ມູນນິທິສອງມືນາງ ຍົກລະດັບເຕັກນິກການມັດມີ່ ເພື່ອສືບສານລາຍມັດມີ່ລາວແບບດັ່ງເດີມ

ໃນລະຫວ່າງວັນທີ 21-23 ມີນາ 2019 ມູນນິທິສອງມືນາງ ຈັດຝຶກອົບຮົມ ກ່ຽວກັບການຍົກລະດັບເຕັກນິກການມັດມີ່ຂອງລາວຂຶ້ນ ເພື່ອເຮັດໃຫ້ສີໄມ້ລາຍມືການມັດມີ່ຂອງລາວ ທີ່ເປັນເອກະລັກແບບດັ່ງເດີມໃຫ້ກາຍເປັນທີ່ຮູ້ຈັກ ແລະຍັງຄົງສືບທອດ, ທັງແນໃສ່ໃຫ້ພະນັກງານວິຊາການເຂົ້າໃຈ ແລະນຳໄປປັບໃຊ້, ພ້ອມເຜີຍແຜ່ແກ່ຄົນຮຸ້ນໃໝ່ຮັບຮູ້.

ທ່ານ ນາງ ສາຍໃຈ ໄຊຍະສອນ ປະທານມູນນິທິສອງມືນາງ ກ່າວວ່າ: ການຝຶກອົບຮົມ ກ່ຽວກັບ ການຍົກລະດັບເຕັກນິກການມັດມີ່ຂອງລາວໃນຄັ້ງນີ້ ແມ່ນເປັນຄັ້ງທຳອິດທີ່ມູນນິທິສອງມືນາງ ຈັດຂຶ້ນ ເພື່ອເປັນການອະນຸລັກ ແລະປົກປັກຮັກສາວັດທະນະທຳອັນເກົ່າແກ່ ແລະລ້ຳຄ່າຂອງປະເທດເຮົາໄວ, ໂດຍສະເພາະແມ່ນ ການນຸ່ງຮົ່ມ, ການເຮັດອາຊີບ ແລະຮີດເກົ່າຄອງເດີມທີ່ຫຼາກຫຼາຍຂອງແຕ່ລະພາກ, ແຕ່ລະຊົນເຜົ່າ, ແຕ່ລະທ້ອງຖີ່ນ, ຊຶ່ງການຕ່ຳຫູກກໍແມ່ນອາຊີບໜຶ່ງ ທີ່ມີມາແຕ່ດຶກດຳບັນ, ທັງຊີ້ບອກເຖິງວັດທະນະທຳຂອງລາວເຮົາ ແລະການມັດມີ່ ກໍແມ່ນອີກໜຶ່ງສີໄມ້ລາຍມືຂອງລາວ, ຊຶ່ງເປັນສົມບັດອັນລ້ຳຄ່າ ທີ່ສ້າງຊື່ສຽງໃຫ້ສັງຄົມຮັບຮູ້ ທັງພາຍໃນ ແລະຕ່າງປະເທດມາແລ້ວ.

ດັ່ງນັ້ນ ການຝຶກອົບຮົມຄັ້ງນີ້ ຈຸດໜັກແມ່ນເລັ່ງໃສ່ການຍົກລະດັບການມັດມີ່ ໃຫ້ຊາວຊ່າງຕໍ່າຫູກ ເພື່ອຝຶກໃຫ້ເປັນຄູຝຶກ, ພ້ອມທັງໃຫ້ເປັນວີຊາການສາມາດນຳເອົາບົດຮຽນທັງໝົດທີ່ຖ່າຍທອດໃນຊຸດນີ້ໃຫ້ຜູ້ຮຸ່ນຫຼັງໄດ້ສືບທອດຕໍ່ໆກັນໄປ ແລະທີ່ສຳຄັນເປັນການພັດທະນາສີມືແຮງງານ ແລະສ້າງລາຍຮັບເພີ່ມແກ່ຜູ້ມາຮຽນອີກດ້ວຍ.

ການຝຶອົບຮົມຈະໄດ້ດຳເນີນເປັນເວລາ 3 ວັນນັບແຕ່ວັນທີ 21-23 ມີນາ, ຊຶ່ງຜູ້ເຂົ້າຮ່ວມ ຈະໄດ້ຮຽນຮູ້ທັງພາກທິດສະດີ ແລະການປະຕິບັດຕົວຈິງ ກ່ຽວກັບ ເຕັກນິກການມັດມີ່ແບບບູຮານ, ເຕັກນິກການມັດບູຮານ ແບບບໍ່ຮ້ອຍຫົວມີ່ ແລະເຕັກນິກການມັດມີ່ ແບບປັບປຸງ, ໂດຍນັກສຳມະນາກອນທີ່ມີປະສົບການໃນການມັດມີ່ຫຼາຍກວ່າ 102 ປີ, ເປັນຜູ້ມາຖ່າຍທອດໃຫ້ວິຊາມັດມີ່ໃຫ້, ພ້ອມນັ້ນ ກໍຍັງມີນັກສຳມະນາກອນ ທີ່ມາຈາກແຂວງສະຫວັນນະເຂດ ແລະແຂວງຈຳປາສັກ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...