Saturday, February 8, 2025

ເຊີນທ່ຽວຊົມງານວາງສະແດງສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ຂອງ ສປປ.ລາວ

ພິທີເປີດງານວາງສະແດງ ແລະ ຈໍາໜ່າຍສິນຄ້າ “ໜຶ່ງເມືອງໜຶ່ງຜະລິດຕະພັນ” ແລະ ສິນຄ້າຄອບຄົວຕົວແບບຂອງນະຄອນຫຼວງວຽງຈັນ ຄັ້ງທີ VI ຈັດຂຶ້ນວັນທີ 29 ເມສາ 2019 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ.

ເຊິ່ງມີຫົວໜ່ວຍທຸລະກິດທີ່ເຂົ້າຮ່ວມງານຄັ້ງນີ້ທັງໝົດ 123 ຫົວໜ່ວຍ 116 ຫ້ອງ ແລະ 23 ເຕັ້ນ ທຽບໃສ່ປີ 2018 ເພີ່ມຂຶ້ນ 8,84% ໃນນີ້ນະຄອນຫຼວງມີສິນຄ້າໂອດ໊ອບ 42 ຫົວໜ່ວຍ ຈໍານວນ 49 ຫ້ອງ ທຽບໃສ່ປີ 2018 ເພີ່ມຂຶ້ນ 5% ສິນຄ້າຕົວແບບ 57 ຫົວໜ່ວຍ 42 ຫ້ອງ ແລະ 23 ເຕັ່ນ ທຽບໃສ່ປີ 2018 ເພີ່ມຂຶ້ນ 50%.

ແລະ ສິນຄ້າຕ່າງແຂວງ ສິນຄ້າໂອດ໊ອບ 20 ຫົວໜ່ວຍ ຈໍານວນ 21 ຫ້ອງ ທຽບໃສ່ປີ 2018 ເພີ່ມຂຶ້ນ 5,26% ສິນຄ້າຕົວແບບຈໍານວນ 4 ຫົວໜ່ວຍ ຈໍານວນ 4 ຫ້ອງ ທຽບໃສ່ປີ 2018 ເພີ່ມຂຶ້ນ 55,5% ຄາດຄະເນມູນຄ່າທັງໝົດ 3,6 ຕື້ກັບ ເພີ່ມຂຶ້ນ 5% ແລະ ຄາດຄະເນການຈໍາໜ່າຍທັງໝົດ 654 ລ້ານກີບ. 

ນອກນັ້ນງານວາງສະແດງດັ່ງກ່າວຍັງມີກິດຈະກໍາສໍາມະນາໃຫ້ຫົວໜ່ວຍສິນຄ້າທີ່ໄດ້ຮັບກາໝາຍໂອດ໊ອບ ແລະ ຫົວໜ່ວຍຄອບຄົວຕົວແບບ ເຊິ່ງປະກອບມີຫົວຂໍ້ ການພັດທະນາຜະລິດຕະພັນເຂົ້າຫາຕະຫຼາດ ແລະ ການສ້າງຍີ່ຫໍ້ເຄື່ອງໝາຍການຄ້າ ແລະ ການເຂົ້າຫາແຫຼ່ງທຶນ ພ້ອມນັ້ນຍັງມີກິດຈະກໍາແຂ່ງຂັນບົດຟ້ອນຕື່ມອີກ ເຊິ່ງງານດັ່ງກ່າວຈະດໍາເນີນໄປຮອດວັນທີ 5 ພຶດສະພາ 2019.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: