​ມາ​ຮູ້​ຈັກ! ທີ່​ມາ ຫຼື​ບ່ອນກໍາເນີດເຜົ່າຄົນລາວ

ກ່ອນນີ້ 5.000 ປີ ໄດ້ປາກົດມີຊົນເຜົ່າຫນຶ່ງທີ່ອາໄສຢູ່ຮ່ວມ​ກັນເປັນກຸ່ມກ້ອນ ແລະ ທໍາມາຫາກິນຢ່າງສະຫງົບສຸກ ຢູ່ທີ່​ພູອັນໄຕ ຫລື ແອນໂຕ (ປະເທດມົງໂກເລຍປັດຈຸບັນ).

ແລ້ວຄົນເຜົ່ານີ້,ກໍພາກັນອົບພະຍົບລົງສູ່ທິດໃຕ້ ເພື່ອຕັ້ງຖິ່ນຖານຢູ່ດິນແດນທີ່ກວ້າງໃຫຍ່ ເລາະຕາມແມ່ນໍ້າສອງສາຍ ຄື : ແມ່ນ້ຳຮວງໂຫ ແລະ ແມ່ນຢັ້ງຈື ຫລື ແຍງຊີກຽງ.

ພາກັນຕັ້ງເມືອງຂຶ້ນເປັນ 2 ເມືອງຄື: ເມືອງລຸງ ແລະ ເມືອງປາ ຕໍ່ມາຈິ່ງຕັ້ງຂຶ້ນອີກເມືອງຫນຶ່ງຊື່ວ່າ ເມືອງຊຽງອານ.

ເຜົ່າຊົນພວກນີ້ຖືກເອີ້ນຊື່ວ່າ “ເຜົ່າດາວ”  ຫລື “ ເຜົ່າລາວ ” ແລ້ວກໍ່ຖືກພວກເຈ້ກ ຫລືຈີນມາຮົບເຣວຈິ່ງແຕກອອກຈາກທັງ 3 ເມືອງລົງສູ່ໃຕ້ ແລະ ທິດຕາເວັນຕົກ ພາກັນຕັ້ງເມືອງໃຫມຂຶ້ນອີກ 3 ເມືອງ ຄື: ເມື່ອງເສສວນ ເມືອງງ້ຽວ ແລະ ເມືອງເພງາຍ ຍັງຖືກພວກຈີນມາຮົບເຣວອີກ ຈິ່ງພາກັນແຕກລົງສູ່ທາງໃຕ້ອີກ ມາຕັ້ງເມືອງປາກອ້າຍຂຶ້ນ ແລ້ວຕໍ່ມາກໍຕັ້ງເປັນອານາຈັກຫນອງແສ ຈົນຮຸ່ງ ເຮືອງ ເປັນອານາຈັກທີ່ໄດ້ສ້າງເມືອງຂຶ້ນເຖິງ 6 ເມືອງຄື: ເມືອງມົ້ງຊຸ້ຍ ເມື່ອງເອັ້ຍເຊ້ ເມືອງລ້າງກົງ ເມື່ອງເທັງຊຽງ ເມື່ອງຊີລ້າງ ແລະ ເມືອງມົ້ງເສ.

ນັບຕັ້ງແຕ່ພວກເຜົ່າຄົນລາວໄດ້ສ້າງເມືອງເພງາຍພຸ້ນມາ ພວກເຂົາ ກໍມີຜູ້ປົກຄອງຄົນລາວເພື່ອເປັນປຶກແຜ່ນ ເຊິ່ງເລີ່ມຕົ້ນທໍາອິດທ່າອໍກໍແມ່ນ ຂຸນເມັງ ຫລື ຂຸນເມືອງ ຂຶ້ນປົກຄອງລາວເມື່ອປີ ພ.ສ 320 ຕໍ່ມາ ປີ ພ.ສ 551 ( ປີ ຄ.ສ 08 ) ກໍແມ່ນຂຸນວັງເມືອງ ຕໍ່ໃສ່ຂຸນໄລລາວ ເມື່ອປີ ພ.ສ 621 (ປີ ຄ.ສ 78 ).

ອານາຈັກຫນອງແສ ຫລື ນ່ານເຈົ້າ ຫລື ຕາລີຟູ ຕັ້ງຂຶ້ນເທື່ອທໍາອິດ ຢູ່ເຢັນເປັນສຸກເຖິງ 100 ປີ ( ເຖິງປີ ພ.ສ 768 ປີ ຄ.ສ 225 ) ຢູ່ຈີນກໍເກີດເສິກສາມກົກຮົບເຮວກັບອານາຈັກຫນອງແສ ອັນມີເຈົ້າສີນຸໂລເປັນປະມຸກອານາຈັກຫນອງແສ ແລ້ວກໍເສຍເອກະລາດໃຫ້ແກ່ຈີນ.

ເຖິງປີ ພ.ສ 1.192 ( ປີ ຄ.ສ 649 ) ພຣະເຈົ້າສີຫະນະຣະປົກ ຄອງອານາຈັກຫນອງແສ ໄດ້ຟື້ນຟູ ອານາຈັກຫນອງແສຈະເຣີນຮຸ່ງເຮືອງ ຈົນພະອົງສິ້ນພະຊົນ ພະເຈົ້າໂລເສັງ ຫລື ພະເຈົ້າຫລວງແສ ( ພະຣາຊະໂອຣົດ ) ຂຶ້ນປົກຄອງແທນສືບຕໍ່ມາອີກຫລາຍຣາຊະການ ແຕ່.. ບໍ່ມີຕໍານານທີ່ໄດ້ບັນ ທຶກເອົາໄວ້ ຈົນລ່ວງເລີຍມາເຖິງ …

ທີ່​ມາ​ຂໍ້​ມູນ: ພ​ຣະ​ເຈົ້າ​ຟ້າ​ງຸ່ມ ແຫຼ່ງ​ຫຼ້າ​ທໍ​ລະ​ນີ ຮີບ​ໂຮມ​ໂດຍ ດວງ​ໄຊ​ ຫຼວງ​ພະ​ສີ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: