Saturday, July 19, 2025
Kbank Laos โอน รับ จ่าย

​ປວງ​ຊົນ​ລາວ​ທັງ​ຊາດ ຕ້ອງເພີ່ມ​ທະ­ວີ​​ສາ­ມັກ­ຄີກັນ​ໃຫ້​ແໜ້ນ​​ໜາ​ຂຶ້ນກວ່າ​ເກົ່າ

ພັກ​ເຮົາ​ໄດ້​ກໍາ​ນົດ​ໄວ້​ວ່າ ການເພີ່ມ​ທະ­ວີ​ຄວາມ​ສາ­ມັກ­ຄີ​ທົ່ວ​ປວງຊົນ​ລາວ​ທັງ​ຊາດ ເປັນ​ໜ້າ­ທີ່​ຍຸດ​ທະສາດ​ຍາວ​ນານ​ຂອງ​ພັກ​ເຮົາ ເຊິ່ງ​ໃນ​ໄລ­ຍະ​ຜ່ານ​ມາ, ກໍ່​ຄື​ປັດ­ຈຸ­ບັນ ແລະ ອະ­ນາ­ຄົດ, ຄວາມ​ສາ­ມັກ­ຄີ​ທົ່ວ​ປວງ ຊົນ​ໄດ້​ເປັນ, ພວມ​ເປັນ ແລະ ຈະ​ເປັນ ກໍາ​ລັງ​ແຮງ​ສັງ​ລວມ ແລະ ເປັນ​ປັດ​ໄຈ​ຕັດ­ສິນ​ການ​ຄົງ​ຕົວ ແລະ ຂະ­ຫຍາຍ­ຕົວ​ຂອງ​ຊາດ​ລາວ​ເຮົາ.

ເພື່ອ​ໃຫ້​ຄວາມ​ສາ­ມັກ­ຄີ​ທົ່ວ​ປວງຊົນ​ພາຍ​ໃນ​ຊາດ ມີ​ຄວາມ​ເປັນ​ປຶກ ແຜ່ນ​ແໜ້ນ­ໜາ​ນັ້ນ, ພວກ​ເຮົາ​ຕ້ອງເອົາ­ໃຈ­ໃສ່​ບາງ​ບັນ­ຫາ​ຄື:

ເພີ່ມ​ທະ­ວີ​ພັນ­ທະ​ພາບ​ກໍາ​ມະກອນ​ຊາວ​ນາ. ຊາວ​ກະ­ສິ­ກອນ, ນັກ­ຮຽນ​ຮູ້​ປັນ­ຍາ​ຊົນ​ປະ­ຕິ­ວັດ​ໃຫ້​ມີ ຄວາມ​ແໜ້ນ​ແກ່ນ; ຕັ້ງ­ໜ້າ​ປະ­ຕິ­ບັດ ສິດ​ສະ­ເໝີ­ພາບ ແລະ ເສີມ​ສ້າງຄວາມ​ປອງ​ດອງ​ລະ­ຫວ່າງ​ເຜົ່າ ແລະ ຊັ້ນ​ຄົນ​ຕ່າງໆ, ​ກໍາ​ຈັດ​ແກ້​ໄຂ​ທຸກ​ປະ­ກົດ​ການ ແລະ ການ​ກະ​ທໍາ​ທີ່ ຈະ​ກໍ່­ໃຫ້­ເກີດ​ຄວາມ​ຂັດ​ແຍ້ງ, ຄວາມ​ອາ​ຄາດ​ບາດ­ໝາງ​ກັນ​ລະ­ຫວ່າງເຜົ່າ ຫລື ລະ­ຫວ່າງ​ຊັ້ນ​ຄົນ​ຕ່າງໆ; ເພີ່ມ​ທະ­ວີ​ການ​ສຶກ­ສາ​ອົບ­ຮົມ​ທົ່ວປວງ​ຊົນ​ໃຫ້​ຮັບ​ຮູ້ ແລະ ເຂົ້າ­ໃຈ​ຢ່າງເລິກ­ເຊິ່ງ​ກ່ຽວ​ກັບ​ມູນ­ເຊື້ອ ແຫ່ງຄວາມສາ­ມັກ­ຄີ​ຮັກ­ແພງ, ເອື້ອ­ເຟື້ອ ເພື່ອ​ແຜ່​ຊ່ວຍ­ເຫລືອ​ກັນ, ຢູ່​ຮ່ວມ​ກັນດ້ວຍ​ຄວາມ​ປອງ ແລະ ພ້ອມ­ພຽງ ກັນ​ສ້າງ­ສາ​ພັດ­ທະ­ນາ​ບ້ານ​ຊ່ອງ ແລະ ປະ­ເທດ​ຊາດ; ເພີ່ມ​ທະ­ວີ​ສະ­ຕິ ລະ­ວັງ​ຕົວ​ຕໍ່​ການ­ເຄື່ອນ­ໄຫວ ຂອງ ອິດ​ທິ​ກໍາ​ລັງ​ປໍ​ລະ​ປັກ ແລະ ພວກ​ຄົນ ບໍ່​ດີ ທີ່​ຫວັງ​ມ້າງ​ເພ​ທໍາ​ລາຍ​ຄວາມ ສາ­ມັກ­ຄີ​ລະ­ຫວ່າງ​ເຜົ່າ ແລະ ​ຊັ້ນ​ຄົນ ຕ່າງໆ; ສະ­ກັດ​ກັ້ນ​ກົນ​ອຸ­ບາຍ​ສວຍ ໃຊ້​ບັນ­ດາ­ເຜົ່າ ແລະ ສາ­ສະ­ໜາ ເພື່ອ ແບ່ງ​ແຍກ​ຄວາມ​ສາ­ມັກ­ຄີ, ກໍ່​ຄວາມ ຫຍຸ້ງ­ຍາກ​ໃນ​ສັງ­ຄົມ; ຕັ້ງ­ໜ້າ​ເອົາ­ໃຈ ໃສ່​ການ​ປູກ​ຈິດ​ສໍາ​ນຶກ​ກ່ຽວ​ກັບ ຄວາມ​ສາ­ມັກ­ຄີ​ປອງ​ດອງ ລະ­ຫວ່າງ ເຜົ່າ​ໃຫ້​ຄົນ​ລຸ້ນ​ສືບ​ທອດ; ສ້າງ​ໂອ ກາດ ແລະ ເງື່ອນ­ໄຂ​ໃຫ້​ລູກ​ຫລານ ຂອງ​ຊົນ­ເຜົ່າ​ຕ່າງໆ ໄດ້​ຮັບ​ການ​ສຶກສາ ແລະ ມີ​ວິ­ຊາ​ສະ­ເພາະ; ສືບ­ຕໍ່​ປະ ຕິ​ບັດ​ນະ­ໂຍ­ບາຍ​ຊຸກ­ຍູ້​ສົ່ງ­ເສີມ​ພະນັກ​ງານ​ຊົນ­ເຜົ່າ; ສືບ­ຕໍ່​ປະ­ຕິ­ບັດ​ນະໂຍ​ບາຍ​ສົ່ງ­ເສີມ​ເພດ​ຍິງ, ຄວາມ ສະ­ເໝີ­ພາບ​ລະ­ຫວ່າງ​ຍິງ-​ຊາຍ; ເສີມ​ຂະ­ຫຍາຍ​ສິດ​ເປັນ​ເຈົ້າ​ຂອງ ປະ­ຊາ­ຊົນ​ບັນ­ດາ­ເຜົ່າ, ຍົກ​ສູງ​ຄວາມ ຕື່ນ​ຕົວ​ການ­ເມືອງ ໄປ​ຄຽງ​ຄູ່​ກັບ ການ​ປັບ­ປຸງ​ຊີ­ວິດ​ການ​ເປັນ​ຢູ່​ທາງດ້ານ​ວັດ­ຖຸ ແລະ ຈິດ­ໃຈ ຂອງ​ປະ­ຊາຊົນ​ບັນ­ດາ­ເຜົ່າ ໃຫ້​ນັບ​ມື້​ດີ​ຂຶ້ນ; ສືບ­ຕໍ່ ປະ­ຕິ­ບັດ​ນະ­ໂຍ­ບາຍ​ອັນ​ສະ­ເໝີ​ຕົ້ນ ສະ­ເໝີ​ປາຍ ຕໍ່​ພີ່­ນ້ອງ​ເຊື້ອ​ຊາດ​ລາວ ຢູ່​ຕ່າງ­ປະ­ເທດ​ທີ່​ມີ​ຈິດ­ໃຈ​ຮັກ​ເຊື້ອ​ແພງ​ຊາດ ໃຫ້​ເຂົາ­ເຈົ້າ​ມີ​ເງື່ອນ­ໄຂ​ປະ­ກອບ­ສ່ວນ​ທາງ​ດ້ານ​ສະ­ຕິ­ປັນ­ຍາ, ຄວາມ​ຮູ້​ຄວາມ​ສາ­ມາດ ແລະ ທຶນ­ຮອນ​ເຂົ້າ​ໃນ​ການ​ສ້າງ­ສາ​ພັດ ທະ​ນາ​ປະ­ເທດ​ຊາດ ສູ່​ຄວາມ​ວັດ​ທະ ນະ​ຖາ​ວອນ.

ການ​ປະ­ຕິ­ບັດ​ແນວ­ທາງ​ຂອງ ພັກ ໃນ​ການ​ເພີ່ມ​ທະ­ວີ​ມະ­ຫາ​ສາ​ມັກ ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ຕະ­ຫລອດໄລ­ຍະ​ຜ່ານ​ມາ ໄດ້​ມີ​ໝາກ​ຜົນ​ສໍາ ຄັນ, ອົງ­ການ​ແນວ​ລາວສ້າງ​ຊາດ ແຕ່​ລະ​ຂັ້ນ ໄດ້​ມີ​ຄວາມ​ພະ­ຍາ­ຍາມ ຈັດ​ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ແນວ​ໂຮມ ຂອງ​ພັກໃນ​ໄລ­ຍະ​ໃໝ່ຢ່າງ​ເປັນ​ເຈົ້າການ, ປະ­ກອບ​ສ່ວນ​ສໍາ​ຄັນ​ໃນ​ການ ເຕົ້າ­ໂຮມ​ຄວາມ​ສາ­ມັກ­ຄີ, ເປັນ­ໃຈ ກາງ​ເຕົ້າ​ໂຮມ​ຄໍາ​ຄິດ​ຄໍາ​ເຫັນ​ຂອງສັງ­ຄົມ ທີ່​ມີ​ຕໍ່​ແນວ­ທາງ​ນະ­ໂຍ­ບາຍ, ກໍ່​ຄື​ວຽກ​ງານ​ຕ່າງໆຂອງ​ພັກ-​ລັດ.

ພ້ອມ​ກັນ​ນັ້ນ ກໍ່​ໄດ້​ເປັນ​ເຈົ້າ​ການ ປຸກ­ລະ­ດົມ ບັນ­ດາ ​ຊັ້ນ​ຄົນ​ໃນ​ສັງ­ຄົມ ​ລວມ​ທັງ​ພີ່­ນ້ອງ​ເຊື້ອ​ຊາດ​ລາວ​ຢູ່ ຕ່າງ­ປະ­ເທດ ເຂົ້າ​ຮ່ວມ​ຈັດ​ຕັ້ງ​ປະ­ຕິ­ບັດ​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ ແລະ ລັດ, ປະ­ກອບ­ສ່ວນ​ສະ­ຕິ­ປັນ­ຍາ ແລະ ທຶນ­ຮອນ ເຂົ້າ​ໃນ​ການ​ປົກ​ປັກຮັກ­ສາ ແລະ ສ້າງ­ສາ​ພັດ­ທະ­ນາ​ປະເທດ​ຊາດ ຢ່າງ​ເປັນ​ຂະ­ບວນ​ການກວ້າງ­ຂວາງ, ເຮັດ​ໃຫ້​ຄວາມ​ສາ​ມັກ ຄີ​ປອງ​ດອງ​ພາຍ​ໃນ​ຊາດ​ລາວ​ເຮົາ ມີ​ຄວາມ​ເປັນ​ປຶກ​ແຜ່ນ, ໝັ້ນ​ໜຽວເປັນ​ໜຶ່ງ​ດຽວ​ໃນ​ວົງ​ຄະ­ນາ​ຍາດ ແຫ່ງ​ຊາດ​ລາວ.

ທີ່​ມາ: ຂ່າວ​ສານ​ປະ​ເທດ​ລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.