ກະຊວງ ໂຍທາ ມີໜີ້ສິນ 8.300 ຕື້ກີບ ຈາກໂຄງການກໍ່ສ້າງໂຄງລ່າງພື້ນຖານໃນທ່ົວປະເທດ

ກະຊວງ ຍທຂ ເປີດເຜີຍວ່າ: ຕາມການສັງລວມໜີ້ສິນຂອງ ກະຊວງ ຍທຂ ມາຮອດເດືອນກັນຍາ 2018 ຈໍານວນໜີ້ສິນທັງໝົດທີ່ຈະຕ້ອງໄດ້ສືບຕໍໍ່ແກ້ໄຂແມ່ນ 8.300 ກວ່າຕື້ກີບ.

ເຊິ່ງໝີ້ສິນແມ່ນມາຈາກສາເຫດຈາກການລະເມີດວິໄນແຜນການ ແລະ ການເງິນຄື: ການສ້າງແລະຄຸ້ມຄອງແຜນການລົງທຶນຂອງລັດໂດຍສະເພາະການຈັດໂຄງການເຂົ້າແຜນຍັງບໍ່ທັນມີການຢືນຢັນຈຸດທີ່ຊັດເຈນກວ່າເພື່ອບັນລຸຄາດໝາຍມະຫາພາກ ຂອງຂະແໜງການ, ການຄຸ້ມຄອງແຜນງົບປະມານບໍລິຫານ, ຫຼາຍພາກສ່ວນມີການນໍາໃຊ້ເງິນບໍລິຫານເກີນງົບປະມານທີ່ຕົນເອງໄດ້ຮັບຈິ່ງພາໃຫ້ເກີດໜີ້ສິນຄຸມເຄືອ,ສາເຫດແມ່ນເກີດຈາກຂຶ້ນແຜນນໍາໃຊ້ງົບປະມານບໍລິຫານທີ່ບໍ່ລະອຽດແລະບໍ່ມີປະສິດທີ ຜົນ.

ນອກນີ້ ຫຼາຍພາກສ່ວນບໍໍ່ມີແຜນຈັດຊື້ຈັດ-ຈັດຈ້າງແຕ່ຫົວທີ, ການລະເລີຍຕໍ່ບັນຫາການຢືມເງິນລ່ວງໜ້າຂອງບັນດາກົມກອງທີ່ບໍ່ປະກອບເອກະສານໃຊ້ແທນຄືນ, ການປະຕິບັດພາລະບົດບາດລະຫວ່າງພາກສ່ວນຮັບຜິດຊອບຂະແໜງການເງິນ ແລະ ຂະແໜງແຜນການ ຂອງກະຊວງ ຍທຂ ປົນເປກັນ.

ຕະຫຼອດຮອດການຕິດຕາມກວດກາ,ບໍ່ມີກົນໄກປະສານງານຢ່າງ ເປັນລະບົບເປັນລະບົບ ແລະໜີ້ສິນຂອງຂະແໜງການແມ່ນນັບມື້ນັບໜັກໜ່ວງຫຼາຍເນື່ອງຈາກໜີ້ ຈາກການພັດທະນາໂຄງລ່າງພື້ນຖານທີ່ຄ້າງຈ່າຍໃຫ້ບໍລິສັດຮັບເໝົາໂຄງການກໍ່ສ້າງກະທົບຕໍ່ການຊໍາລະສະສາງເງິນກູ້ຈາກທະນາຄານ ແລະ ເປັນຕ່ອງໂສ້ກະທົບຕໍ່ພາກທຸລະກິດພາຍໃນ ແລະ ສັງຄົມໂດຍລວມ.

ທີ່ມາ: ມີເດຍລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...