Saturday, November 15, 2025
Kbank Laos โอน รับ จ่าย

“Top Thai Brands 2019” ສປປ.ລາວ ສູ່ “Food Truck” ທຸລະກິດຮູບແບບໃໝ່ ທີ່ໜ້າລົງທຶນ

“DITP” ໄທ ຮ່ວມກັບ ກົມສົ່ງເສີມການຄ້າລາວ  ຈັດງານ Top Thai Brands 2019” ງານສະແດງສຸດຍອດແບຣນໄທ ແລະ ສຸດຍອດເຄືອຂ່າຍໄທ – ລາວ ໂດຍມີຜູ້ປະກອບການໄທ ແລະ ສປປ ລາວ ຫລາຍກວ່າ 200 ບູ້ດ ເພື່ອສ້າງຄວາມສຳພັນທີ່ດີໃນດ້ານການຄ້າກັນລະຫວ່າງປະເທດ ແລະ ຍັງຮ່ວມສ້າງຄວາມຍິ່ງໃຫ່ຍໃຫ້ເກັບເສດຖະກິດພູມີພາກ AEC ຈັດຂື້ນລະຫວ່າງ ວັນທີ 6 – 10  ມີນາ 2019  ທີ່ LAO ITECC  ນະຄອນຫລວງວຽງຈັນ ສປປ ລາວ

ທ່ານນາງ ຍານີ ສີມີໄຊ ອັກຄະລາດສະທູດທີ່ປຶກສາ ຝ່າຍພານິດ ສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ ທີ່ ວຽງຈັນ ສະຖານເອກອັກຄະລາດສະທູດແຫ່ງລາດຊະອານາຈັກໄທ ກ່າວວ່າ “ກົມສົ່ງເສີມການຄ້າລະຫວ່າງປະເທດ ກະຊວງພານິດ ແຫ່ງຣາດຊະອານາຈັກໄທ ຮ່ວມກັບກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ສປປ.ລາວ ຈັດງານວາງສະແດງສິນຄ້າ Top Thai Brands 2019 ສຸດຍອດ ແບຣນໄທ ສຸດຍອດເຄື່ອຄ່າຍ ໄທ – ລາວ ລະຫວ່າງວັນທີ 6-10 ມີນາ2019 ທີ່ Lao ITECC (ຕຶກເກົ່າ) ນະຄອນຫຼວງວຽງຈັນ ສປປ.ລາວ ການຈັດງານຄັ້ງນີ້ເພື່ອປະຊາສໍາພັນສິນຄ້າ ແລະ ບໍລິການ ສຸດຍອດແບຣນໄທໃຫ້ເປັນທີ່ຮູ້ຈັກ ແລະ ເຊື່ອໝັ່ນ ຕະຫຼອດເຖີງການສ້າງຄວາມຕ້ອງການໃນຕະຫຼາດ ສປປ.ລາວ ແລະ ສະໜັບສະໜູນ ແລະ ສົ່ງເສີມໃຫ້ເກີດພະລັງຮ່ວມມືກັນສູງສຸດຂອງຜູ້ປະກອບການ ໄທ ແລະ ສປປ.ລາວ”

ປີນີ້ເຮົາມີທຸລະກິດກ່ຽວກັບ Food Truck ມາຮ່ວມພາຍໃນງານ ເຊີ່ງເປັນທຸລະກິດໃໝ່ທີ່ໜ້າລົງທຸນ ບູ໊ດ Food Truck ທຸກແບຣນພ້ອມທີ່ຈະໃຫ້ຄຳປຶກສາ ແນະນຳກ່ຽວກັບການລົງທຶນ ເຊິ່ງເຊື່ອວ່າຈະເປັນທະລະກິດຮູບແບບໃໝ່ໃນ ສປປ.ລາວ ທີ່ໜ້າສົນໃຈ ແລະ ຈະຂະຫຍາຍຕົວຕໍ່ໄປຢ່າງຕໍ່ເນື່ອງ ກໍ່ໃຫ້ເກີດຄວາມຮ່ວມມືຂອງສອງປະເທດຫຼາຍຂື້ນ ແລະ ທຸລະກິດຈະຂາຍຂອງອອນໄລ ເຊີ່ງກໍາລັງເປັນທີ່ນິຍົມທົ່ວໂລກ ຈາກຜູ້ປະກອບການຂອງໄທມາແບ່ງປັນເທັກນິກ ແຊປະສົບການທີ່ເຮັດໃຫ້ຕົນເອງປະສົບຄວາມສຳເລັດໃນທຸລະກິດຂາຍຂອງອອນໄລ

ນອກຈາກນີ້ ພາຍໃນງານຍັງມີສິນຄ້າ ແລະ ການບໍລິການຂອງໄທ ທີ່ມີຄຸນນະພາບ ແລະ ມາດຕະຖານ ສາມາດສົ່ງຕໍ່ສູ່ປະເທດເພື່ອນບ້ານ ລວມເຖີງນະວັດຕະກຳສິນຄ້າ ແລະ ການບໍລິການຮູບແບບ ໃໝ່ໆໄດ້ແກ່: ອາຫານ ແລະ ເຄື່ອງດື່ມ, ຜະລິດຕະພັນເພື່ອສຸຂະພາບ ແລະ ຄວາມງາມ, ເຄື່ອງໜັງ, ສິນຄ້າສຳລັບເດັກ, ສິນຄ້າອື່ນໆ ແລະ ຂອງໃຊ້ໃນຄົວເຮືອນ ລວມທັງໝົດຫຼາຍກວ່າ 200 ບູ້ດ ການເຈລະຈາທຸລະກິດ ແລະ ສຳມະນາ ແລະ ພົບກັບກິດຈະກຳພິເສດຫຼາຍຢ່າງເຊັ່ນ: ກິດຈະກໍາ Work Shop ເຊັ່ນ: ການເຮັດນໍ້າເພື່ອສຸຂະພາບ, ການເຮັດພວງກະແຈໜັງ, ການເພັ່ນເລັບ, ການເຮັດໂຄມໄຟປະດິດ, ການປັ້ນດິນ ແລະ ອື່ນໆອິກຫຼາຍຢ່າງ

ຮ່ວມສົນທະນາກັບຜູ້ປະກອບການລຸ້ນໃໝ່ ລວມເຖີງດາລາສິນລະປິນຊື່ດັງຫຼາຍທ່ານມາຮ່ວມໃນງານນຳເຊັ່ນ: ວັນທີ  7 ມີນາ ພົບກັບ ໄມ ພິລົມພອນ ນັກຮ້ອງທີ່ປ່ຽນໂຕເອງມາເຮັດທຸລະກິດ ຈະມາຮ່ວມສົນທະນາພ້ອມບອກເຄັດລັບດີໆໃນການເຮັດທຸລະກິດໃນຫົວຂໍ້ “ປາແດກເງິນລ້ານ ຈາກຄົວບ້ານສູ່ຄົວໂລກ” ວັນທີ8 ມີນາ ສົນທະນາແລກປ່ຽນປະສົບການ ຈາກນັກທຸລະກິດ ສປປ.ລາວ ພົບກັບ ໂຈໂຈ້ ມີຣາໂຄລ ໃນຫົວຂໍ້ “ທຸລະກິດຄອບຄົວ ເຕີບໃຫຍ່ຢ່າງຢັ້ງຢືນ” ແລະ ວັນທີ9 ມີນາ ພົບກັບ ວຸດທິທອນ ມິລິນພະຈິນດາ (ວຸດດີ້) ພິທີກອນຊື່ດັງຈາກປະເທດໄທ ມາຮ່ວມສົນທະນາ ແລະ ບອກເທັກນິກດີໆໃນການດໍາເນີນທຸລະກິດ ໃນຫົວຂໍ້ “ ຊີວິດ ມຸມມອງ ທຸລະກິດ ແລະ ເປົ້າໝາຍ

ນອກຈາກສາລະໜ້າຮູ້ດີໆທີ່ຈະໄດ້ຮັບພາຍໃນງານແລ້ວ ເຮົາຍັງມີຄວາມບັນເທີງຕ່າງໆຫຼາກຫຼາຍເຊັ່ນ: ວັນທີ 6 ມີນາ ພິທີເປີດງານພົບກັບສິນລະປິນຊື່ດັ່ງຈາກປະເທດໄທ ເກັ່ງ ທະຊະຢະ, ມິນິຄອນເສິດຈາກ ໄມ ພິລົມພອນ, ແພັດ ເພັດດາວອນ, ເພັນຕ້າຊິອ໋ອນ ແລະ ໃບເຕີຍ ອາສະຫຍາມ

ທ່ານນາງ ຍານີ ກ່າວວ່າ: ການຈັດງານໃນຄັ້ງນີ້ຫວັງວ່າ ຈະມີນັກທຸລະກິດທີ່ເຂົ້າຮ່ວມງານ ຜູ້ເຂົ້າຊົມງານທົ່ວໄປປະກອບດ້ວຍ ໜ່ວຍງານພາກລັດ ແລະເອກະຊົນ ທີ່ກ່ຽວຂ້ອງ ຕະຫຼອດຮອດປະຊາຊົນທົ່ວໄປປະມານ 70,000ຄົນ ແລະ ຄາດວ່າຈະມີເງິນພາຍໃນຫຼາຍກວ່າ 50 ລ້ານບາດ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.