Monday, February 10, 2025

5 ປີ​ຕໍ່​ໜ້າ ສາ​ທາ​ວາງ​ເປົ້າ​ໝາຍບໍລິການສຸຂະພາບຄົບຊຸດ ທັນສະໄໝ ໄດ້ຄຸນນະພາບ

ທີ່ນະຄອນຫຼວງວຽງຈັນ ກະຊວງສາທາລະນະສຸກໄດ້ຈັດສໍາມະນາປະກອບແນວຄວາມຄິດການກະກຽມສ້າງແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ IX ໂດຍການເປັນປະທານຂອງທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ຄໍາພອນ ພຸດທະວົງ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາຫົວໜ້າຫ້ອງການສາທາລະນະສຸກ, ຮອງຫົວໜ້າກົມແຜນການ ແລະການຮ່ວມມື, ກົມປິ່ນປົວ ແລະຟື້ນຟູໜ້າທີ່ການ, ກົ ມຈັດຕັ້ງ ແລະກົວການເງິນເຂົ້າຮ່ວມ.

ທ່ານ ບຸນກອງ ສີຫາວົງ ກ່າວວ່າ: ການຈັດສໍາມະນາຄັ້ງນີ້ເພື່ອກະກຽມສ້າງແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ IX ແລະປຶກສາຫາລືກອບວຽກປະຕິຮູບສາທາລະນະສຸກໄລຍະ III (2021-2025) ເພື່ອບັນລຸການປົກຄຸມສຸຂະພາບທົ່ວປວງຊົນ (UHC) ເພື່ອກະກຽມສ້າງແຜນ ແລະ ວາງທິດທາງການປະຕິບັດວຽກຂອງກຸ່ມວິຊາການເພື່ອບັນລຸການປົກຄຸມສຸຂະພາບທົ່ວປວງຊົນ (UHC) ເພື່ອສ້າງຄວາມເຂັ້ມແຂງໃຫ້ກົມມະຫາພາກສາມາດກໍານົດສ້າງແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ IX (2021-2025).

ສ້າງແຜນພັດທະນາສາທາລະນະສຸກ ແລະກໍານົດທິດທາງກອບວຽກຂອງກຸ່ມວິຊາການ, ຮ່ວມປະສານງານຂັ້ນສູນກາງ, ທ້ອງຖິ່ນ ແລະຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ, ເພື່ອເປັນການສະຫຼຸບການຈັດຕັ້ງປະຕິບັດຍຸດທະສາດປະຕິຮູບສາທາ ລະນະສຸກໄລຍະ I ແລະ II ແລະສ້າງແຜນກອບວຽກງານປະຕິຮູບສາທາລະນະສຸກໄລຍະ III (2021-2025) ໂດຍສຸມໃສ່ບັນລຸການປົກຄຸມສຸຂະພາບທົ່ວປ ວງຊົນ (UHC) ແລະ ການພັດທະນາແບບຍືນຍົງ (SDGs) ປີ 2030 ແລະ ການກໍານົດໃນການສ້າງມາດຕະຖານຄຸນນະພາບການບໍລິການສຸຂະພາບຄົບຊຸດໃຫ້ມີຄຸນນະພາບ ແລະ ທັນສະໄໝ, ເພື່ອເຮັດໃຫ້ປະຊາຊົນໄດ້ຮັບການບໍລິການໃຫ້ທົ່ວເຖິງ ແລະ ມີຄຸນນະພາບໃນເວລາຈໍາເປັນ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: