Saturday, November 15, 2025
Kbank Laos โอน รับ จ่าย

ດ່ວນ! ພາກ​ເໜືອ​ຕ້ອງ​ລະ​ວັງ ການລະບາດຂອງພະຍາດໝູຫູກ່ຳ

ກະຊວງກະສິກຳ ແລະ ປ່າໄມ້ໄດ້ອອກແຈ້ງການກ່ຽວກັບມາດຕະການກັນ ແລະ ສະກັດກັ້ນພະຍາດໝູຫູກ່ຳ ເລກທີ 0324/ກປລ, ລົງວັນທີ 08 ກຸມພາ 2019 ເພື່ອບໍ່ໃຫ້ພະຍາດດັ່ງກ່າວ ແຜ່ລະບາດອອກເປັນວົງກ້ວາງໄປສູ່ເຂດ ຫຼື ແຂວງອື່ນ ຈຶ່ງມີຄວາມຈຳເປັນຕ້ອງມີມາດຕະການກັນ, ຄວບຄຸມ ແລະ ກຳຈັດພະຍາດໂດຍໄວ ແລະ ເຂັ້ມງວດ. ພະຍາດນີ້ໄດ້ເກີດລະບາດຂຶ້ນຢູ່ນະຄອນຫຼວງວຽງຈັນເປັນຄັ້ງທຳອິດໃນເດືອນ ມິຖຸນາ 2010, ເຮັດໃຫ້ໝູເຈັບ ແລະ ຕາຍຫຼາຍພັນໂຕ ໄດ້ສ້າງຜົນກະທົບທາງລົບຕໍ່ການລ້ຽງໝູຂອງປະຊາຊົນຢ່າງຮ້າຍແຮງ.

ອີງຕາມແຈ້ງການ ເລກທີ 0324/ກປລ, ລົງວັນທີ 08 ກຸມພາ 2019 ແຈ້ງໃຫ້ຊາບວ່າ ໃນທ້າຍເດືອນມັງກອນ ຫາຕົ້ນເດືອນກຸມພາ 2019 ໄດ້ມີການລາຍງານໝູເຈັບ ແລະ ຕາຍ ຈຳນວນໜຶ່ງເຊິ່ງສູນວິໄຈພະຍາດສັດແຫ່ງຊາດໄດ້ກວດ ແລະ ພົບເຊື້ອພະຍາດດັ່ງກ່າວຢູ່ແຂວງຫຼວງພະບາງ ແລະ ແຂວງ ຜົ້ງສາລີ.

ພະຍາດຫູກ່ຳໝູ ແມ່ນພະຍາດຕິດແປດຮ້າຍແຮງ ສຳລັບໝູທຸກຊະນິດ, ທຸກເພດໄວ ແລະ ທຸກອາຍຸ ເຊິ່ງມີອາການສະແດງອອກໃນສອງກຸ່ມອາການຄື: 1) ອາການທາງລະບົບຫາຍໃຈ, ເປັນຫວັດ, ໄອ, ປອດບວມຢ່າງຮ້າຍແຮງ ແລະ 2) ອາການທາງລະບົບການຂະຫຍາຍພັນ,​ ມີຜົນກະທົບຢ່າງໜັກໜ່ວງ ສຳລັບໝູແມ່.

ພະຍາດນີ້ຈະມີລັກສະນະແບບຊ້າເຮື້ອແກ່ຍາວ, ຖ້າເປັນໝູຂາວຈະສັງເກດເຫັນໃບຫູກ່ຳດຳ ຄ້າຍຄືກັນກັບພະຍາດອະຫິວາໝູ.


ຂໍ້ມູນພາບ: https://www.nadis.org.uk/

ດັ່ງນັ້ນ, ກົມລ້ຽງສັດ ແລະ ການປະມົງ ອອກແຈ້ງການ ມີດັ່ງນີ້:

-ໃຫ້ຂະແໜງລ້ຽງສັດ ແລະ ການປະມົງແຂວງພາກເໜືອຂອງລາວ ປະສານສົມທົບກັບກັບພາກສ່ວນທີ່ກ່ຽວຂ້ອງຊຸກຍູ້ແນະນຳໃຫ້ປະຊາຊົນ ແລະ ຜູ້ປະກອບການເອົາໃຈໃສ່ ຕິດຕາມ ກວດກາ ສຸຂະພາບໝູຂອງຕົນ. ຖ້າພົບເຫັນໝູມີອາການຜິດປົກກະຕິ ໃຫ້ແຈ້ງສັດຕະວະແພດບ້ານ ແລ້ວລາຍງານຕໍ່ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ເພື່ອມອບໝາຍໃຫ້ພະນັກງານສັດຕະວະແພດລົງຕິດຕາມກວດກາພະຍາດຕົວຈິງ.

-ໃຫ້ຂະແໜງລ້ຽງສັດ ແລະ ການປະມົງແຂວງ ປະສານສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ສັດຕະວະແພດບ້ານ ລົງຊຸກຍູ້ ແລະ ແນະນຳ ວິທີການລ້ຽງໝູດ້ວຍລະບົບປ້ອງກັນພະຍາດທາງດ້ານຊີວະພາບ ແລະ ມາດຕະການດ້ານສຸຂະນາໄມເຊັ່ນ: ການເຮັດອະນາໄມ ທຳຄວາມສະອາດ ແລະ ການຂ້າເຊື້ອຄອກສັດ.

-ເອົາໃຈໃສ່ຕິດຕາມກວດການເຄື່ອນຍ້າຍໝູຢ່າງເຄັ່ງຄັດ, ໂດຍອະນຸຍາດໝູທີ່ມີສຸຂະພາບແຂງແຮງ ແລະ ມີໃບຢັ້ງຢືນສຸຂະພາບສັດທີ່ອອກໃຫ້ໂດຍພະນັກງານສັດຕະວະແພດຢ່າງເປັນທາງການທີ່ຕິດມາກັບການເຄື່ອນຍ້າຍເທົ່ານັ້ນ. ຖ້າບໍ່ມີໃບແຈ້ງການນຳເຂົ້າ-ສົ່ງອອກຂອງກົມລ້ຽງສັດ ແລະ ການປະມົງ ແລະ ບໍ່ມີໃບຢັ້ງຢືນການກວດກາດ້ານສຸຂະພາບສັດ ຫຼື ການຢັ້ງຢືນການກວດກາດ້ານສຸຂານາໄມຜະລິດຕະພັນສັດຈາກສັດຕະວະແພດຂອງລັດຈາກປະເທດຕົ້ນທາງ ແມ່ນບໍ່ອະນຸຍາດໃຫ້ມີການຂົນສົ່ງເຄື່ອນຍ້າຍນຳເຂົ້າຢ່າງເດັດຂາດ.


ຂໍ້ມູນພາບ: https://www.nadis.org.uk/

 

ໃນກໍລະນີ ເຈົ້າໜ້າທີ່ສັດຕະວະແພດປະຈຳດ່ານ ກວດພົບເຫັນຜູ້ລະເມີດ ຝ່າຝືນ, ເຈົ້າໜ້າທີ່ຈະດຳເນີນຕະດີມາຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ ແລະ ກັກກັນ, ທຳລາຍ ໝູ ຫຼື ຜະລິດຕະພັນໝູທີ່ມີພະຍາດ.

ທີ່​ມາ: ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ / Lao PDR Trade Portal

MAF_DLF_Notification-0324_08022019-LA

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.