Monday, February 17, 2025

ປະທານສະມາພັນ ນສພ.ອາຊຽນ ປະຊຸມຮ່ວມມືກັນເພື່ອພັດທະນາພູມິພາກ

ຕົວແທນຊາດສະມາຊິກຮ່ວມການປະຊຸມກຳມະການບໍລິຫານ ສະມາພັນນັກໜັງສືພິມແຫ່ງອາຊຽນ (ຊີເອເຈ) ມີ ລມຕ ຖະແຫຼງຂ່າວ ສປປລາວ ກ່າວວ່າ ໜ້າທີ່ຂອງສື່ມວນຊົນຕ້ອງມີ ຄືການສ້າງປະໂຫຍດໃຫ້ແກ່ສັງຄົມ ແລະທ່ານ ເທບໄຊ ຢ່ອງ ປະທານ ຊີເອເຈ ກ່າວເນັ້ນຄຳໝັ້ນທີ່ອົງກອນສະມາຊິກຮ່ວມກັນ ຝ່າຟັນຄວາມທ້າທາຍ ທ່າມກາງພາຍຸແຫ່ງຄວາມປ່ຽນແປງຂອງພູມິທັດສືີ່.

ວັນທີ 28 ມີນາ 2019 ທີ່ຫ້ອງການໜັງສືພິມວຽງຈັນທາມ ໄດມີພິທີເປີດການປະຊຸມຄະນະກຳມະການບໍລິຫານ ສະມາພັນນັກໜັງສືພິມແຫ່ງອາຊຽນ (Confederation of ASEAN Journalists Board of Directors meeting) ຢ່າງເປັນທາງການ. ມີທ່ານສະຫວັນຄອນ ລາດຊະມົນຕີ ຮອງ ລມຕ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ກ່າວຕ້ອນຮັບ ພ້ອມຕົວແທນອົງກອນສະມາຊິກ ສະມາພັນນັກໜັງສືພິມແຫ່ງອາຊຽນ (Confederation of ASEAN Journalists: CAJ) ແລະຜູ້ສັງເກດການ ພ້ອມດ້ວຍແຂກຜູ້ມີກຽດເຂົ້າຮ່ວມຢ່າຫຼວງຫຼາຍ. ທ່ານສະຫວັນຄອນ ກ່າວວ່າ ການປະຊຸມກຳມະການບໍລິຫານ ຊີເອເຈ ເທື່ອນີ້ ມີຄວາມສຳຄັນຢ່າງຫລວງຫລາຍ ແລະເປັນໂອກາດທີ່ດີທີ່ສະມາຊິກຊີເອເຈ ຈະໄດ້ເຂົ້າຮ່ວມກັນຕິດຕາມ ຄວາມຄືບຫນ້າການດຳເນີນການຕ່າງໆ ໃຫ້ເປັນໄປຕາມແຜນປະຕິບັດການຊີເອເຈ 2018-2020 ເຊິ່ງໄດ້ປະກາດໄວ້ໃນການປະຊຸມໃຫຍ່ ຊີເອເຈ ຄັ້ງທີ່ 19 ທີ່ກຸງເທບ ປະເທດໄທ ເມື່ອຕົ້ນປີ 2018 .

ນອກຈາກນີ້, ສະມາຊິກຊີເອເຈຍັງຈະໄດ້ແລກປ່ຽນມຸມມອງ ເພື່ອການພັດທະນາພາກສື່ມວນຊົນໃນພູມິພາກ ເຊິ່ງຖືເປັນໜຶ່ງໃນໜ້າທີ່ຂອງສື່ມວນຊົນ ທີ່ມີຕໍ່ສັງຄົມ. ສ່ວນທ່ານ ເທບໄຊ ຢ່ອງ ປະທານສະມາພັນນັກໜັງສືພິມແຫ່ງອາຊຽນ ໄດ້ເນັ້ນໜັກໃນລະຫວ່າງທີ່ກ່າວສູນພອນພົດ ເປີດການປະຊຸມວ່າ ການມາລວມຕົວກັນຂອງສະມາຊິກຊີເອເຈ ທີ່ເປັນອົງກອນວິຊາຊີບສື່ມວນຊົນຫລັກ ໃນແຕ່ລະປະເທດໃນຄັ້ງນີ້ ມີຂຶ້ນທ່າມກາງກະແສຄວາມປ່ຽນແປງຢ່າງວ່ອງໄວຂອງພູມິທັດສື່ ເຊິ່ງສື່ດັ້ງເດີມກຳລັງປະເຊີນຫນ້າກັບຄວາມທ້າທາຍຢ່າງຫລວງຫລາຍ ນຳມາເຊິ່ງການທີ່ຫນັງສືພິມຈຳນວນຫລາຍ ຕ້ອງປິດຕົວລົງ, ຫລຸດຂະຫນາດອົງກອນ, ເປີດໂຄງການກະສຽນອາຍຸ ໃນຂະນະດຽວກັນຄວາມຫນ້າເຊື່ອຖືຂອງສື່ກະແສຫລັກ ກຳລັງຖືກສັ່ນສະເທືອນ ໂດຍການເຂົ້າມາແທນທີ່ຂອງຂ່າວປອມ ແລະຂ່າວບິດເບືອນ ເຊິ່ງປະເດັນຕ່າງໆເຫລົ່ານີ້ ໄດ້ຮັບການຄົ້ນຄວ້າຈາກຊີເອເຈ ໃນຖານະທີ່ເປັນອົງກອນວິຊາຊີບສື່ມວນຊົນລະດັບພູມິພາກ ສະທ້ອນໃຫ້ເຫັນຄຳປະກາດ ຮ່າໂນ້ຍ ປີ 2015 ແລະຄຳປະກາດກຸງເທບ ປີ 2018 ວ່າສະມາຊິກຊີເອເຈ ໄດ້ໃຫ້ຄຳໝັ້ນສັນຍາທີ່ຈະເຮັດວຽກຮ່ວມກັນ ເພື່ອກ້າວຜ່ານ ແລະເອົາຊະນະຄວາມທ້າທາຍຕ່າງໆເຫລົ່ານີ້.

ສ່ວນຜູ້ແທນສື່ມວນຊົນຈາກປະເທດໄທ ທີ່ເຂົ້າຮ່ວມປະຊຸມມີ ທ່ານເທບໄຊ ຢ່ອງ ໃນຖານະເປັນປະທານ ຊີເອເຈ, ທ່ສນດຳລິດ ວິຣະຍະກຸນ ເລຂາທິການ ຊີເອເຈ, ທ່ານນາງ ສຸມົນນະຊະຍາ ຈຶ່ງຈະເລີນສິນ ຜູ້ຊ່ວຍເລຂາທິການ ຊີເອເຈ, ທ່ານຊະວະຣົງ ລິມປຫດທະມະປານີ ປະທານສະພາການໜັງສືແຫ່ງຊາດ, ທ່ານມົງຄົນ ບາງປະພາ ນາຍົກສະມາຄົມນັກຂ່າວນັກຫນັງສືພິມແຫ່ງປະເທດໄທ ກຳມະການບໍລິຫານ ຊີເອເຈ ແລະທ່ານປຣາເມດ ເຫລັກເພັດ ປະທານສະມາພັນນັກຫນັງສືພິມແຫ່ງປະເທດໄທ. ສຳລັບການປະຊຸມຄະນະກຳມະການບໍລິກາຍຊີເອເຈ ເທື່ອນີ້ ຈັດຂຶ້ນໃນລະຫວ່າງວັນທີ 28-30 ມີນາ ເຊິ່ງໄດ້ຮັບການສະໜັບສະໜຸນຈາກໜ່ວຍງານພາກລັດ ແລະເອກະຊົນ ຈາກປະເທດໄທ ແລະສປປລາວ ໄດ້ແກ່ ບໍລິສັດ ຊ.ການຊ່າງ ຈຳກັດ (ມະຫາຊົນ),ບໍລິສັດ ປຕທ. ນ້ຳມັນ ແລະການຄ້າປີກ ຈຳກັດ (ມະຫາຊົນ), ບໍລິສັດ ຕຣີເພັດອິຊູຊຸເຊວ ຈຳກັດ,ທະນາຄານກຸງເທບ,ເອສຊີຈີ,ບິກບລູເອເຈນຊີ່ ລາວ,ສາຍການບິນແອເອເຊຍ,ສາຍການບິນບາງກອກແອເວ, ສຳນັກຂ່າວສານປະເທດລາວ,ໜັງສືພິມວຽງຈັນທາມ,ວິທະຍຸກະຈາຍສຽງແຫ່ງຊາດລາວ, ສະຖານີໂທລະພາບເອັມວີລາວ,ໜັງສືພິມປະຊາຊົນ,ໂຮງແຮມແດນສະຫວັນ ນ້ຳງື່ມລີສອດ,ບໍລິສັດກຸ່ມຄຳໄພຊະນະ,ພິພິທະພັນສິລະປະຮ່ວມສະໄຫມວຽງຈັນ,ບໍລິສັດຟ້າວັດທະນາ ແລະບໍລິສັດ ເອ.ຊີ.ອີ ທີ່ເປິກສາ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.