ປ໋ອກຕຸຍການ ເປີດຫ້ອງການກົງສຸນ ກິຕິມະສັກ ປະຈໍາ ສປປ ລາວ

ທີ່ ອາຄານ ເຄຊີ (ນາໄຮ່ດຽວ ເມືອງຈັນທະບູລີ ນະຄອນຫຼວງ ວຽງ ຈັນ) ນະຄອນຫຼວງວຽງຈັນ ຈັດພິທີເປີດຫ້ອງການ ກົງສຸນ ກິຕິມະສັກ ປະເທດ ປ໋ອກຕຸຍການ ປະຈໍາແຫ່ງ ສປປ ລາວ.

ສຳລັບການເປີດຫ້ອງການກົງສຸນກິຕິມະສັກຄັ້ງນີ້ມີຂອບເຂດການເຄື່ອນໄຫວທົ່ວສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນຂອບເຂດເຄື່ອນໄຫວດັ່ງກ່າວນັ້ນ ທ່ານ ນາງ ຈັນທະຈອນ ວົງໄຊ ຈະໄດ້ຮັບຄວາມສະດວກ ອະພິສິດ ແລະ ສິດຄຸ້ມຄອງເປັນທັງກົງສຸນ ທີ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມອບໃຫ້ ໃນຖານະເປັນກົງສຸນກິຕິມະສັກຂອງຕ່າງປະເທດ ໂດຍການຮັບຮອງຂອງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງປະເທດ ປ໋ອກຕຸຍການ.

ເຂົ້າຮ່ວມໃນພິທີຄັ້ງນີ້ມີ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທ່ານ Francisco Vazpatto ເອກອັກຄະລັດຖະທູດແຫ່ງປ໋ອກຕຸຍການ ປະຈໍາບາງກອກ ປະເທດ ໄທ ພ້ອມພາກສ່ວນກ່ຽວຂ້ອງ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...