ພູສ່າເຫລົ້າ ຕຳນານຮັກ 3 ເສົ້າ ແຫ່ງດິນແດນແຄວ້ນຈຳປາສັກ

ພູສ່າເຫລົ້າ ເປັນພູທີ່ບໍ່ໃຫຍ່ບໍ່ສູງພໍປານໃດ ແລະ ພູໜ່ວຍນີ້ ຕັ້ງຢູ່ທາງທິດ ຕາເວັນຕົກ ກົງກັນຂ້າມກັບນະຄອນ ປາກເຊ ຫລື ຕັ້ງຢູ່ສົ້ນສຸດຂອງຂົວປາກເຊ-ໂພນທອງ (ເບື້ອງເມືອງ ໂພນທອງ). ກ່າວກັນວ່າ ການຕັ້ງຊື່ພູໜ່ວຍນີ້ ເນື່ອງຈາກ ມີຕຳນານຮັກ 3 ເສົ້າ ເຊິ່ງຄວາມຈິງແລ້ວກໍເປັນດັ່ງການກ່າວຂານ

ດັ່ງນິທານເລື່ອງ ໜຶ່ງທີ່ກ່ຽວພັນກັນລະຫວ່າງ ທ້າວບາຈຽງ, ນາງມະໂລງ ແລະ ທ້າວ ຈຳປາສັກ. ທັງນີ້ທັງນັ້ນ ບໍ່ວ່າຜູ້ໃຫຍ່- ເດັກນ້ອຍ ຍ່ອມຮູ້ ແລະ ສາມາດຮ້ອງເພງ ນີ້ໄດ້
    “ ນາງມະໂລງ        ສັກສູງສົ່ງງາມໂສພາ
    ບາຈຽງຈຶ່ງປາຖະໜາ    ຫວັງໄດ້ນາງມາເປັນຂວັນຊີວີ
    ແຫ່ຂັນໝາກມາ        ຮອດເມືອງຄັນເກິ່ງພໍດີ
    ໄດ້ຂ່າວມະໂລງໂຕນໜີ    ຊ້ຳລືດີຂ້າຕົວຕາຍ “

ແນວໃດກໍດີ ຍັງມີຫລາຍທ່ານອາດຍັງບໍ່ທັນຮູ້ເລິກເຊິ່ງວ່າກ່ຽວພັນກັນໄດ້ແນວໃດ? ເອົາເປັນວ່າ ໃນນິທານ ພື້ນເມືອງລາວເຮົາ ໄດ້ເລົ່າຂານເຖິງ ຄວາມຮັກທີ່ຍິ່ງໃຫຍ່ ແລະ ອຳມະຕະ ຂອງຊາຍໜຸ່ມ ຜູ້ໜຶ່ງທີ່ຊື່ທ້າວ ບາຈຽງ ແລະ ນາງສາວລາວ ມະໂລງ ເຊິ່ງພໍ່ແມ່ຂອງທັງສອງ ມີຄວາມຜູກພັນ ຫລື ວ່າເປັນສ່ຽວ ຮັກສ່ຽວແພງກັນມາ ກ່ອນ ແລະ ເມື່ອຕົກລູກຕົກເຕົ້າແລ້ວ ກໍຢາກໃຫ້ສືບທອດຄວາມສຳພັນ, ຄວາມຮັກແພງໃຫ້ໝັ້ນຄົງຕະຫລອດໄປ, ແຕ່ບໍ່ເປັນດັ່ງທີ່ສອງກ້ຳສອງຝ່າຍໝັ້ນໝາຍເອົາໄວ້ເມື່ອ ນາງມະໂລງໄປຫລົງຮັກຊາຍໜຸ່ມຄົນໜຶ່ງ ທີ່ມີຍົດຖາບັນດາສັກເປັນຂັ້ນ “ໂອລົດ“ ຂອງເຈົ້າຜູ້ປົກຄອງເມືອງໃນສະໄໝນັ້ນ ໂດຍຊາຍໜຸ່ມຄົນນີ້ຊື່ວ່າ ທ້າວ ຈຳປາສັກນັ້ນເອງ.

ໃນທີ່ສຸດແລ້ວ, ຄວາມຮັກທີ່ຍິ່ງໃຫຍ່ນັ້ນ ກໍມີອັນເປັນໄປ ໃນຂະນະແຫ່ຂັນໝາກໄປສູ່ຂໍນັ້ນ, ທ້າວ ບາຈຽງ ທີ່ຜິດຫວັງຢູ່ແລ້ວຈຶ່ງດັບຊີບຕົນເອງ ແລະ ໄດ້ຖອກເຫລົ້າຖິ້ມ ຈຶ່ງກາຍມາເປັນຊື່ຂອງພູສ່າເຫລົ້າ ໃນປັດຈຸບັນນີ້ ແລະ ຢູ່ຖັດໄປນັ້ນ ກໍແມ່ນພູມະໂລງ, ສ່ວນພູບາຈຽງ ກໍຕັ້ງຢູ່ກ້ຳຂວາ ນະຄອນ ປາກເຊ ໃນປັດຈຸບັນ.

ພູສ່າເຫລົ້າ ມີຫລາຍຈຸດເດັ່ນ ໂດຍເລີ່ມຈາກການສ້າງຂັ້ນໄດຂຶ້ນໄປ ນັບແລ້ວມີ 170 ກວ່າຂັ້ນ ແລະ ຢູ່ຂັ້ນໄດ ພັກລຸ່ມເພິ່ນ ໄດ້ປັ້ນຮູບນາກລາຫູ ທີ່ທັງໃຫຍ່ທັງຍາວ. ສຳລັບທາງຂຶ້ນນັ້ນ ເພິ່ນກໍໄດ້ເຮັດຮາວເຫລັກທັງສອງຂ້າງ ເພື່ອຄວາມສະດວກຂອງນັກທ່ອງທ່ຽວ.

ເມື່ອຂຶ້ນໄປຮອດພັກເທິງ ແລ້ວຫລຽວ ລົງມາເບື້ອງ ລຸ່ມໂອໂຫ! ຕ້ອງບອກວ່າ ງາມມະຫັດສະຈັນ ເອົາແທ້ເອົາວ່າ ບໍ່ວ່າຈະແນມມາເບື້ອງ ເມືອງ ໂພນທອງ ກໍຈະເຫັນພາບຂອງຕົວເມືອງ, ຖະໜົນຫົນທາງຢ່າງສວຍງາມ, ຖ້າແນມໄປທາງ ເມືອງ ປາກເຊ ກໍຈະເຫັນເຫລົ່າຊາວປະມົງ ທີ່ພວມຫາຢູ່ຫາກິນຢູ່ຕາມລຳນ້ຳຂອງ, ຫາດຊາຍໃນ ຍາມນ້ຳລົງ ຫລື ແນມເຫັນພາບຂອງເທສະບານ ນະຄອນປາກເຊ … 

ສຳລັບຜູ້ຂຽນແລ້ວ ສຸດແສນຊື່ນໃຈ ແລະ ຕື່ນເຕັ້ນທີ່ສຸດທັງໆ ທີ່ກວ່າຈະຂຶ້ນຮອດພັກເທິງນັ້ນ ກໍຕ້ອງໄດ້ ພັກຜ່ອນຫລາຍເທື່ອ ເຕີບພຸ້ນໄດ໊, ແຕ່ກໍກຸ້ມຄ່າ ແລະ ຂາລົງ ມາກໍໄດ້ກາບໄຫວ້ພະທີ່ສະຖິດໄວ້ຂ້າງໆຮູບປັ້ນ ທ້າວ ບາຈຽງຂີ່ມ້າ.

ຢ່າລືມເດີ! ຖ້າທ່ານໃດໄດ້ມີໂອກາດໄປເຮັດວຽກ, ໄປຢ້ຽມຢາມຍາດຕິພີ່ນ້ອງ ຫລື ໄປທ່ອງທ່ຽວ ຢູ່ແຂວງຈຳປາສັກແລ້ວ “ ພູສ່າເຫລົ້າ “ ຄືອີກແຫລ່ງທ່ອງທ່ຽວໜຶ່ງ ທີ່ທ່ານຄວນໄປສຳຜັດໂດຍທ່ານເອງ ຮັບຮອງວ່າໄດ້ ທັງບຸນໄດ້ທັງຄວາມອີ່ມອົກ ອີ່ມໃຈ ກັບອາກາດທີ່ບໍລິສຸດ ແລະ ທິວທັດທຳມະຊາດ ທີ່ແສນງາມ!.

ຮຽບຮຽງຈາກ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...