ໄດ້​ແລ້ວ! ໂສມໜ້ານາງ​ສາວງາມເຂົ້າຮອບ 20 ຄົນສຸດທ້າຍນະ​ຄອນ​ຫຼວງວຽງຈັນ

ພະແນກຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວນະຄອນ ຫຼວງວຽງຈັນ (ຖວທ ນວ) ຮ່ວມ ກັບບໍລິສັດກຣິດຕະພົງກຣຸບຈຳກັດໄດ້ຈັດງານຖະແຫຼງຂ່າວເປີດໂຕ ນາງສາວນະຄອນຫຼວງວຽງຈັນ (ນວ) ປະຈໍາປີ 2019.

ທ່ານ ນາງ ອໍລະໄທ ສັນຕິຄົງຄາ ຜູ້ອຳນວຍການບໍລິສັດກຣິດຕະ ພົງກຣຸບຈຳກັດທັງເປັນປະທານຈັດງານຄັດເລືອກນາງສາວ ນວ ປະ ຈຳປີ 2019 ໃຫ້ຮູ້ວ່າ: ການປະກວດນາງສາວ ນວ ເປັນເວທີໃນການການສົ່ງເສີມແມ່ຍິງລາວຮຸ່ນໃໝ່ໄດ້ສະແດງຄວາມສາມາດຂອງຕົນຢູ່ເທິງເວທີໃຫ້ສັງຄົມໄດ້ເຫັນທັງ ເປັນການສົ່ງເສີມມໍລະດົກທາງວັດທະນະທຳນຳຄຸນຄ່າສູ່ແມ່ຍິງລາວທັງເປັນການອະນຸຮັກວັດທະນະທຳທາງດ້ານການນຸ່ງຖື.

ສຳລັບການຄັດເລືອກຄັ້ງນີ້ມີນາງສາວເຂົ້າຮ່ວມ ທັງໝົດ 85 ຄົນ ໂດຍຜ່ານການຄັດ ເລືອກຈາກຄະນະກຳມະການໃນ ຮອບນີ້ເພື່ອໄປຄັດຕໍ່ໃນຮອບສຸດ ທ້າຍມີ 20 ຄົນ ຊຶ່ງທັງ 20 ນາງສາວຈະໄປເກັບຕົວ ແລະຮ່ວມ ເຄື່ອນໄຫວກິດຈະກຳຕ່າງໆຂອງ ລາຍການຄັດເລືອກ, ສ່ວນຮອບຄັດເລືອກຊະນະເລີດຈະໄດ້ຈັດຂຶ້ນ ວັນທີ 6 ເມສາ 2019 ໂດຍຈະຄັດເອົາພຽງ 7 ຄົນ ເພື່ອເປັນນາງ ສັງຂານແຫ່ໃນບຸນສົງການປີໃໝ່ ລາວ ປະຈຳປີ 2019. ນອກນີ້ຜູ້ ທີ່ໄດ້ຊະນະເລີດຍັງຈະໄປຄັດເລືອກ ຕໍ່ລາຍການ Miss Chinese ຢູ່ HongKong ປະເທດຈີນ ແລະຮອງຊະນະເລີດ 2 ຄົນ ຈະໄປຄັດເລືອກລາຍການ Miss Asian Pacific ຢູ່ຕ່າງປະເທດຕື່ມອີກ.

ຮ່ວມໂຫວດດ້ວຍການສົ່ງຂໍ້ຄວາມ ຜ່ານເຄືອຄ່າຍ ETL “ສະເພາະຫຼັກ2 ເທົ່ານັ້ນ” ດ້ວຍການພິມໝາຍ ເລກທີ່ທ່ານມັກ MVT…ຈາກນັ້ນ ຂັ້ນດ້ວຍເຄື່ອງໝາຍ “*” ຕາມດ້ວຍ ຈໍານວນ ແລະສົ່ງໄປເບີ 2018 ຕົວຢ່າງ: MVT99*1 ຈະໄດ້ 1 ຄະແນນ (800ກີບຕໍ່ຄັ້ງ) ຫຼື Super Vote: MVT99*10 ຈະໄດ້ 10 ຄະແນນ (8,000 ກີບຕໍ່ຄັ້ງ)- 1 ຄະແນນຕໍ່ 800 ກີບ, ຈຳກັດ ບໍ່ໃຫ້ເກີນ 100 ຄະແນນຕໍ່ຄັ້ງເລີ່ມ ໂຫວດໄດ້ຕັ້ງແຕ່ວັນທີ 1 ມີນາ ຫາ ວັນທີ 6 ພຶດສະພາ 2019.

ພິເສດໃນປີນີ້ທາງຮ້ານຄໍາພູວົງໄດ້ສະໜັບສະໜູນ 3 ມຸງກຸດ ລວມມູນ ຄ່າຫຼາຍກວ່າ 150 ລ້ານກີບ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...