Monday, May 19, 2025
Kbank Laos โอน รับ จ่าย

4 ສະຖາບັນທາງ​ການ​ເງິນ ໄດ້ຮັບການຍ້ອງຍໍຂັ້ນຜູ້ວ່າການແຫ່ງ ທຫລ

ໃນຕອນເຊົ້າວັນພະຫັດ ທີ 28 ມີນາ 2019 ຜ່ານມາ, ທີ່ທະນາຄານ ແຫ່ງ ສປປ ລາວ ນະຄອນຫຼວງວຽງຈັນ ໄດ້ມີພິທີຍ້ອງຍໍ-ຊົມເຊີຍມີບັນດາທະນາຄານທຸລະກິດທັງພາຍໃນ ແລະ ຕ່າງປະເທດ, ບັນດາສະຖາບັນການເງິນ, ສະຫາກອນສິນເຊື່ອ ແລະ ເງິນຝາກປະຢັດ ລວມທັງຜູ້ມີສ່ວນຮ່ວມໃນການພັດທະນາຕະຫຼາດທຶນລາວ ຈໍານວນ 58 ພາກສ່ວນ ທີ່ໄດ້ປະກອບສ່ວນເຂົ້າໃນຂະແໜງການທະນາຄານ ໄລຍະ 5 ປີ (2013 – 2018), ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ທະນາຄານ ແຫ່ງ ສປປ ລາວ (ທຫລ) ຄົບຮອບ 50 ປີ (07/10/1968 – 07/10/2018).

ໃນນີ້, ສະມາຊິກຂອງສະມາຄົມການເງິນຈຸລະພາກ (ສມກຈ) ຈໍານວນ 4 ສະຖາບັນໄດ້ຮັບໃບຍ້ອງຍໍຂັ້ນຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ໄດ້ແກ່:

1. ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (EMI);
2. ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເພື່ອພັດທະນາແມ່ຍິງ ແລະ ຄອບຄົວ;
3. ສະຫາກອນສິນເຊື່ອ ແລະ ເງິນຝາກປະຢັດ ມິດຕະພາບ;
4. ສະຫາກອນສິນເຊື່ອ ແລະ ເງິນຝາກປະຢັດ ຫຼວງພະບາງ.

ເຊິ່ງໃຫ້ກຽດມອບໃບຍ້ອງຍໍຂອງທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ມີບັນດາຜູ້ອໍານວຍການຂອງສະຖາບັນການເງິນຈຸລະພາກ ແລະ ສະຫາກອນສິນເຊື່ອ ແລະ ເງິນຝາກປະຢັດ ເຂົ້າຮ່ວມຮັບໃບຍ້ອງຍໍຕາມລຳດັບ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້