Monday, June 23, 2025
Kbank Laos โอน รับ จ่าย

ພິທີຖະແຫຼງຂ່າວ ງານວາງສະແດງ ຜະລິດຕະພັນລາວ ປີ 2019


ທ່ານ ນາງ ຈັນທະຈອນ ວົງໄຊ

 ພິທີຖະແຫຼງຂ່າວ ງານວາງສະແດງ ຜະລິດຕະພັນລາວ ປີ 2019 ທີ່ ສຄອຊ

ໂດຍການເປັນປະທານໂດຍ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອ ແຫ່ງຊາດລາວ, ທ່ານ ​ໄຊ​ສົມ​ເພັດ ນໍລະສິງ ຫົວໜ້າກົມສົ່ງເສີມ ການ​ຄ້າ,​ ກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານ  ສີບຸນທຳ ສີບຸນມີ   ຜູ້ອຳນວຍກການໃຫ່ຍ ບໍລິສັດ ລາວເວີນ ມະຫາຊົນ ແລະ ມີທ່ານ ຜູ້ຕ່າງໜ້າ ຈາກບໍໍລິສັດທີ່ໃຫ້ການສະໜັບສະໜູນ ແລະ ບັນດາສື່ມວນຊົນເຂົ້າຮ່ວມ.

ເພື່ອປະຕິບັດຕາມນະໂຍບາຍ ພັດທະນາເສດຖະກິດສັງຄົມ ຂອງ ພັກ – ລັດຖະບານ ຕໍ່ ກັບການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າພາຍໃນປະເທດ ແລະ ເພື່ອຊຸກຍູ້ສົ່ງເສີມ ສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ, ສະມາຄົມ, ກຸ່ມທຸລະກິດ ແລະ ສູນການຄ້າ ລາວ – ໄອເຕັກ ຈະໄດ້ຈັດ ງານວາງສະແດງ ຜະລິດຕະພັນລາວ 2019, Made in Laos 2019, ​ເຊິ່ງຈະ​ໄດ້​ຈັດ​ຂື້ນໃນລະຫວ່າງວັນທີ 10-19 ເດືອນ ພຶດສະພາ 2019 ທີ່ ສູນວາງສະແດງສິນຄ້າ ລາວ – ໄອເຕັກ ຕືກ​ເກົ່າ.

ງານວາງສະແດງ Made in Laos 2019 ແມ່ນໄດ້ຈັດຂື້ນ ຄັ້ງທຳອິດ ໃນປີ 2011, ແລະໃນຄັ້ງນີ້ ແມ່ນເປັນຄັ້ງທີ 6, ງານ​ໃນ​ຄັ້ງ​ນີ້​ໄດ້ລະດົມຂົນຂວາຍຜູ້ປະກອບ​ການ, ຜູ້ຜະລິດສິນຄ້າໃນທຸກຂະ​ແໜງ​ໃນທົ່ວປະເທດ ລວມ​ເຖິງ​ທຸລະ​ກິດ​ທີ່ຢູ່​ໃນ​ເຂດ​​ເສດຖະກິດ​ພິ​ເສດ​ ເພື່ອນຳເອົາຜະລິດຕະພັນເປັນ​ເອກະລັກ​ຂອງ ​ແຕ່ລະ​ແຂວງມາວາງສະແດງ, ໂຄສະນາ ແລະ ຈຳໜ່າຍ ຫຼາຍ​ກ່ວາ 250 ຫ້ອງ​ວາງສ​ະ​ແດງ ເພື່ອແນ່ໃສ່ຍົກລະດັບການຜະລິດ – ການຈໍາໜ່າຍ ພາຍໃນ​ໃຫ້​ນັບ​ມື້​ນັບ​ຂະຫຍາຍຕົວ​, ມີ​ຄຸນ​ນະພາ​ບ, ໄດ້​ມາດຕະຖານ​ ​ແລະ ກ້າວຂື້ນສູ່ລະດັບສາກົນ ແລະ ເປັນການສ້າງຄວາມພາກພູມໃຈຕໍ່ສິນຄ້າ-ຜະລິດຕະພັນທີ່​ຜະລິດ​ໃນລາວ ​ແລະ ແມ່ນ​ກິດຈະກຳ​ໜື່ງ​ຂອງ​ພາກ​ທຸລະ​ກິດ ເພື່ອ​ສະໜັບສະໜູນ ​ການ​ດືງດູດ​ນັກ​ທ່ອງ​ທ່ຽວ ​ແລະ ນັກ​ລົງທຶນ ​ເຂົ້າ​ມາລາ​ວ​ໃຫ້​ນັບ​ມື້​ນັບຫຼາຍ​ຂື້ນ.

  • ກິດຈະກຳຫຼັກພາຍໃນງານປະກອບມີ:
  1. ງານວາງສະແດງ ແລະ ຂາຍສິນຄ້າ
  2. ສຳມະນາ ແລະ ພົບປະທຸລະກິດ
  3. ງານວາງສະແດງ ແລະ ຂາຍສິນຄ້າ

ງານວາງສະແດງໃນຄັ້ງນີ້ ຈະວາງສະແດງຫຼາກຫຼາຍຜະລິດຕະພັນທີ່ຜະລິດ ແລະ ປະກອບ ຢູ່ສປປ ລາວ ໂດຍຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມວາງສະແດງ ເຊັ່ນ: ຂະແໜງຫັດຖະກຳ, ອຸດສາຫະກຳ, ອັນຍະມະນີ, ເຟີນີເຈີ້, ຕັດຫຍິບ, ການຢາ, ທ່ອງທ່ຽວ ແລະ ການບໍລິການ ແລະລວມເຖິງຜະລິດຕະພັນ ໜື່ງເມືອງໜື່ງຜະລິດຕະພັນ ແລະ ອື່ນໆ ຫຼາຍກວ່າ 250 ຫ້ອງວາງສະແດງ. ເຊິ່ງ ສຄອ ແຂວງ, ບັນດາກຸ່ມ, ສະມາຄົມທຸລະກິດ ກໍ່ຈະລະດົມສະມາຊິກຂອງຕົນນຳເອົາຜະລິດຕະພັນທີ່ໂດດເດັ່ນ ແລະ ເປັນເອກະລັກເຂົ້າຮ່ວມງານວາງສະແດງ ໃນຄັ້ງນີ້ອີກດ້ວຍ.

ສະມາຊິກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ສຄອແຂວງ ແລະ ສະມາຊິກຂອງ ສຄອ ແຂວງ, ສະມາຄົມ, ກຸ່ມ ແລະ ສະມາຊິກຂອງສະມາຄົມ, ກຸ່ມທຸລະກິດ ຕ່າງໆເຊີ່ງກວມເອົາບັນດາຂະແໜງ ການຄື:

  1. ຂະແໜງ ອຸດສາຫະກຳປຸງແຕ່ງ
  2. ຂະແໜງ ເງິນ, ຄຳ ວັດຖຸມີຄ່າ
  3. ຂະແໜງ ເຟີນິເຈີ້, ໄມ້ແກະສະຫຼັກ
  4. ຂະແໜງ ຈັກສານ, ຫວາຍ ແລະ ໄມ້ປ່ອງ
  5. ຂະແໜງ ປຸງແຕ່ງກະສິກຳ
  6. ຂະແໜງ ການຢາ
  7. ຂະແໜງ ​ໂຮງ​ແຮມ​, ຮ້ານອາຫານ ແລະ ເຄື່ອງດື່ມ
  8. ຂະແໜງ ຕັດຫຍິບ
  9. ​ຂະ​ແໜງ ທ່ອງ​ທຽ່ວ ​ແລະ​ບໍລິການ
  10. ຂະ​ແໜງ ກະສິກຳ
  11. ຂະ​​ແໜງ ທຸລະ​ກິດ​ການ​ສຶກສາ
  12. ຂະ​ແໜງ ສື່ສານ​ມວນ​ຊົນ
  13. ຂະ​ແໜງ ສິນຄ້າ​ໃຊ້​ສອຍ
  14. ຂະ​ແໜງ ອຸດສາຫະກຳ​ຍານ​ພາຫະນະ
  15. ຂະ​ແໜງ logistic
  16. ຂະ​ແໜງ ທະນາຄານ
  17. ຂະແໜງ ວັດສະດຸກໍ່ສ້າງ ( ເຫຼັກ,​ ສີມັງ, ​ສັງກະສີ, ສີແພກ, ທໍ່ນ້ຳ ແລະ ອື່ນໆ …. )
  18. ບໍລິສັດ ແລະ ຫ້າງຮ້ານໃນທົ່ວປະເທດ
  19. ງານວາງສະແດງ ແລະ ພົບປະທຸລະກິດ.

ກອງປະຊຸມສໍາມະນາ ແລະ ພົບປະນັກທຸລະກິດ ແມ່ນການຈັດກິດຈະກຳເພື່ອໃຫ້ຄວາມຮູ້ແກ່ຜູ້ ຜະລິດ ແລະ ຜູ້ຂາຍ ລວມໄປເຖີງ ທ່ານໃດທີ່ຕ້ອງການປະກອບທຸລະກິດຂອງຕົນເອງ, ກໍສາມາດເຂົ້າຮ່ວມກອງປະຊຸມສຳມະນາຄັ້ງນີ້ໄດ້, ໂດຍກອງປະຊຸມສໍາມະນາຈະດໍາເນີນໄປ ແຕ່ວັນທີ 13-18 ເປັນເວລາ 6 ວັນ . ເຊີ່ງມີຫົວທີ່ໜ້າສົນໃຈດັ່ງນີ:

  • ສຳມະນາກ່ຽວກັບການແປຮູບ ສິນຄ້າກະສິກຳ
  • Mini Training ( ILO-SSC)
  • ສຳມະນາ ການກຽມຄວາມພ້ອມເຂົ້າຮ່ວມງານວາງສະແດງຢູ່ຕ່າງປະເທດ
  • ການນຳສະເໜີຂອງບໍລິສັດທີ່ປະສົມຜົນສຳເລັດໃນການເຮັດທຸລະກິດໃນ ສປປ ລາວ
  • ນໍາສະເໜີກ່ຽວກັບຜະລິດຕະພັນ ແລະ ການບໍລິການ ທີ່ທັນສະໄໝຂອງ ທະນາຄານພັດທະນາລາວ
  • ເງື່ອນໄຂໃນການເຂົ້າຫາແຫລ່ງທຶນຂອງ ທະນາຄານພັດທະນາລາວ

ກອງ​ປະຊຸມ​ສຳ​ມະ​ນາ​ດັ່ງກ່າວ​ແມ່ນ​ໄດ້​ເຊື້ອ​ເຊີນ​ຜູ້​ບັນຍາຍ​ທີ່​ມີ​ປະສົບ​ການ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ​ຄາດ​ຄະ​ເນ​ຜູ້​ຈະ​ເຂົ້າ​ຮ່ວມ​ສຳ​ມະ​ນາ​ທັງ​ໝົດ​ຫຼາຍ​ກ່ວາ 500 ຄົນ ​ເຊິ່ງລວມມີ​ຜູ້​ປະກອບ​ການ ​ແລະ ນັກ​ສຶກສາ. ກອງ​ປະຊຸມ​ສຳ​ມະ​ນາ​ດັ່ງກ່າວ ນອກຈາກ​ຈະ​ເປັນ​ການ​ສະໜອງ​ຄວາມ​ຮູ້​ໃຫ້​ແກ່​ຜູ້​ປະ​ກອບການ ​ແລະ ນັກ​ສຶກສາ​ແລ້ວ ຍັງ​ເປັນ​ເວທີ​ໜື່ງ​ໃນ​ການ​ພົບ​ປະ​ແລກປ່ຽນ​ບົດຮຽນ ​ລະຫວ່າງ​ຜູ້​ປະກອບ​ກັນ​ດ້ວຍ​ກັນ​ອີກ​ດ້ວຍ.

ໃນນາມ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຂໍເຊີນຊວນບັນດາທ່ານ,​ ຜູ້ປະກອບການ ເຂົ້າຮ່ວມວາງສະແດງ ແລະ ທ່ຽວຊົມໃນງານໃນຄັ້ງນີ້, ເຊິ່ງສາມາດສອບຖາມຂໍ້ມູນ ແລະ ລົງທະບຽນ     ໄດ້ ທີ່ ຫ້ອງການ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ສະພາການຄ້າ ແຂວງ, ສະມາຄົມ, ກຸ່ມທະລະກິດ ທີ່ ຂື້ນກັບ ສຄອ ແຫ່ງຊາດລາວ.

  • ປະຈຸບັນ ມີບໍລິສັດສະມັກເຂົ້າຮ່ວມງານ 180 ຫ້ອງເຊີ່ງແບ່ງອອກເປັນປະເພດສິນຄ້າດັ່ງນີ:
  1. ສຄອ ແຂວງ 18 ຫ້ອງວາງສະແດງ ( ເຊີ່ງຈະເນັ້ນ ສິນຄ້າທີ່ເປັນເອກະລັກຂອງແຂວງ)
  2. ປະເພດ ຜະລິດຕະພັນ ໂອດັອບ                            35 ຫ້ອງາງສະແດງ
  3. ປະເພດ ຜະລິດຕະພັນ ຫັດຖະກຳຝ້າໃໝ່-ຜ້າຝ້າຍ  30 ຫ້ອງວາງສະແດງ
  4. ປະເພດ ຜະລິດຕະພັນ ຫັດຖະກຳເຄື່ອງເງີນ     10 ຫ້ອງາງສະແດງ
  5. ປະເພດ ຜະລິດຕະພັນ ອາຫານ            29 ຫ້ອງວາງສະແດງ
  6. ແລະ ປະເພດ ຜະລິດຕະພັນ ອື່ນໆ 58 ຫ້ອງ

ທີ່ມາ: ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.