Friday, March 21, 2025

ລມຕ ກະຊວງການຕ່າງປະເທດ ເປີດເຜີຍສະພາບການພາກພື້ນ ແລະ ສາກົນ ພ້ອມການປັບຕົວຂອງ ສປປລາວ.

ທ່ານ ສະ­ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ສະ­ພາບ​ການ​ພາກ​ພື້ນ ແລະ ສາ­ກົນ ທີ່​ນັບ​ມື້​ນັບ​ມີ​ການ​ຜັນ​ແປ​ຢ່າງ​ວ່ອງ­ໄວ ສະ­ຫຼັບ​ສັບ​ຊ້ອນ ແລະ ຄາດ​ຄະ­ເນ​ໄດ້​ຍາກ.

ເປັນ­ຕົ້ນ ບັນ­ຫາ​ຄວາມ​ຂັດ​ແຍ່ງ​ລະ­ຫວ່າງ​ປະ­ເທດ​ມະ­ຫາ​ອຳ­ນາດ ບັນ­ຫາ​ການ​ກໍ່​ການ​ຮ້າຍ ຄວາມ​ຂັດ​ແຍ່ງ​ໃນ​ຂົງ­ເຂດ​ຕາ­ເວັນ​ອອກ​ກາງ ບັນ­ຫາ​ອະ­ທິ­ປະ​ໄຕ ເຊື້ອ​ຊາດ ສາ­ສະ­ໜາ ການ​ປະ​ທ້ວງ​ຮຽກ­ຮ້ອງ​ສິດ ບັນ­ຫາ​ຊາວ​ອົບ​ພະ​ຍົບ ຄວາມ​ຂັດ​ແຍ່ງ​ທາງ​ດ້ານ​ເສດ­ຖະ­ກິດ-ການ​ຄ້າ.

ການ​ຊ່ວງ​ເສັງ​ປະ­ກອບ​ອາ­ວຸດ ການ​ຖອນ​ຕົວ​ອອກ​ຈາກ​ສະ­ຫະ­ພາບ​ເອີ​ຣົບ​ຂອງ​ອັງ­ກິດ (Brexit) ແລະ ອື່ນໆ ທີ່​ໄດ້​ມີ​ການ​ຜັນ​ແປ​ໄປ​ໃນ​ຮູບ​ການ​ຕ່າງໆ ໂດຍ​ມີ​ລັກ­ສະ­ນະ​ຮຸນ​ແຮງ ແລະ ເປັນ​ວົງ​ກວ້າງ ຕໍ່​ກັບ​ສະ­ພາບ​ການ​ສັບ­ສົນ​ທີ່​ມີ​ທັງ​ກາ­ລະ​ໂອ­ກາດ ແລະ ສິ່ງ​ທ້າ​ທາຍ​ນີ້ ລາວ​ເຮົາ​ພາຍ​ໃຕ້​ການ​ນຳ­ພາ​ອັນ​ສະ­ຫຼາດ​ສ່ອງ​ໃສ​ຂອງ​ພັກ ກໍ​ຄື ການ​ນຳ​ຂັ້ນ​ສູງ​ໃນ​ແຕ່​ລະ​ຍຸກ ແຕ່​ລະ­ສະ​ໄໝ ເຮັດ​ໃຫ້​ການ­ເຄື່ອນ­ໄຫວ​ວຽກ​ງານ​ການ​ຕ່າງ­ປະ­ເທດ ດຳ­ເນີນ​ໄປ​ຢ່າງ​ຄ່ອງ​ແຄ້ວ ສາ­ມາດ​ຮັກ­ສາ​ໄດ້​ສະ­ຖຽນ​ລະ​ພາບ​ທາງ​ດ້ານ​ການ­ເມືອງ ສັງ­ຄົມ​ມີ​ຄວາມ​ສະ­ຫງົບ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ແກ່​ບັນ­ດາ​ປະ­ເທດ​ເພື່ອນ​ມິດ ທັງ​ຢູ່​ໃກ້ ແລະ ໄກ ເຮັດ​ໃຫ້​ບົດ­ບາດ ແລະ ອິດ​ທິ​ພົນ​ຂອງ​ລາວ​ນັບ​ມື້​ນັບ​ສູງ​ຂຶ້ນ​ໃນ​ເວ­ທີ​ພາກ​ພື້ນ ແລະ ສາ­ກົນ,

ຈົນ​ສາ­ມາດ​ຍາດ​ມາ​ໄດ້​ຜົນ­ສຳ­ເລັດ​ໃນ​ຫຼາຍ​ດ້ານ ສືບ­ຕໍ່​ຢຶດ​ໝັ້ນ​ປະ­ຕິ­ບັດ​ແນວ­ທາງ​ການ​ຕ່າງ­ປະ­ເທດ ອັນ​ສະ­ເໝີ​ຕົ້ນ​ສະ­ເໝີ​ປາຍ ຄື: ສັນ­ຕິ­ພາບ ເອ­ກະ­ລາດ ມິດ­ຕະ­ພາບ ແລະ ການ​ຮ່ວມ​ມື ພ້ອມ​ທັງ​ຢຶດ​ໝັ້ນ​ທິດ​ນຳ ເພີ່ມ​ມິດ ຫຼຸດ­ຜ່ອນ​ສັດ­ຕູ ຢຶດ​ໝັ້ນ​ປະ­ຕິ­ບັດ​ຄຳ​ຂວັນ​ຂອງ​ກອງ​ປະ­ຊຸມ​ວຽກ​ງານ​ການ​ຕ່າງ­ປະ­ເທດ ການ​ທູດ​ປ້ອງ​ກັນ​ເຫດ ແລະ ບຸກ​ທະ­ລຸ ເພື່ອ​ປົກ​ປັກ​ຮັກ­ສາ ແລະ ພັດ­ທະ­ນາ​ປະ­ເທດ​ຊາດ ເສີມ​ສ້າງ​ສາຍ​ພົວ­ພັນ​ກັບ​ບັນ­ດາ​ປະ­ເທດ​ເພື່ອນ​ມິດ​ຍຸດ​ທະ​ສາດ​ຮ່ວມ​ອຸ­ດົມ​ການ​ສັງ­ຄົມ​ນິ­ຍົມ ໂດຍ​ສະ­ເພາະ ການ​ພົວ­ພັນ​ແບບ​ພິ­ເສດ​ກັບ ສສ ຫວຽດ­ນາມ ແລະ ການ​ພົວ­ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ­ດ້ານ​ໝັ້ນ­ຄົງ​ຍາວ​ນານ​ກັບ ສປ ຈີນ ສົ່ງ­ເສີມ​ສາຍ​ພົວ­ພັນ​ມິດ­ຕະ­ພາບ ແລະ ການ​ຮ່ວມ​ມື​ທີ່​ດີ ມີ​ໝາກ­ຜົນ​ກັບ​ປະ­ເທດ​ເພື່ອນ​ບ້ານ ເພີ່ມ​ທະ­ວີ​ການ­ເຄື່ອນ­ໄຫວ​ໃນ​ຂອບ​ອາ​ຊຽນ ຊຸກ­ຍູ້​ການ​ເຊື່ອມ​ໂຍງ ແລະ ເຊື່ອມ​ຈອດ​ກັບ​ພາກ​ພື້ນ.

ຄະ­ນະ​ໂຄ­ສະ­ນາ​ອົບ­ຮົມ​ສູນ​ກາງ​ພັກ ຈັດ​ພິ­ທີ​ປາ­ຖະ­ກະ­ຖາ​ກ່ຽວ​ກັບ​ສະ­ພາບ​ການ​ພາກ​ພື້ນ ແລະ ສາ­ກົນ ແລະ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ນະ­ໂຍ­ບາຍ​ການ​ຕ່າງ­ປະ­ເທດ​ໃນ​ໄລ­ຍະ​ໃໝ່ ຂຶ້ນ​ທີ່​ສຳ­ນັກ­ງານ​ຂອງ​ຕົນ ໃຫ້​ກຽດ​ປາ­ຖະ­ກະ­ຖາ​ໂດຍ​ທ່ານ ສະ­ເຫຼີມ​ໄຊ ກົມ​ມະ​ສິດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ມີ​ບັນ­ດາ​ຮອງ​ເລ­ຂາ​ຄະ­ນະ​ພັກ ຄະ­ນະ​ນຳ​ຂອງ​ບັນ­ດາ​ກະ­ຊວງ-ອົງ­ການ​ຂັ້ນ​ສູນ​ກາງ ຫົວ­ໜ້າ ຮອງ​ຫົວ­ໜ້າ​ສື່​ມວນ​ຊົນ ພະ­ນັກ­ງານ​ທີ່​ເຮັດ​ວຽກ​ງານ​ແນວ​ຄິດ-ການ­ເມືອງ​ຂອງ​ອົງ­ການ​ພັກ ແລະ ລັດ ເຂົ້າ​ຮ່ວມ.

ທີ່ມາ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່