ວັນທີ 5 ເມສາ 2020, ຂ່າວສານປະເທດລາວລາຍງານວ່າ: ຕາມບົດລາຍງານຂອງຄະນະກຳມະການ ເສດຖະກິດ-ສັງຄົມ ໃນພາກພື້ນອາຊີ-ປາຊິຟິກ ຮ່ວມກັບ ສະຫະ ປະຊາ ຊາດ(Escap) ລາຍງານວ່າ ມີ ຫລາຍລ້ານແຮງງານ ໃນພາກພື້ນອາຊີ-ປາຊິຟິກ ອາດຈະ ຕ້ອງວ່າງງານເມື່ອການເຄື່ອນໄຫວ ເສດຖະກິດ ຕ້ອງຢຸດສະງັດ ເນື່ອງຈາກລັດ ຖະບານ ໄດ້ເພີ່ມທະວີ ຄວາມພະຍາຍາມ ໃນການຈຳກັດການແຜ່ລາມຂອງພະຍາດໂຄວິດ-19. ອົງການ ແຮງງານ ສາກົນ(ILO) ຄາດຄະເນ ຕົວເລກ ເມື່ອເດືອນມີນາຜ່ານມາວ່າ ຈະມີ 25 ລ້ານແຮງງານ ໃນທົ່ວໂລກຈະບໍ່ມີວຽກເຮັດງານທຳ.
ໃນຂະນະນັ້ນບໍ່ທັນມີຂໍ້ມູນຂ່າວສານຢ່າງຊັດເຈນ ກ່ຽວກັບ ຜົນກະທົບ ຂອງ ພະຍາດໂຄວິດ-19 ສຳລັບ ຂົງເຂດການຄັດເລືອກແຕ່ຈະສົ່ງຜົນກະທົບຢ່າງໃຫຍ່ຫລວງ ເນື່ອງຈາກ ຂະແໜງການ ບໍລິການ ແລະ ການຜະລິດຈະຕ້ອງການແຮງງານຈຳນວນຫລວງຫລາຍ ກວມເອົາ80% ຢ່າງບໍ່ເປັນ ທາງການ ແລະ ບັນດາ ວິສາຫະກິດ ຂະໜາດກາງ ແລະ ນ້ອຍ (SME).
ບັນດາ ວິສາຫະກິດນີ້ ໄດ້ສ້າງວຽກ ເຮັດງານທຳ ຈຳນວນຫລາຍໃນພາກພື້ນ. ບັນດາປະເທດທີ່ມີລະບົບການອຸດໜູນສັງຄົມບໍ່ຫລາຍຈະສົ່ງຜົນກະທົບຢ່າງໜັກ. ສະນັ້ນ, ບັນດາລັດຖະບານໃນພາກພື້ນຄວນຈັດວາງນະໂຍບາຍຢ່າງກວ້າງຂວາງ ເພື່ອຊ່ວຍສ້າງວຽກເຮັດງານທຳ ແລະການຮັບປະກັນຊິວິດການເປັນຢູ່ໃນລະດັບຂັ້ນຕ່ຳ ໃຫ້ແກ່ ແຕ່ລະຄອບຄົວ. ເມື່ອບໍ່ດົນມານີ້, ທະນາຄານ ພັດທະນາອາຊີ (ADB) ໄດ້ປະກາດບົດລາຍງານ ວ່າການຈະເລີນ ເຕີບໃຫຍ່ ຂອງ GDP ໃນອາຊີ ຈະຫລຸດລົງຈາກ 4,4% ໃນປີ 2019 ເຫລືອ 1% ໃນປີ 2020 ກ່ອນມີ ການຟື້ນຟູຄືນ ໃນລະດັບ 4,7% ໃນປີ 2021 ເນື່ອງຈາກ ການພົວພັນ ການຄ້າ ແລະ ການລົງທຶນ ໃນພາກພື້ນ ກັບ ສປຈີນ ໄດ້ແຂງແຮງຂຶ້ນ. ປີ2019, GDP ຂອງອິນໂດເນເຊຍ ຫລຸດລົງຈາກ 5% ເຫລືອ 2,5% ໃນປີນີ້; ໄທ ຫລຸດລົງ 4,8%; ຫວຽດນາມ ຫລຸດລົງ 7% ເຫລືອ 4,8% ແລະສິງກະໂປ ບັນລຸ ພຽງແຕ່ 0,2%.
ຂະນະດຽວກັນນັ້ນ, ບາງປະເທດ ໃນພາກພື້ນ ໄດ້ຊຸກຍູ້ ບັນດາ ໂຄງການ ສະໜັບ ສະໜູນ ຢ່າງຫລວງ ຫລາຍ ໃຫ້ແກ່ ຊາວຜູ້ອອກແຮງງານທີ່ວ່າງງານໃໝ່ ຈາກ ບັນດາ ຂົງເຂດຕ່າງໆ ເຊັ່ນ: ການທ່ອງທ່ຽວ, ການບໍລິການ ໃນຮ້ານອາຫານ, ໂຮງແຮມ ແລະ ຂະແໜງການ ຕັດຫຍິບ. ໄທ ໄດ້ຊ່ວຍເຫລືອ ບ້ວງເງິນ 5.000 ບາດຕໍ່ເດືອນ (ເທົ່າກັບ 150 ໂດລາສະຫະລັດ) ໃນໄລຍະ 3 ເດືອນ ໃຫ້ແກ່ ຊາວຜູ້ອອກ ແຮງງານເສລີ ຈຳນວນ 9 ລ້ານຄົນ ບໍ່ເປັນທາງການ. ນອກ ນັ້ນ ປະເທດ ສິງກະໂປ ໄດ້ຈັດບ້ວງເງິນ ງົບປະມານ ເພີ່ມຕື່ມ ປະມານ 48 ຕື້ ໂດລາສິງກະໂປ, ສ່ວນໜຶ່ງ ໄດ້ແຍກອອກ ເພື່ອແຈກຢາຍໃຫ້ ແກ່ຊາວຜູ້ອອກ ແຮງງານ ວ່າງງານ ຈຳນວນ 800 ໂດລາ ສິງກະໂປ ຕໍ່ເດືອນ ໃນໄລຍະ 3 ເດືອນ ເພື່ອຊ່ວຍເຫລືອ ພວກເຂົາເຈົ້າ ໃນການຊອກຫາ ວຽກເຮັດ ງານທຳໃໝ່ ຫລື ການໄປ ອົບຮົມ ວິຊາອາຊີບ. ທ່ານ ຢາຊູຢູກີ ຊາວາດາ ຫົວໜ້າຊ່ຽວຊານ ຝ່າຍເສດຖະກິດ ຂອງ ADB ລະບຸວ່າ ກາແຜ່ລາມ ພະຍາດໂຄວິດ-19 ສົ່ງຜົນໃຫ້ ແງ່ຫວັງເສດຖະກິດ ໃນພາກພື້ນ ແລະ ທົ່ວໂລກ ບໍ່ມີຄວາມໝັ້ນຄົງ. ລະດັບການຈະເລີນເຕີບໂຕ ແລະ ການຟື້ນຟູ ເສດຖະກິດ ມີທ່າອຽງຊ້າລົງ ເມື່ອທຽບໃສ່ ຕົວເລກທີ່ຄາດຄະເນໄວ້
ທີ່ມາ: ຂ່າວສານປະເທດລາວ
ທ້າຍອາທິດຜ່ານມານີ້, ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ໄດ້ມອບທຶນການສຶກສາ 25 ທຶນ ມູນຄ່າ 25.000 ໂດລາສະຫະລັດ ໃຫ້ນັກສຶກສາມະຫາ ວິທະຍາໄລແຫ່ງຊາດ ປີ 1 ຈຳນວນ 25 ຄົນ, ຜູ້ທີ່ມີຜົນການຮຽນລະດັບເກັ່ງ, ມີການປະພຶດດີ, ຖານະຄອບຄົວທຸກຍາກ ແລະ ມາຈາກຕ່າງແຂວງ.
ພິທີມອບທຶນດັ່ງກ່າວ, ໄດ້ຈັດຂຶ້ນທີ່ມະຫາວິທະຍາໄລແຫ່ງຊາດ...
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ( ກວຕ ) ໄດ້ວາງແຜນຍຸດທະສາດການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີຂອງປະເທດເຮົາ ຮອດປີ 2025 ແລະ ວິໄສທັດ ເຖິງປີ 2030 ເຊິ່ງໃນນັ້ນຈະຕ້ອງປະຕິບັດ 6 ແຜນງານທີ່ຈໍາເປັນ ເພື່ອຮອງຮັບຍຸກສະໄໝອຸດສາຫະກໍາ 4.0.
ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ...
ລັດວິສະຫະກິດຖືຮຸ້ນລາວ (ລຮລ) ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2018
ແລະທິດທາງແຜນປີ 2019, ຂຶ້ນໃນວັນທີ 7 ມີນາ ທີ່ນະຄອນຫຼວງວຽງຈັນ
ພາຍໃຕ້ການເປັນປະທານຂອງທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່,
ທ່ານ ພູເຂົາຄໍາ ວັນມະນີວົງ ຫົວໜ້າກົມຄຸ້ມຄອງພັດທະນາວິສະຫະກິດ ແລະປະກັນໄພ
ກະຊວງການເງິນ, ມີບັນດາຜູ້ບໍລິຫານ, ພະນັກງານ ລຮລ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ມານະສິນ...