Friday, July 11, 2025
Kbank Laos โอน รับ จ่าย

ສາຍເໜືອ ຊີ້ແຈງຫາງສຽງລົດເມຮັບຜູ້ໂດຍສານລົ້ນລົດ ແລະ ປັບຂຶ້ນລາຄາ ວ່າບໍ່ມີມູນຄວາມຈິງ

ທ່ານນາງ ຈິດປະສົງ ຫຼວງເດດມີໄຊ

ປະທານສະຖານນີຂົນສົງໂດຍ ສານສາຍເໜືອພາຍໃນ ແລະຕ່າງປະ ເທດຊີ້ແຈ້ງກ່ຽວກັບຫາງສຽງສື່ອອນລາຍນຳສະເໜີຂ່າວຈາກສຽງຈົ່ມຂອງຜູ້ ໂດຍສານລົດສາຍເໜືອວ່າ ລົດ 45 ບ່ອນນັ່ງຮັບຄົນ 70-80 ຄົນ ພ້ອມມີ ການປັບຂຶ້ນລາຄາ ເຮັດໃຫ້ສັງຄົມເຂົ້າໃຈຜິດແລ້ວວິພາກວິຈານໄປໃນທາງທີ່ ເສຍຫາຍໃຫ້ກັບສະຖານີ ຊຶ່ງບໍ່ມີມູນ ຄວາມຈິງແຕ່ຢ່າງໃດ.

ທ່ານ ນາງ ຈິດປະສົງ ຫຼວງເດດມີໄຊ ປະທານສະຖານີຂົນສົ່ງລົດໂດຍສານ ສາຍເໜືອພາຍໃນ ແລະຕ່າງປະເທດໃຫ້ ສຳພາດກັບນັກຂ່າວໜັງສືພິມເສດຖະ ກິດ-ສັງຄົມ ເມື່ອບໍ່ດົນມານີ້ວ່າ: ສະຖານີຂົນສົ່ງໂດຍສານສາຍເໜືອພາຍໃນ ແລະຕ່າງປະເທດເປັນໜຶ່ງໜ່ວຍງານ ໃຫ້ບໍລິການປະຊາຊົນທີ່ສະຖານີເນັ້ນ ຫົວໃຈສຳຄັນການບໍລິການ, ຄວາມປອດ ໄພເປັນອັນດັບຕົ້ນໂດຍການເຮັດວຽກ ແມ່ນເປັນລະບົບກ່ອນລົດອອກເດີນທາງ ທຸກຄັ້ງໄດ້ມີການກວດກາລະບົບລົດ, ສະເຟີລົດປະຈຳທາງ 3 ຄົນ ທີ່ສຳຄັນແມ່ນມີໜ່ວຍງານລັດຕິດຕາມທຸກຄັ້ງ ກ່ອນອອກເດີນທາງ.

ສຳລັບກັບກະແສຂ່າວທີ່ເກີດຂຶ້ນໃນສື່ອອນລາຍ ກ່ຽວກັບສຽງຈົ່ມຂອງຜູ້ໂດຍສານລົດຕຽງນອນຈາກສະຖານີໂດຍ ສານສາຍເໜືອວ່າ ລົດ 45 ຄົນ ແຕ່ຮັບ ຜູ້ໂດຍສານເຖິງ 70-80 ຄົນດ້ວຍເພີ່ມຕັ່ງເສີມ ແລະມີການປັບຂຶ້ນລາຄາໃນ ຊ່ວງປີໃໝ່ລາວຜ່ານມາຖືວ່າສ້າງຄວາມ ປັ່ນປວງສັງຄົມ ແລະຢາກໃສ່ຮ້າຍປ້າຍສີ ແກ່ສະຖານີ.
ທ່ານ ນາງ ຈິດປະສົງ ໃຫ້ຮູ້ຕື່ມວ່າ: ຂ່າວດັ່ງກ່າວແມ່ນບໍ່ມີຂໍ້ມູນຄວາມຈິງ ເລື່ອງຕັ່ງເສີມແມ່ນຂຶ້ນກັບຄວາມພໍໃຈ ຂອງຜູ້ໂດຍສານທີ່ມາໃຊ້ບໍລິການບາງ ຄົນອາດມີເຫດຈຳເປັນຕ້ອງກັບດ່ວນທີ່ ຂຶ້ນລົດຢູ່ກາງທາງຖ້າລົດບໍ່ລົດຈອດຮັບ ເອົາກໍປະຈານລົດໃນທາງທີ່ບໍ່ດີຄືດັ່ງ ຜ່ານມາແຕ່ທັງນີ້ລົດທີ່ອອກຈາກສະຖາ ນີແມ່ນບໍ່ໃຫ້ຮັບເກີນຕາມຈຳນວນລົດ ເດັດຂາດເວັ້ນເສຍແຕ່ຜູ້ໂດຍສານຂາກັບມາຈາກຕ່າງແຂວງທີ່ມີປາຍທາງມາ ຈອດສະຖານີເຮົານັ້ນແມ່ນບໍ່ຂຶ້ນກັບຂອບ ເຂດຄວາມຮັບຜິດຊອບຂອງຄີວພວກ ເຮົາ ສ່ວນລາຄາກໍປົກກະຕິບໍ່ມີການປ່ຽນ ແປງ.
ແນວໃດກໍ່ຕາມເພື່ອຫຼີກເວັ້ນບັນຫາດັ່ງກ່າວປະທານສະຖານີຮຽກຮ້ອງຜູ້ໂດຍສານມາຂຶ້ນລົດທີ່ຄີວທຸກຄັ້ງ ແລະ ຫາກລົດຄັນໃດທີ່ເຫັນວ່າຮັບຄົນເກີນ ກໍ່ສາມາດໂທແຈ້ງເຂົ້າມາຫ້ອງການສະ ຖານີຂົນສົ່ງໂດຍສານສາຍເໜືອພາຍໃນ ແລະຕ່າງປະເທດໄດ້ທີ່ເບີໂທລະສັບ 021 612385.

ທີ່ມາ: ຂ່າວ ເສດຖະກິດ- ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.