ຊົມ​ເຊີຍ! ​ບໍ​ລິ​ສັດ ອະມະຕະ ຄອບ​ເປີ​ເຣ​ຊັນ ມອບ​ເງິນ​ຊ່ວຍ​ໄພພິບັດ ມູນ​ຄ່າ 1,2 ​ແສນ​ບາດ

ທີ່​ກະຊວງ​ແຮງ​ງານ ​ແລະ​ສະຫວັດດີ​ການ​ສັງຄົມ (ຮສສ) ​ໄດ້​ມີ​ພິທີ​ມອບ-ຮັບ​ເງິນ​ຊ່ວຍ​ເຫຼືອ​ໄພພິບັດ​ນ້ຳ​ຖ້ວມ​ໃຫ້​ແກ່ແຂວງ​ອັດ​ຕະປື ​ໂດຍ​ການ​ມອບ​ຂອງ​ບໍລິສັດ ອາ​ມະຕະ ຄອບ​ເປີ​ເຣຊັນ ຈຳກັດ (ມະຫາຊົນ) ​ໃຫ້​ກັບ​ກະຊວງ, ຊຶ່ງ​ຕາງໜ້າ​ມອບ​ແມ່ນ​ທ່ານ ວະ​ລົງ ຕັງ​ປະພຶດ​ກຸນ ຫົວໜ້າ​ໂຄງການ​ບໍລິສັດ ອາ​ມະຕະ ຄອບ​ເປີ​ເຣຊັນ ຈຳກັດ ​ແລະ​ຮັບ​​ໂດຍ​ທ່ານ ຄຳ​ແພງ ​ໄຊ​ສົມ​ແພງ ລັດຖະມົນຕີ​ກະຊວງ ຮສສ, ພ້ອມ​ນັ້ນຍັງ​ມີ​ຄະນະ​ທັງ​ສອງ​ຝ່າຍ​ເຂົ້າຮ່ວມ.

​​ທ່ານ ວະ​ລົງ ຕັງ​ປະພຶດ​ກຸນ ກ່າວ​ວ່າ: ອະມະຕະ ຄອບ​ເປີ​ເຣຊັນ ຈຳກັດ ​ເປັນ​ບໍລິສັດ​ໜຶ່ງ​ທີ່​ໄດ້​ມີລົງທຶນ​ຢູ່ ສປປລາວ, ຊຶ່ງ​ພາຍຫຼັງທີ່​ໄດ້​ຮູ້​ຂ່າວ​ວ່າ ​ແຂວງ​ອັດ​ຕະປືຂອງ​ລາວ ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພພິບັດ, ທາງ​ກຸ່ມ​ບໍລິສັດ ກໍ​ໄດ້​ປະກອບສ່ວນ​ເປັນ​ເຄື່ອງ​ບໍລິ​ໂພ​ກ ​ໂດຍ​ສົ່ງ​ກົງ​ມາ​ຈາກ​ປະ​ເທດ​ໄທ ລວມມູນ​ຄ່າ 1,2 ​ແສນ​ບາດ, ຕໍ່​ມາ​ກໍ​ໄດ້​ປະກອບສ່ວນ​ໃນ​ການ​ກໍ່ສ້າງ​ຫ້ອງ​ນ້ຳ​ໃຫ້​ກັບ​ສູນ​ອົບ​ພະ​ຍົມ ຢູ່​ເມືອງ​ສະໜາມ​ໄຊ ຈຳນວນ 2 ​ແຫ່ງ

ລວມມູນ​ຄ່າຫຼາຍ​ກວ່າ​ລ້ານ​ບາດ, ຊຶ່ງ​ການ​ຊ່ວຍ​ເຫຼືອຂອງ​ບໍລິສັດ​ແມ່ນ​ໄດ້​ປະຕິບັດ​ມາ​ຢ່າງ​ຕໍ່​ເນື່ອງ ​ແລະ​ມາ​ໃນ​ຄັ້ງ​ນີ້​ບໍລິສັດ​ກໍ​ມີ​ຈິດ​ໃຈ​ຢາກ​ຊ່ວຍ​ໃນ​ດ້ານ​ຂອງ​ການ​ກໍ່ສ້າງ ​ແລະ​ຟື້ນ​ຟູ ລວມ​ໄປ​ເຖິງ​ການ​ຢຽວ​ຢາ​ຈິດ​ໃຈ​ຂອງ​ຜູ້​ປະສົບ​ໄພ ຈຶ່ງ​ໄດ້​ນຳ​ເງິນ​ຈຳນວນ 5,22 ​ແສນ​ບາດ ​​ມາ​ມອບ​ໃຫ້​ກັບ​ກະຊວງ​ ຮສສ ​ເພື່ອ​ນຳ​ໄປ​ຊ່ວຍ​ເຫຼືອຜູ້​ປະສົມ​ໄພ​ໃນ​ເຂດ​ດັ່ງກ່າວ ​ແນນ​ໃສ່​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ພວກ​ເຂົາ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ເປັນ​ກ້າວ​ໆ.

ທ່ານ ຄຳ​ແພງ ​ໄຊ​ສົມ​ແພງ ກໍ​ໄດ້​ກ່າວ​ຂອບ​ໃຈ​ມາ​ຍັງ​ບໍລິສັດ ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອຜູ້​ປະສົບ​​ໄພ​ໃນ ສປປລາວ ມາ​ໂດຍ​ຕະຫຼອດ ​ໂດຍ​ສະ​ເພາະ​ແມ່ນ ​ແຂວງ​ອັດ​ຕະປື, ຕາງໜ້າ​ລັດຖະບານ ກໍ​ຄື ກະຊວງ ຮສສ ​ຂໍ​ຂອບ​ໃຈ​ມາ​ຍັງ​ຄະນະ​ຂອງ​ບໍລິສັດ ອາ​ມະຕະ ຄອບ​ເປີ​ເຣຊັນ ອີກ​ເທື່ອ​ໜຶ່ງ, ພວກ​ເຮົາ ຈະ​ນຳ​ເອົາ​ເງິນຊ່ວຍ​ເຫຼືອຈາກ​ບໍລິສັດ​ໃນ​ຄັ້ງນີ້ ນຳ​ໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ໃຫ້​ຮອດ​ໃຫ້​ເຖິງ​ປະຊາຊົນ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ ​ແລະ​ເຮັດ​ໃຫ້​ເຂົາ​ເຈົ້າມີ​ການ​ພັດທະນາ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...