນ​ໂລ​ຊີ​ສື່­ສານ​ຂໍ້​ມູນ​ຂ່າວ­ສານ ໂປ​ແກຣມ​ເອ­ກະ­ສານ​ຂາ​ອອກ-ຂາ​ເຂົ້າ ປັດ­ຈຸ­ບັນ​ກຳ­ລັງ​ທົດ​ລອງ​ໃຊ້​ສ້າງ​ລະ­ບົບ​ປະ­ຊຸມ​ທາງ­ໄກ ສາ­ມາດ​ເຊື່ອມ​ຕໍ່​ກັບ​ກະ­ຊວງ ປທສ ແລະ ແຂວງ​ທົ່ວ​ປະ­ເທດ.

    ສຳ­ລັບ​ທິດ​ທາງ​ຕໍ່­ໜ້າ ຈະ​ສືບ­ຕໍ່​ຊຸກ­ຍູ້​ສົ່ງ­ເສີມ​ຫົວ­ໜ່ວຍ​ບໍ­ລິ­ການ​ດ້ານ​ໂທລະ​ຄົມ­ມະ­ນາ­ຄົມ ຂະ­ຫຍາຍ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ໃຫ້​ກວມ​ທຸກ​ບ້ານ​ໃນ ນວ ເພື່ອ​ໃຫ້​ພົນ­ລະ­ເມືອງ​ໄດ້​ຊົມ­ໃຊ້​ຫຼາຍ​ກວ່າ 60% ຄຸ້ມ​ຄອງ​ຫົວ ໜ່ວຍ​ທຸ­ລະ​ກິດ​ດ້ານ​ໄປ­ສະ­ນີ ໂທລະ​ຄົມ­ມະ­ນາ­ຄົມ ແລະ ເຕັກ​ໂນ​ໂລ​ຊີ​ສື່­ສານ​ຂໍ້​ມູນ​ຂ່າວ­ສານ ໃຫ້​ດຳ­ເນີນ​ຖືກ­ຕ້ອງ​ໃຫ້​ໄດ້ 80% ຂຶ້ນ​ໄປ ຊຸກ­ຍູ້​ສົ່ງ­ເສີມ​ຂະ­ແໜງ­ການ​ນຳ​ໃຊ້​ອຸ­ປະ­ກອນ​ໄອ​ຊີ​ທີ ແລະ ປັບ­ປຸງ​ລະ­ບົບ​ບໍ­ລິ­ຫານ​ລັດ​ໃຫ້​ທັນ​ສະ­ໄໝ ຊຸກ­ຍູ້​ທຸກ​ພາກ­ສ່ວນ​ນຳ​ໃຊ້​ສູນ​ຂໍ້​ມູນ​ແຫ່ງ​ຊາດ ແລະ ລະ­ຫັດ​ອິນ​ເຕີ​ເນັດ​ຂອງ​ລາວ (La) ແລະ ການ​ບໍ­ລິ­ການ​ຂອງ​ດາວ​ທຽມ​ລາວ ໃຫ້​ເພີ່ມ​ຂຶ້ນ​ຢ່າງ​ກວ້າງ­ຂວາງ.

ທີ່​ມາ: ວຽງ​ຈັນ​ໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...