ແຂວງສາລະວັນ ທຳລາຍສິນຄ້າປອມແປງ ແປ້ງນົວກາຈອງ ແລະ ນ້ຳມັນເຄື່ອງຮອນດ້າ

ພະແນກວິທະຍາສາດເຕັກໂນໂລຊີ ແຂວງສາລະວັນ ໄດ້ຈັດພິທີທໍາລາຍສິນຄ້າທີ່ມີເຄື່ອງຫມາຍການປອມແປງ ຂອງຮູບຊົງການຄ້າ ໃນນີ້ , ມີຊະນິດນ້ຳມັນເຄື່ອງຮອນດ້າ ແລະ ແປ້ງນົວກາຈອງທີ່ມີຜູ້ນໍາເຂົ້າມາຂາຍຍ່ອຍຢູ່ຕາມຕະຫຼາດ ແລະ ບັນດາຫ້າງຮ້ານພາຍໃນ ແຂວງສາລະວັນ ໂດຍສະເພາະຄະນະກໍາມະການຂັ້ນແຂວງ, ຂັ້ນເມືອງ ໄດ້ເຄື່ອນໄຫວກວດກາສິນຄ້າທີ່ມີເຄື່ອງຫມາຍລອກລຽນແບບ ເຊິ່ງກາຍເປັນການລະເມີດສິດຊັບສິນທາງປັນຍາຂອງ ບໍລິສັດ ນໍາເຂົ້າທໍາອິດ.

ການທໍາລາຍສິນຄ້າປອມແປງຄັ້ງນີ້, ພະແນກວິທະຍາສາດເຕັກໂນໂລຊີຂອງແຂວງກ່າວວ່າ :

ຄະນະກໍາມະການຂັ້ນແຂວງ, ຂັ້ນເມືອງ ໄດ້ມີການສົມທົບດ້ານວຽກງານວິຊາການ-ວິຊາສະເພາະຮ່ວມກັນກັບ ຫຼາຍພາກສ່ວນພາຍໃນແຂວງ ເພື່ອແນໃສ່ເຄື່ອນໄຫວກວດກາສິນຄ້າ ທີ່ມີການລະເມີດສິດ ແລະ ຊັບສິນທາງປັນຍາ ໂດຍສະເພາະສິນຄ້າທີ່ມີການປອມແປງຮູບຊົງເຄື່ອງຫມາຍການຄ້າ, ຊະນິດ, ກິ່ນ, ລົດຊາດ ແລະ ຄວາມເປັນອັນຕະລາຍ ຕໍ່ພາຫະນະ-ຮ່າງກາຍຂອງ ຜູ້ຊົມໃຊ້ນ້ໍາມັນເຄື່ອງຮອນດ້າ ແລະ ຜູ້ບໍລິໂພກແປ້ງນົວກາຈອງປອມ.

ພາຍຫຼັງເຄື່ອນໄຫວກວດກາກໍ່ສາມາດພົບພໍບຸກຄົນໃນຕະຫຼາດ ແລະ ຫ້າງຮ້ານຂາຍເຄື່ອງຍ່ອຍໄດ້ມີການວາງ ຂາຍນ້ໍາມັນເຄື່ອງ ແລະ ແປງນົວກາຈອງປອມ ລວມມີ 20 ຮ້ານ, ໃນນັ້ນຮ້ານທີ່ວາງຂາຍນ້ໍາມັນເຄື່ອງຮອນດ້າທີ່ມີ 18 ຮ້ານ ປະ ກອບມີ 470 ຕຸກ ສະເລ່ຍເປັນເງິນ 15 ລ້ານກວ່າກີບ, ຮ້ານທີ່ວາງຂາຍແປງນົວປອມມີ 2 ຮ້ານ ມີ 443 ຖົງ ກວມເອົາ 29.570 ກິໂລກຼາມ ແລະ ໄດ້ນໍາມາທໍາລາຍຖິ້ມ, ການລົງຈັດຕັ້ງປະຕິບັດວຽກງານຄັ້ງນີ້ ກໍເພື່ອແນໃສ່ຕອບ ສະຫນອງໃຫ້ວັນຊັບສິນທາງປັນຍາໂລກຄົບຮອບ 19 ຄື (ວັນທີ 26 ເມສາ 2000- ວັນທີ 26 ເມສາ 2019.)

ພິທີດັ່ງກ່າວໄດ້ມີຂຶ້ນໃນວັນທີ 23 ເມສາ 2013 ນີ້, ຢູ່ທີ່ສະຫນາມຖິ້ມຂີ້ເຫຍື້ອບ້ານຄັນທະລາດ ເມືອງສາລະວັນ, ເຂົ້າຮ່ວມໃນພິທີມີທ່ານ ແຫວນເພັດ ລັດດາວົງ ຫົວຫນ້າພະແນກວິທະຍາສາດເຕັກໂນໂລຊີແຂວງ, ມີຄະນະກໍາມະການຂັ້ນແຂວງ, ຂັ້ນເມືອງ ແລະ ພະແນກການອ້ອມຂ້າງທີ່ກ່ຽວຂ້ອງເຂົ້າຮ່ວມ.

ທີ່ມາ: ໜັງສືພິມຄວາມສະຫງົບ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...