Thursday, May 15, 2025
Kbank Laos โอน รับ จ่าย

ມູນ​ຄ່າ​ສິນຄ້າ​ໂອ​ດອບ-ຄອບຄົວ​ຕົວ​ແບບໃນ​ງານ​ວາງສະແດງ ຄັ້ງ​ທີ 6 ເພີ່ມ​ຂຶ້ນ 5%

ພິທີ​ໄຂ​ງານ​ວາງສະແດງ ແລະ ຈຳໜ່າຍ​ສິນຄ້າ “ໜຶ່ງ​ເມືອງ ໜຶ່ງ​ຜະລິດ​ຕະ​ພັນ” ແລະ ສິນຄ້າ​ຄອບ ຄົວ​ຕົວ​ແບບ​ຂອງ​ນະຄອນຫຼວງ​ວຽງ​ຈັນ (ນວ) ຄັ້ງ​ທີ VI ຈັດ​ຂຶ້ນ​ວັນ​ທີ 29 ເມສາ 2019 ຢູ່​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ນະຄອນຫຼວງ​ວຽງ​ຈັນ ໂດຍ​ມີ​ທ່ານ ສີ​ຫຸນ ສິດທິ​ລື​ໄຊ ຮອງ​ເຈົ້າ​ຄອງ ນວ ທ່ານ ບຸນ​ມີ  ມະນີ​ວົງ ຮອງ​ລັດຖະມົນຕີ ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ ພ້ອມ​ດ້ວຍ​ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ ເບີ​ລິນ ເພັດ​ຈັນທະ​ຣາດ ຫົວໜ້າ​ພະ​ແນກ​ອຸດສາຫະກຳ ແລະ ການ​ຄ້າ ນວ ກ່າວ​ວ່າ:

ຈຸດ​ປະສົງ ​ເພື່ອ​ເປັນ​ການ​ຊຸກຍູ້​ສົ່ງເສີມ​ດ້ານ​ການ​ຕະຫຼາດ​ຂອງ​ຜະລິດ​ຕະ​ພັນ​ສິນຄ້າ ໜຶ່ງ​ເມືອງ ໜຶ່ງ​ຜະລິດ​ຕະ​ພັນ ຂອງ ນວ ທັງ​ເປັນ​ການ​ປະກອບສ່ວນ​ສົ່ງເສີມ​ປີ​ທ່ອງ​ທ່ຽວ ລາວ-ຈີນ 2019 ແລະ ສ້າງ​ຂະ​ບວນ​ການ​ຄຳນັບ​ຮັບ​ຕ້ອນ​ວັນ​ກຳມະກອນ​ສາກົນ 1 ພຶດສະພາ ຄົບຮອບ 133 ປີ ໃຫ້​ມີ​ບັນຍາກາດ​ຟົດຟື້ນ ເຊິ່ງ​ພາຍ​ໃນ​ງານ​ມີ​ຫຼາຍ​ກິດຈະກຳ​ດຶງ​ດູດ​ຜູ້​ບໍລິໂພກ​ພາຍ​ໃນ ແລະ ນັກ​ທ່ອງ​ທ່ຽວ​ຕ່າງປະເທດ​ມາ​ທ່ຽວ​ຊົມ ເພື່ອ​ເປັນ​ການ​ຍູ້​ໜູນ​ລະດັບ​ຜະລິດ​ຕະ​ພັນ​ໃຫ້​ກ້າວ​ໄປ​ສູ່​ການ​ພັດທະນາ​ແບບ​ຍືນ​ຍົງ ສາມາດ​ສ້າງ​ຄວາມ​ເຂັ້ມແຂງ​ໃຫ້​ຫົວໜ່ວຍ​ທຸລະ​ກິດ​ທີ່​ເຮັດ​ການ​ຜະລິດ ເຂົ້າ​ຫາ​ຕະຫຼາດ​ເປົ້າ​ໝາຍ​ເພື່ອ​ຈຳໜ່າຍ ແລະ ຈັບ​ຄູ່​ທຸລະ​ກິດ​ຮ່ວມ​ກັນ ທັງ​ຊ່ວຍ​ຊຸກຍູ້​ໃຫ້​ທຸລະ​ກິດ​ຄອບຄົວ​ຕົວ​ແບບ​ມີ​ການ​ພັດທະນາ​ຕົນ​ເອງ​ໃນ​ການ​ຄຸ້ມ​ຄອງ​ບໍລິຫານ​ການ​ຜະລິດ​ສິນຄ້າ ກ້າວ​ຂຶ້ນ​ເປັນ​ສິນຄ້າ​ທີ່​ໄດ້​ຮັບ​ກາ​ໜາຍ​ສິນຄ້າ ໜຶ່ງ​ເມືອງ ໜຶ່ງ​ຜະລິດ​ຕະ​ພັນ ແຫ່ງ​ຊາດ (ໂອ​ດອບ) ສ້າງ​ມູນ​ຄ່າ​ເພີ່ມ​ໃຫ້​ສິນຄ້າ​ດັ່ງກ່າວ​ໃຫ້​ເປັນ​ທີ່​ຍອມຮັບ​ຂອງ​ສັງຄົມ ແລະ ຜູ້​ຊົມໃຊ້​ມີ​ຄວາມ​ເຊື່ອ​ໝັ້ນ​ຫຼາຍ​ຂຶ້ນ ສ້າງ​ຄວາມ​ເຂັ້ມແຂງ​ໃຫ້​ຫົວໜ່ວຍ​ທຸລະ​ກິດ​ໂອ​ດອບ ແລະ ຊຸກຍູ້​ສົ່ງເສີມ​ໃຫ້​ບັນດາ​ຫົວໜ່ວຍ​ທຸລະ​ກິດ​ທີ່​ຜະລິດ​ເປັນ​ສິນຄ້າ​ຂອງ 9 ຕົວ​ເມືອງ ໃນ ນວ ໃຫ້​ເຂົ້າ​ຮ່ວມ​ງານ​ວາງສະແດງ ແລະ ຂາຍ​ສິນຄ້າ ໜຶ່ງ​ເມືອງ ໜຶ່ງ​ຜະລິດ​ຕະ​ພັນ ແລະ ຄອບຄົວ​ຕົວ​ແບບ​ຕາມ​ແຜນການ.

ປັດຈຸບັນ​ ຫົວໜ່ວຍ​ທຸລະ​ກິດ​ທີ່​ໄດ້​ຮັບ​ກາ​ໝາຍ​ສິນຄ້າ ໜຶ່ງ​ເມືອງ ໜຶ່ງ​ຜະລິດ​ຕະ​ພັນ ແຫ່ງ​ຊາດ ມີ 48 ຫົວໜ່ວຍ ທຽບໃສ່​ປີ 2018 ເພີ່ມ​ຂຶ້ນ 4 ຫົວໜ່ວຍ ເທົ່າ​ກັບ 9,1% ສຳລັບ​ຫົວໜ່ວຍ​ທຸລະ​ກິດ​ທີ່​ເຂົ້າ​ຮ່ວມ​ງານ​ຄັ້ງ​ນີ້​ມີ 123 ຫົວໜ່ວຍ 116 ຫ້ອງ 23 ເຕັ້ນ ທຽບໃສ່​ປີ 2018 ເພີ່ມ​ຂຶ້ນ 8,84% ໃນ​ນີ້ ນວ ມີ​ສິນຄ້າ​ໂອ​ດອບ 42 ຫົວໜ່ວຍ 49 ຫ້ອງ ເພີ່ມ​ຂຶ້ນ 5% ສິນຄ້າ​ຕົວ​ແບບ 57 ຫົວໜ່ວຍ 42 ຫ້ອງ ແລະ 23 ເຕັ້ນ ເພີ່ມ​ຂຶ້ນ 50% ແລະ ຕ່າງ​ແຂວງ​ມີ​ສິນຄ້າ​ໂອ​ດອບ 20 ຫົວໜ່ວຍ 21 ຫ້ອງ ເພີ່ມ​ຂຶ້ນ 5,26% ສິນຄ້າ​ຕົວ​ແບບ 4 ຫົວໜ່ວຍ 4 ຫ້ອງ ເພີ່ມ​ຂຶ້ນ 55,5% ຄາດ​ຄະເນ ມູນ​ຄ່າ 3,6 ຕື້​ກັບ ເພີ່ມ​ຂຶ້ນ 5% ແລະ ຄາດ​ຄະເນ​ການຈຳໜ່າຍ 654 ລ້ານ​ກີບ.

ນອກ​ນີ້ ງານ​ວາງສະແດງ​ດັ່ງກ່າວ ຍັງ​ມີ​ກິດຈະກຳ​ສຳ​ມະ​ນາ​ໃຫ້​ຫົວໜ່ວຍ​ສິນຄ້າ​ທີ່​ໄດ້​ຮັບ​ກາ​ໝາຍ​ໂອ ດອບ ແລະ ຄອບຄົວ​ຕົວ​ແບບ ເຊິ່ງ​ປະກອບ​ມີ​ຫົວຂໍ້ ການ​ພັດທະນາ​ຜະລິດ​ຕະ​ພັນ​ເຂົ້າ​ຫາ​ຕະຫຼາດ ການ​ສ້າງ​ຍີ່ຫໍ້​ເຄື່ອງໝາຍ​ການ​ຄ້າ ແລະ ການ​ເຂົ້າ​ຫາ​ແຫຼ່ງ​ທຶນ ພ້ອມ​ນີ້ ຍັງ​ມີ​ກິດຈະກຳ​ແຂ່ງຂັນ​ສິລະ​ປະ-ວັນນະຄະດີ ແລະ ກິດຈະກຳ​ອື່ນໆ​ທີ່​ໜ້າ​ສົນໃຈ ໂດຍ​ງານ​ຄັ້ງ​ນີ້​ຈະ​ດຳເນີນ​ແຕ່​ວັນ​ທີ 29 ເມສາ-5 ພຶດສະພາ 2019. 

ທີ່ມາ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້