Wednesday, April 23, 2025

ພາກ​ລັດອອກ​ມາ​ຊີ້​ແ​ຈງ! ເລື່ອງ​ການກໍ່​ສ້າງ​ທາງ​ເກີນ​ມູນ​ຄ່າ​ຕົວ​ຈິງ ແຕ່ບໍ່​ໄດ້​ມາດ​ຕະ​ຖານ

ຫລາຍຄົນຈະຫນາຫູກັບຫາງສຽງຈົ່ມວ່າ ວິພາກວິຈານກັນໃນເລື່ອງ ຄຸນນະພາບຂອງການກໍ່ສ້າງຖະຫນົນຫົນທາງ ຢູ່ບ້ານເຮົາບ່ອນໃດກໍມີມູນຄ່າຢ່າງມະຫາສານແຕ່ຄຸນນະພາບພັດບໍ່ສົມນ້ໍາສົມຕ່ອນ, ລູກພໍ່ນາຫມາເຕົ່າໄປເຮັດວຽກ ຮັບເຫມົາກໍ່ສ້າງຂົວທາງ ແລະ ຊົນລະປະທານມາບໍ່ຮອດ 2 ໂຄງການກໍ່ກາຍເປັນເສດຖີ.

ຕໍ່ບັນຫານີ້. ກົມຂົນທາງກະຊວງໂຍທາທິການ ແລະ ຂົນສົ່ງໄດ້ອອກມາຊີ້ແຈງຕໍ່ກອງປະຊຸມຂະແຫນງການຂອງຕົນໃນທົ່ວ ປະເທດທີ່ຈັດຂຶ້ນເມື່ອທ້າຍເດືອນມີນາ ຜ່ານມານີ້ວ່າ: ຍ້ອນຫຍັງໂຄງການກໍ່ສ້າງຂົວທາງຈິ່ງມີລາຄາສູງເກີນເຫດແຕ່ຄຸນນະຕ່ໍ່າ, ສາເຫດຕົ້ນຕໍແມ່ນມາຈາກໂຄງການລົງທຶນກ່ອນ, ໂດຍບໍ່ໄດ້ຜ່ານການປະມູນ, ການສໍາຫລວດອອກ ແບບ, ເຊິ່ງທັງຫມົດແມ່ນຜູ້ລົງທຶນ ເປັນຜູ້ຈັດຕັ້ງເຮັດ ເອງທັງຫມົດ ໂດຍມີການສົມຮູ້ຮ່ວມຄິດກັບຜູ້ເປັນເຈົ້າຂອງ ໂຄງການຈໍານວນຫນຶ່ງ, ຕະຫລອດຮອດບໍລິສັດທີ່ປຶກສາ ແລະ ຜູ້ຄວບຄຸມເຕັກນິກ ການກໍ່ສ້າງກໍ່ ແມ່ນຜູ້ຮັບເຫມົາ ເລືອກເອງ,ຈ້າງເອງ ແລະ ການກວດກາຄຸນນະພາບການກໍ່ສ້າງກໍເຮັດແບບມະລຸມມະລວຍຜີບ້ານພ້ອມຜີປ່າແລ້ວກໍ່ “Ok” ຫລື ບາງໂຄງການທີ່ແຂວງສະເຫນີມາສ່ວນຫລາຍກໍ່ບໍ່ໄດ້.

ຜ່ານ ການສໍາຫລວດ-ອອກແບບລະອຽດ, ທັງເຮັດທັງອອກແບບໄປພ້ອມ, ບໍ່ໄດ້ຜ່ານການກວດກາຄິດໄລ່ຫົວຫນ່ວຍລາຄາຢ່າງລະອຽດຖີ່ຖ້ວນໃນລັກສະນະຂາດ ຄວາມຮັບຜິດຊອບເອງຜູ້ ເປັນເຈົ້າຂອງ ແລະ ອື່ນໆ.

ຄົນຮັ່ງຄົນລວຍແລ້ວ, ແຕ່ເບື້ອງລັດນັບມື້ນັບທຸກລົງ, ເພາະຈະຫາເງິນມາໃຊ້ຫນີ້ ຫລື ສ້ອມແປງໂຄງການທີ່ຂາດຄຸນນະພາບດັ່ງກ່າວ ກໍບໍ່ມີມື້ຊີ້ນສຸດ, ແຕ່ແລ້ວບັນດາໂຄງການເລົ່ານັ້ນ ກໍຍັງສືບຕໍ່ດໍາເນີນໄປຢ່າງບໍ່ມີໃຜເອົາໂທດໃຜ, ຈົນເຖິງຂັ້ນເກີດ ມີ ໂຄງການບໍ່ມີຕົນໂຕກໍ່ສາ ມາດມາຖອນ ເງິນງົບປະທານໄປແບ່ງກັນໃຊ້ຈ່າຍຢ່າງຟູມເຟືອຍ.

ລັດຖະບານຊຸດນີ້ເພິ່ນໄດ້ເຂັ້ມງວດກວດ ຂັ້ນເພື່ອສະກັດກັ້ນສິ່ງຫຍໍ້ທໍ້ ດັ່ງກ່າວ ແລະ ຜ່ານມາມໍ່ໆນີ້, ລັດຖະບານກໍ່ສາມາດເກັບກູ້ ເງິນຄືນມາໄດ້ຈາກໂຄງການທີ່ມີລາຄາແພງເກີນເຫດມາ ໄດ້ນັບເປັນ 5-6 ພັນຕື້ກີບ.

ຮຽບ​ຮຽງ​ຈາກ: ໜັງ​ສື​ພິມ​ລາວ​ພັດ​ທະ​ນາ


InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.