ລົງນາມສໍາປະທານ ໂຄງການທາງດ່ວນນະຄອນຫຼວງວຽງຈັນ ໝາຍເລກ 1

 

ທີ່ໂຮງແຮມລາວພລາຊາ ອົງການປົກຄອງນະຄອນຫຼວງວຽງຈັນ ຕາງໜ້າໂດຍພະແນກແຜນການ-ການລົງທຶນ ນະຄອນຫຼວງວຽງຈັນ ແລະ ບໍລະສັດ ທາງດ່ວນນະຄອນຫຼວງວຽງຈັນ ໝາຍເລກ 1 ຈໍາກັດຜູ້ດຽວ ໄດ້ລົງນາມໃນສັນຍາສໍາປະທານ ໂຄງການທາງດ່ວນນະຄອນຫຼວງວຽງຈັນ ໝາຍເລກ 1.

ໂຄງການດັ່ງການແມ່ນຈະໄດ້ກໍ່ສ້າງທາງດ່ວນ ແຕ່້ຂດເສດຖະກິດສະເພາະ ບຶງທາດຫຼວງ ເມືອງໄຊເຊດຖາ ຫາ ດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຊິ່ງການໂຄງການໃນຮູບແບບ BOT (ເອກະຊົຮລົງທຶນກ່ອນ).

ສໍາລັບສ້າງທາງບໍລິສັດ ໄດ້ກະກຽມກົນຈັກໜັກ ວິສະວະກອນ ແຮງງານ ແຫຼ່ງວັດສະດຸ ໄວ້ຢ່າງພຽງພໍ ເພື່ອໃຫ້ໂຄງການດັ່ງກ່າວສໍາເລັດພາຍໃນປີ 2021 ຫຼື ສໍາເລັດພາຍໃນ 30 ເດືອນ ນັບແຕ່ມື້ລົງນາມໃນສັນຍາ ເຊິ່ງໂຄງການດັ່ງກ່າວມີໄລຍະສໍາປະທານ 50 ປີ ແລະ ສາມາດຕໍ່ໄດ້ອີກ 20 ປີ.

ການລົງນາມຄັ້ງນີ້ມີຂຶ້ນລະຫວ່າງ ທ່ານ ພູໂຂງ ບັນນະວົງ ພະ ແນກ ແຜນການ ການລົງທຶນ ນະຄອນຫຼວງວຽງຈັນ ແລະ ທ່ານ ພຶດສະພາ ພູມມະສັກ ຜູ້ອໍານວຍການບໍລະສັດ ທາງດ່ວນນະ ຄອນຫຼວງວຽງຈັນ ໝາຍເລກ 1 ຈໍາກັດຜູ້ດຽວ ເປັນກຽດເຂົ້າ ຮ່ວມໃນພິທີຄັ້ງນີ້ມີ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະ ຄອນຫຼວງວຽງຈັນ ມີບັນດາທ່ານລັດຖະມົນຕີ-ຮອງລັດຖະມົນຕີ ກະຊວງກ່ຽວຂ້ອງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ພ້ອມບັນດາຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ.

ທີ່ມາ: ໜັງ​ສື​ພິມ​ວຽງ​ຈັນ​ໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...