ເສັ້ນທາງລົດໄຟຄວາມໄວສູງ ລາວ-ໄທ​ ຈະດຳເນີນ​ໃນ​ ປີ​ 2023

 

ການກໍ່ສ້າງທາງລົດໄຟ ລາວ-ຈີນ​ ຈະສຳເລັດໃນປີ 2021​ ແຕ່ເສັ້ນທາງລົດໄຟນີ້ບໍ່ໄດ້ເຊື່ອມຕໍ່ກັບ ເຄືອ​ຂ່າຍທາງລົດໄຟຂອງໄທ ຈົນກວ່າຈະຮອດປີ 2023​ ທ່ານ​ ນັດທະພອນ ຊາຕະສີພິທັກ ເຈົ້າໜ້າທີ່ອາວຸດໂສຂອງໄທ ໄດ້ກ່າວ​ເມື່ອ​ອາທິດ​ທີ່​ຜ່ານ​ມາ​ວ່າ:

ການກໍ່ສ້າງທາງລົດໄຟໄທ-ຈີນ​ ຈະດຳເນີນກໍ່ສ້າງຈາກກຸງເທບ​ ຫາ​ ໜອງຄາຍ ຮອດຊາຍແດນ​ ລາວ-ໄທ​ ໂດຍລັດຖະບານຈະພັກດັນໃຫ້ແລ້ວໃນປີ 2023. ຮອງນາຍົກລັກຖະມົນຕີຂອງໄທ ກ່າວໃນຫນັງສືພີມ ບາງກອກໂພສເມື່ອ​ອາທິດ​ທີ່ຜ່ານມາ​ວ່າ​: ເມື່ອ​ເປີດ​ນໍາໃຊ້ລົດໄຟສາຍນີ້ແລ້ວ ມັນຈະ​ເຊື່ອມ​ຕໍ່ກັບທາງລົດໄຟ ລາວ-ຈີນ.​ ຕາມແຜນແມ່ນຈະໄດ້ແບ່ງອອກເປັນສອງໄລຍະຄື: ໄລຍະ​ທຳອິດ​ຈາກ​ ກຸງເທບ​ ຫາ​ ນະຄອນຣາດຊະສີມາ ລວມໄລຍະທາງແມ່ນ 253​ ກິໂລແມັດ​ ໄລຍະທີສອງ​ແມ່ນ​ ຈາກນະຄອນຣາດຊະສີມາ ຫາ​ ໜອງຄາຍ​ ລວມໄລຍະທາງແມ່ນ​ 355 ກິໂລແມັດ.​

ການກໍ່ສ້າງໃນຊ່ວງທຳອິດ​ແມ່ນ​ເລີ່ມ​ຂຶ້ນ​ມີໄລຍະ 3.5 ກິໂລແມັດ​ (ບ້ານກາງດົງ -​ ບ້ານປາງອະໂສກ)​ໃຊ້ງົບປະມານ 430ລ້ານບາດ ມີທັງຫມົດ 6 ສະຖານີ​ ຄາດວ່າຈະແລ້ວໃນປີ 2022 ໂດຍສະມາດຮອງຮັບຜູ້ໂດຍສານໄດ້ 5,300 ຄົນ/ວັນ​.

ທີ່​ມາ: ໜັງ​ສື​ພິມ ວຽງ​ຈັນ​ທາມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...