ຈົບລົງຢ່າງສວຍງາມແລະປະສົບຄວາມສຳເລັດເກີນເປົ້າໝາຍທີ່ວາງໄວ້ ສຳຫລັບງານ “Top Thai Brands 2019” ທີ່ ນະຄອນຫຼວງວຽງຈັນ ສປປ ລາວ ໃນວັນທີ 6-10 ມີນາ ທີ່ຜ່ານມາ ພ້ອມມູນຄ່າການຊື້ຂາຍພາຍໃນງານລວມຫຼາຍກວ່າ 36 ລ້ານບາດ ແລະ ຄາດວ່າຈະສ້າງມູນຄ່າການຊື້ຂາຍຕໍ່ເນື່ອງໄປອີກ 1 ປີ ເປັນເງິນອີກຫລາຍກວ່າ 170 ລ້ານບາດ ເຊິ່ງນັບເປັນການສານຕໍ່ເຊື່ອມໂຍງທຸລະກິດລາວ-ໄທ ທີ່ປະສົບຄວາມສຳເລັດຢ່າງຍິ່ງ

ສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ ທີ່ນະຄອນຫຼວງວຽງຈັນ
ທ່ານນາງ ຍານີ ສີມີໄຊ ອັກຄະຣາດຊະທູດທີ່ປຶກສາ (ຝ່າຍພານິດ) ສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ ທີ່ນະຄອນຫຼວງວຽງຈັນ ສະຖານເອກອັກຄະຣາດຊະທູດ ແຫ່ງລາຊະອານາຈັກໄທ ເປີດເຜີຍວ່າ ການຈັດງານຄັ້ງນີ້ປະສົບຄວາມສຳເລັດຫລາຍທາງດ້ານຍອດຂາຍສິນຄ້າພາຍໃນງານ ແລະ ການຈັບຄູ່ທຸລະກິດ ໂດຍໃນປີນີ້ ມີຈຳນວນ ຄູຫາທີ່ເຂົ້າມາຮ່ວມງານທັງໝົດ 200 ຄູຫາ ແບ່ງອອກເປັນປະເພດສິນຄ້າ ODOP ຈາກ ສປປ ລາວ ອີກ 20 ຄູຫາ
ຜົນສຳເລັດດັງກ່າວ ເກິດຈາກການທີ່ຜູ້ເຂົ້າຮ່ວມງານສະແດງສິນຄ້າສາມາດຫາຕົວແທນຈຳຫນ່າຍໄດ້ເພິ່ມຂື້ນ ແລະ ມີການລົງນາມໃນບັນທຶກຄວາມເຂົ້າໃຈ (MOU) ກັນຫຼາຍທຸລະກິດ ບໍ່ວ່າຈະເປັນທຸລະກິດແຟນໄຊສ, ບັນຈຸ ແລະ ທີ່ສຳຄັນ ຄືທຸລະກິດ Food Truck ເຊິ່ງເປັນຜົນມາຈາກການຈັບມືກັນ ລະຫວ່າງ Kolao Group ກັບ Siam Auto Car ໃນານປະກອບລົດ Food Truck ໃນສປປ ລາວ ເປັນຄັ້ງທຳອິດ ແລະ ມີຜູ້ສັ່ງຊື້ໃນງານ Top Thai Brands 2019 ແລ້ວ 16 ຄັນ ມູນລະຄ່າ 6.2 ລ້ານບາດ ແບ່ງອອກເປັນລົດປະກອບສຳເລັດ 3 ຄັນ ແລະສະເພາະຫົວລາກ 13 ຄັນ ແລະຄາດວ່າ ພາຍໃນ 1 ປີ ຈະມີການສັ່ງຊື້ອີກ 97 ຄັນ ແບ່ງອອກເປັນລົດປະກອບສຳເລັດ 50 ຄັນ ແລະສະເພາະຫົວລາກ 47 ຄັນ ລວມເປັນມູນລະຄ່າ 61 ລ້ານບາດ

“ຈຳນວນຄົນທີ່ມາງານນີ້ ກໍຫລາຍກວ່າປີທີ່ຜ່ານມາ ຂະນາທີ່ສິນຄ້າທີ່ນຳມາຈັດສະແດງກໍຫລາກຫລາຍກວ່າເກົ່າທັງໆທີ່ເປັນຜູ້ພັກຍາວຂອງ ສປປ ລາວ ເນື່ອງຈາກເປັນວັນແມ່ຍິງສາກົນ ເຊິ່ງຄົນລາວຈະອອກໄປຝັ່ງໄທ ແຕ່ໃນຂະນະດຽວກັນ ຜູ້ທີ່ເຂົ້າມາໃນງານນີ້ ກໍເຂົ້າໃຈງານຫລາຍຂື້ນ ບໍ່ວ່າງານຂາຍຍ່ອຍຢ່າງດຽວ ແຈ່ເປັນການເບິ່ງຫາທຸລະກິດໃໝ່ໆ ຮວ່ມກັນຫລາຍຂື້ນດ້ວຍ ເພາະ ສປປ ລາວ ມີຊາຍແດນຕິດກັບຫລາຍປະເທດ ຈື່ງຢາກໃຫ້ຜູ້ປະກອບການທີ່ເບິ່ງວ່າ ສປປລາວ ເປັນຕະຫຼາດນ້ອຍໄດ້ເຫັນເຖິງສັກກະຍະພາບຂອງຕະຫຼາດນີ້ວ່າຜູ້ປະກອບການຄົນລາວບາງຄົນທີ່ເຂົ້າຕິດຕໍ່ໃນງານນີ້ ກໍບໍ່ໄດ້ສັ່ງຊື້ເພື່ອຈຳໜ່າຍສະເພາະໃນ ສປປ ລາວ ພຽງຢ່າງດຽວ ແຕ່ສັ່ງຊື້ເພື່ອຈະສົ່ງອອກໄປຫວຽດນາມ ແລະ ຈີນດ້ວຍ”
ທ່ານນາງ ຍານີ ກ່າວວ່າ ສຳຫລັບມູນຄ່າຊື້ຂາຍພາຍໃນງານປີນີ້ ລວມ 5 ມື້ ຄິດເປັນເງິນຫລາຍກວ່າ 30 ລ້ານບາດ ແລະ ມູນຄ່າການຄ້າພາຍໃນ 1 ປີ ອີກຈຳນວນ 110 ລ້ານບາດ ໂດຍທຸລະກິດ ແລະ ສິນຄ້າໄດ້ຮັບຄວາມສົນໃຈພາຍໃນງານ 1) Food Truck 2) ແຟນໄຊສ (ໂຮງຮຽນສອນພາສາແລະຮ້ານອາຫານ) 3) ສຸຂະພາບ ແລະ ຄວາມງານ 4) ເຄື່ອງໜັງ ນອກນີ້ທຸລະກິດ ແລະ ສິນຄ້າ ທີ່ມີແນວໂນ້ມການເຕີບໂຕສູງ ພາຍໃນ 1 ປີນີ້ ຄື Food Truck, ສິນຄ້າສຸຂະພາບຄວາມງາມ ແລະ ຂອງໃຊ້ພາຍໃນເຮືອນ
ມູນລະຄ່າການຄ້າດັງກ່າວ ລວມເຖິງການຕົກລົງຊື້ທຸລະກິດແຟຣນໄຊພາຍໃນງນອີກຕື່ມ 3 ແບຣນ ແມ່ນໂຮງຮຽນກວດວິຊາບ້ານວິຊາການ 1 ສາຂາ, PJPizza 2 ສາຂາ, ແລະ Takoshi 2 ສາຂາ ເຊິ່ງສ່ວນໜຶ່ງເປັນເພາະຄົນ ສປປ ລາວ ຍອມຮັບໃນຄຸນນະພາບຊອງສິນຄ້າໄທ ແລະ ຜູ້ທີ່ເຂົ້າມາຮ່ວມງານມີຄາມຕັ້ງໃຈທີ່ຈະຊື້ສິນຄ້າໄທຢູ່ແລ້ວ

ນອກຈາກນີ້ ຍັງມີທຸລະກິດນ້ອງໃໝ່ທີ່ສາມາດເຕິບໃຫຍ່ໃນ ສປປ ລາວໄດ້ ແມ່ນທຸລະກິດປາກັດ ປາທອງ ເຊິ່ງນຳມາຈຳໜ່າຍໃນລາຄາໂຕລະ 50-100 ບາດ ເຊິ່ງສາມາດຈຳໜ່າຍໄດ້ປະມານ 65,000 ບາດ ແລະ ຄາດວ່າມີຍອດການສັ່ງຊື້ຕໍ່ເນື່ອງອີກພາຍໃນ 1 ປີ ຄິດເປັນເງິນປະມານ 200,000 ບາດ

ທ່ານນາງ ຍານີ ກ່າວອີກວ່າ ຜູ້ປະກອບການເຖິງ 90 ສ່ວນຮ້ອຍ ທີ່ມາຮ່ວມງານ ສະແດງຄວາມເພິ່ງພໍໃຈ ໃນການອອກງານໃນປີນີ້ ທັງຈາກຍອດຈຳໜ່າຍ ແລະ ການວາງແຜນຜັງບູ້ດໃນງານໃຫ່ມເປັນຮູບແບບ Isle ເຮັດໃຫ້ທຸກບູ້ດມີຫນ້າໜ້າຮ້ານ 2 ດ້ານ ລະ ມີການວາງໂຊນກິດຈະກຳຍ່ອຍໆ ພ້ອມບ່ອນນັ່ງພັກຈາມໂຊນຕ່າງໆ ນອກເໜືອຈາກກິດຈະກຳໃຫ່ຍ ເຊິ່ງຈັດຢູ່ເວທີກາງຢູ່ແລ້ວ
ສຳລັບຜູ້ປະກອບການ ກໍໃຫ້ຄວາມຮ່ວມມື ໃນເລື່ອງຂອງຄວາມສະອາດ,ຄວາມລະບຽບຮຽບຮ້ອຍ ແລະ ຈຳໜ່າຍສິນຄ້າທີ່ມີຄຸນນະພາບ ບໍ່ລະເມີດລິຂະສິດ ເຮັດໃຫ້ງານ “Top Thai Brands” ຍັງຄົງພາບລັກຂອງງານທີ່ມີມາດຕະຖານ ແລະ ເປັນພາບທີ່ໃຫ້ຜູ້ຮ່ວມງານໃນຄັ້ງຕໍ່ໆໄປ ໂດຍຄາດວ່າປີ 2020 ງານ Top Thai Brands ທີ່ນະຄອນຫຼວງວຽງຈັນ ຈະເພິ່ມສິນຄ້ານະວັດຕະກຳທັງດ້ານການຜະລິດ ແລະ ການຈັດຈຳໜ່າຍສິນຄ້າມາຈັດສະແດງງານໃຫ້ຫລາຍຂື້ນອີກ ເພື່ອດຶງດູດຄວາມສົນໃຈ ຂອງຄົນ ສປປ ລາວ ເຊິ່ງໄດ້ຮັບຄວາມສົນໃຈກັບສິນຄ້າປະເພດນີ້ໃຫ້ຫລາຍຂື້ນໃນປະຈຸບັນ