ປະຫວັດສາດ ຕອນ ເຈົ້າອະນຸວົງ ໄດ້ຮັບສະຖາປະນາເປັນອຸປະຮາດ

ເຈົ້າອະນຸວົງ

ສົມເດັດພະເຈົ້າອະນຸວົງໄດ້ລົງໄປຢູ່ກຸງເທບ ແຕ່ພະຊົນໄດ້ 11 ປີ ແລະ ໄດ້ທົງສຶກສາວິຊາການຕ່າງໆຮ່ວມກັບບັນດາພະລາຊະໂອລົດ ພະລາຊະວັດ ດາ ຂອງພະເຈົ້າແຜ່ນດິນສະຫຍາມໃນພະບໍລົມມະຫາລາຊະວັງ ຕະຫຼອດມາ ຈົນພະຊົນມາຍຸໄດ້ 27 ປີ.

ເນື່ອງຈາກພະອົງໄດ້ປະທັບຢູ່ໃນກຸງເທບເປັນເວລາເຫິງນານເຖິງ 16 ປີ ພະອົງຈຶ່ງໄດ້ຮູ້ເຫັນແບບຢ່າງຂະນົບທໍານຽມແລະຄຸ້ນເຄີຍຮັກແພງກັບບັນ ດາເຈົ້ານາຍເຊື້ອວົງກະສັດສະຫຍາມເປັນອັນມາກ ໂດຍສະເພາະຢ່າງຍິ່ງ ພະເຈົ້າແຜ່ນດິນສະຫຍາມລັດຊະການທີ 2 ເຊິ່ງກົງພະນາມວ່າພະພຸດທະເລີດ ຫຼ້ານະພາໄລ ຕັ້ງແຕ່ຍັງທົງພະເຍົາໄວມານກັນ ໃນເລື່ອງນີ້ທ່ານຜູ່ອ່ານຈະ ໄດ້ເຫັນສາໍເນົາຈົດຫມາຍທີ່ພະເຈົ້າແຜ່ນດິນສະຫຍາມລັດຊະການທີ 2 ໃຫ້ເຈົ້າ ພະຍາຈັກກຣີຂຽນມາເຖິງພະເຈົ້າອະນຸ ທີ່ຈະກ່າວຂ້າງຫນ້າ.

ເມື່ອເຈົ້າອິນທະວົງ ໄດ້ມາເປັນເຈົ້າແຜ່ນດິນວຽງຈັນແລ້ວ ພະອົງຈຶ່ງທົງສະຖາປະນາເຈົ້າອະນຸວົງ ນ້ອງຂຶ້ນເປັນເຈົ້າມະຫາອຸປະຮາດ ຕາມພະລາຊະປະເພນີສືບຕໍ່ມາ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...