ສະຖານເອກອັກຄະຣາຊະທູດໄທ ພົບປະສື່ມວນຊົນລາວ

​ທີ່ສະຖານເອກອັກຄະຣາຊະທູດໄທ ທີ່ນະຄອນຫຼວງວຽງຈັນ ໄດ້ຈັດງານພົບປະສຶ່ມວນລາວ ນຳໂດຍທ່ານ ປອ. ສຸວິດ ມັງຄະລະ ອັກຄະຣາຊະທູດທີ່ປຶກສາ ແລະ ທ່ານນາງ ສຸພະສິຣິ ທະນະພູມ ເລຂານຸການເອກ ພ້ອມດ້ວຍບັນດາສື່ມວນຊົນຈາກຫຼາຍສຳນັກຂ່າວໃຫ້ກຽດເຂົ້າຮ່ວມ ເຊັ່ນ: ສຳນັກຂ່າວສານປະເທດລາວ, ໂທລະພາບແຫ່ງຊາດລາວ, ໜັງສືພິມເສດຖະກິດການຄ້າ, ໜັງສືພິມປະຊາຊົນ, ໜັງສືພິມສຶກສາ ແລະ ກີລາ, ວິທະຍຸ ແລະ ໂທລະພາບນະຄອນຫຼວງວຽງຈັນ.

ຈຸດປະສົງການຈັດງານດັ່ງກ່າວ ກໍ່ເພື່ອສ້າງຄວາມຮູ້ຈັກລະຫວ່າງສະຖານເອກອັກຄະຣາຊະທູດໄທກັບສື່ມວນຊົນລາວໃຫ້ຫຼາຍຂຶ້ນ, ສ້າງຄວາມແໜ້ນແຟ້ນສາຍພົວພັນການຮ່ວມມືໃນດ້ານວຽກງານຂ່າວສານ, ລວມເຖິງຂອບການສະໜັບສະໜູນຮ່ວມມືດ້ານຕ່າງໆ ຂອງ ສະຖານເອກອັກຄະຣາຊະທູດໄທ ກັບ ສື່ມວນຊົນລາວໃນອະນາຄົດ.

ທີ່​ມາ:Royal Thai Embassy, Vientiane 
InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສັນຍານເຕືອນ! ທີ່ບອກໃຫ້ຮູ້ວ່າເຈົ້າກໍາລັງເຮັດວຽກຫຼາຍເກີນໄປ.

ເຈົ້າເຄີຍສຳຫຼວດຕົນເອງບໍ່ວ່າ ເຈົ້າເປັນຄົນທີ່ເຮັດວຽກຫຼາຍເກີນໄປຫຼືບໍ່ ເພາະການເຮັດວຽກຫຼາຍບໍ່ແມ່ນວ່າເປັນນເລື່ອງບໍ່ດີ ແຕ່ອາດຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສະພາບຈິດໃຈຂອງເຈົ້າເອງໂດຍບໍ່ຮູ້ໂຕ. ສະນັ້ນເຮົາຈະຮູ້ໄດ້ແນວໃດວ່າເຮົາເປັນຄົນເຮັດວຽກຫຼາຍເກີນໄປ? ມື້ນີ້ຈະມາບອກເຖິງສັນຍານທີ່ບົ່ງບອກວ່າເຮົາເປັນຄົນທີ່ເຮັດວຽກຫຼາຍເກີນໄປ.

ຊຳຊຸງເປີດຕົວ Galaxy S26 FE ຍົກລະດັບກ້ອງ AI ໃໝ່ລ່າສຸດ ພ້ອມການອອກແບບສຸດພຣີມຽມ

ຊຳຊຸງເປີດຕົວ Galaxy S26 FE ສົ່ງມອບປະສົບການລະດັບເຮືອທຸງລ່າສຸດດ້ວຍ One UI 9 ແລະ ຟີເຈີກ້ອງພ້ອມ Galaxy AI ສຸດລ້ຳ ຊ່ວຍຍົກລະດັບການຖ່າຍພາບ, ການສ້າງສັນ ແລະ ການເຮັດກິດຈະກຳອອນລາຍໃນທຸກໆ ມື້. ກັບການອອກແບບທີ່ບາງເບົາ, Galaxy S26 FE ຫຼູຫຼາ ແຕ່ທົນທານດ້ວຍ...

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.