Saturday, November 15, 2025
Kbank Laos โอน รับ จ่าย

ສຸດຍອດ​ນ້ອງໆ! ກອງເຍົາວະຊົນທັນວາ 3 ດີ 4 ຮູ້ ຂອງໂຮງຮຽນ ມສ ມິດຕະພາບ ລາວ-ຫວຽດນາມ

ທີ່ຄະນະບໍລິຫານງານຊາວໜຸ່ມ ປປລ ໂຮງຮຽນ ມສ ມິດຕະພາບ ລາວ-ຫວຽດນາມ ໄດ້ຈັດພິທີ ປະກາດກອງເຍົາວະຊົນທັນວາ 3ດີ 4ຮູ້ ຂອງໂຮງຮຽນ ມສ ມິດຕະພາບ ລາວ-ຫວຽດນາມ ໂດຍການເປັນປະທານຂອງສະຫາຍ ເພັດພູພານ ຫຼຽນພູຄໍາ ເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ໂຮງຮຽນ ມສ ມິດຕະພາບ ລາວ-ຫວຽດນາມ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຫຸມແພງ ສີສົມບັດ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ນະຄອນຫຼວງວຽງຈັນ ສະຫາຍ ນາງ ວຽງສີມະນີເພັດ ຮອງຜູ້ອໍານວຍການໂຮງຮຽນ ມສ ມິດຕະພາບ ລາວ-ຫວຽດນາມ ພ້ອມດ້ວຍຄູ-ອາຈານ ນ້ອງນ້ອຍເຍົາວະຊົນ ແລະ ແຂກຖືດເຊີນເຂົ້າຮ່ວມ. 

ໃນພິທີສະຫາຍ ເພັດພູພານ ຫຼຽນພູຄໍາ ເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ໂຮງຮຽນ ມສ ມິດຕະພາບ ລາວ-ຫວຽດນາມ ກ່າວວ່າ: ໂຮງຮຽນ ມສ ມິດຕະພາບ ລາວ-ຫວຽດນາມ ໄດ້ຮັບການສ້າງຕັ້ງຂືຶ້ນໃນປີ 2009 ເຊິ່ງຕັ້ງຢູ່ບ້ານໂພນພະເນົາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ມີກອງເຍົາວະຊົນທັນວາ 3 ກອງ 10 ໝວດ 50 ໝູ່ ເປັນອົງການຈັດຕັ້ງໜຶ່ງ ພາຍໄຕ້ການນໍາພາໂດຍກົງຮອບດ້ານຂອງໜ່ວຍພັກ ໂຮງຮຽນ ມີຄະນະຮັບຜິດຊອບວຽກງານເຍົາວະຊົນທັງໝົດ 1 ສະຫາຍ ຍິງ 1 ສະຫາຍ ມີຫົວໜ້າກອງເຍົາວະຊົນທັນວາ 3 ນ້ອງ ຮອງກອງ 3 ນ້ອງ ປະກອບມີ 10 ໝວດ 50 ໝູ່ ແລະ 40 ຈຸ ມີສະມາຊິກເຍົາວະຊົນທັນວາ ທັງໝົດ 453 ນ້ອງ ເທົ່າກັບ 100% ຂອງຈໍານວນເຍົາວະຊົນທັງໝົດ.

ຜ່ານມາສະມາຊິກເຍົາວະຊົນທັນວາ ແມ່ນສາມາດຈັດຕັ້ງປະຕິບັດຂໍ້ແຂ່ງຂັນຂອງເຍົາວະຊົນທັນວາ 3ດີ 4ຮູ້ ແລະ 6 ຮັກ 3ຊັງ ທີ່ທາງຂັ້ນເທິງວາງອອກໄດ້ເປັນຢ່າງດີ ໃນນັ້ນໄດ້ປະຕິບັດ 3ດີ ຄື: ຮໍ່າຮຽນດີ ສາມັກຄີດີ ແລະ ອະນາໄມດີ ແລະ 4ຮູ້ ຄື: ຮູ້ຮັກປະເທດຊາດ ແລະ ທ່ານຜູ້ນໍາ ຮູ້ຮັກພໍ່ແມ່ ແລະ ຄູອາຈານ ຮູ້ຮັກທໍາມະຊາດ ການອອກແຮງງານ ແລະ ຮູ້ຈໍາແນກມິດສັດຕູຢ່າງຈະແຈ້ງ ເຊິ່ງສະມະຊິກເຍົາວະຊົນແຕ່ລະນ້ອງ ໄດ້ແຂ່ງຂັນຮໍ່າຮຽນຊອກຮູ້ ໝັ່ນອ່ານ ເພື່ອໃຫ້ກາຍເປັນນັກຮຽນດີຮຽນເກັ່ງ ພ້ອມນັ້ນ ຍັງເຫັນວ່າມີຄວາມສາມັກຄີ ຈັດຕັ້ງປະຕິບັດລະບຽບບຽບການນຸ່ງຖືການເຂົ້າໂຮງຮຽນ ແລະ ກໍໄດ້ເປັນເຈົ້າການໃນການອະນາໄມສະຖານ ທີ່ຂອງໂຮງຮຽນ ເພື່ອຮັກສາຄວາມສະອາດຂອງໂຮງຮຽນໃຫ້ເປັນໂຮງຮຽນສີຂຽວປອດມົນລະພິດອື່ນໆ ທີ່ສະມະຊິກເຍົາວະຊົນທັນວາໄດ້ປະຕິບັດ ເຊິ່ງແຕ່ລະຂໍ້ແມ່ນເຫັນວ່າບັນດາສະມາຊິກເຍົາວະຊົນແຕ່ລະລະນ້ອງສາມາດປະຕິບັດໄດ້ກວມອັດຕາສ່ວນສູງ ຈິ່ງສາມາດປະກາດຮັບຮອງໂຮງຮຽນດັ່ງກ່າວເປັນໂຮງຮຽນ 3ດີ 4ຮູ້ ຂອງເຍົາວະຊົນທັນວາ ປະຈໍາປີ 2018 ຢ່າງເປັນທາງການ. 

ໂອກາດດັ່ງກ່າວກໍໄດ້ມອບໃບຢັ້ງຢືນໃຫ້ແກ່ໂຮງຮຽນດັ່ງກ່າວຢ່າງສົມກຽດ ມອບໂດຍສະຫາຍ ຫຸມແພງ ສີສົມບັດ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ນະຄອນຫຼວງວຽງຈັນ ແລະ ຮັບໂດຍ ສະຫາຍ ເພັດພູພານ ຫຼຽນພູຄໍາ ເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ໂຮງຮຽນ ມສ ມິດຕະພາບ ລາວ-ຫວຽດນາມ.

ທີ່​ມາ:

ຄະນະຊາວໜຸ່ມ ນະຄອນຫຼວງວຽງຈັນ Vientiane Capital Youth Union
InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.