ເມືອງໄຊສະຖານ ເປັນເມືອງທີ່ 11 ຂອງແຂວງໄຊຍະບູລີ ເຊິ່ງຫ່າງຈາກເທດສະບານແຂວງ ພຽງແຕ່ 65 ກມ, ເປັນເມືອງທີ່ມີອາກາດເຢັນສະບາຍຕະຫຼອດປີ. ພາຍໃນເມືອງ ມີແຫຼ່ງທ່ອງທ່ຽວທີ່ສວຍງາມ ເຊັ່ນ: ຈຸດຊົມວິວ ທີ່ສາມາດເບິ່ງວິວທິວທັດໄດ້ແບບ 360 ອົງສາ, ມີເຮືອນຍາວຈຳລອງຂອງເຜົ່າໄປຣ່, ຊົມຕົ້ນຊາໃຫຍ່ພັນປີ, ອາບນ້ຳໄສໄຫຼເຢັນທີ່ນ້ຳຕົກຕາດນ້ຳປວດ, ນອກຈາກນີ້ ທ່ານຍັງຈະໄດ້ສຳພັດກັບວິຖີຊີວິດຂອງຊົນເຜົ່າໄປຣ່ ເຊັ່ນ: ການເກັບໃບຊາ ແລະ ການຂົ້ວຊາແບບດັ້ງເດີມ.

ທີ່​ມາ: Exploring Sayaboury

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 23

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້