ກົມພິມຈໍາໜ່າຍ ກະຊວງ ຖວທ ຮ່ວມກັບ ກົມພິມຈໍາໜ່າຍ ການພິມ ແລະ ການຈໍາໜ່າຍ ກະຊວງຖະແຫຼງຂ່າວ ແລະ ການສື່ສານ ສສ ຫວຽດນາມ ຈັດຊຸດເຝິກອົບຮົມໃຫ້ແກ່ພະນັກງານລາວ

ໃນວັນທີ 7-9 ພຶດສະພາ 2019 ທີ່ສູນເຝິກອົບຮົມສູນກາງແນວລາວສ້າງຊາດ ກົມພິມຈໍາໜ່າຍ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຮ່ວມກັບ ກົມພິມຈໍາໜ່າຍ ການພິມ ແລະ ການຈໍາໜ່າຍ ກະຊວງຖະແຫຼງຂ່າວ ແລະ ການສື່ສານ ສສ ຫວຽດນາມ ຈັດຊຸດເຝິກອົບຮົມວິຊາການພິມຈໍາໜ່າຍ ແລະ ການພິມໃຫ້ແກ່ພະນັກງານລາວ

ຊຸດເຝິກອົບຮົມຄັ້ງນີ້ ເພື່ອເປັນການຄຸ້ມຄອງຄຸນນະພາບຜະ ລິດຕະພັນການພິມ ບົດຮຽນຄວາມຄວາມແຕກຕ່າງ ການຜະລິດຢູ່ໃນວິສະຫະກິດການພິມ ການຄຸ້ມຄອງ ແລະ ການຈັດຕັ້ງ ຜະລິດວິສະຫະກິດການພິມ ເພື່ອຜົນສໍາເລັດໃຫ້ການພິມຈໍາໜ່າຍປຶ້ມໜຶ່ງຫົວໃນຍຸກດີຈິຕ໋ອນ ທິດທາງການຂະຫຍາຍຕົວວຽກງານພິມຈໍາໜ່າຍ ການກວດແກ້ ແລະ ຍົກລະດັບວຽກງານບັນນາທິການ ໂດຍແມ່ນວິທະຍາກອນ ຜູ້ຊ່ຽວຊານດ້ານພິມຈໍາໜ່າຍ ການພິມ ແລະ ການຈໍາໜ່າຍ ກະຊວງຖະແຫຼງຂ່າວ ແລະ ການສື່ສານ ແຫ່ງ ສສ ຫວຽດນາມ ທັງນີ້ກໍ່ແມ່ນສ້າງໄດ້ຄວາມສາມັກຄີແບບພິເສດ ລະຫວ່າງສອງຊາດ ໂດຍສະເພາະແມ່ນທັງສອງກະຊວງຖະແຫຼງຂ່າວ ຂອງ ສປປ ລາວ-ສສ ຫວຽດນາມ ສ້າງໄດ້ນັກວິຊາ ການດ້ານການພິມຈໍາໜ່າຍໃຫ້ແກ່ ສປປ ລາວ ເຮັດໃຫ້ວຽກງານພິມຈໍາໜ່າຍຂອງລາວມີການເຕີບໃຫຍ່ຂະຫຍາຍຕົວໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ.

ໂດຍການເປັນປະທານຂອງທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ມີທ່ານ ນາງ ບົວໄຂ ເພັງພະຈັນ ຫົວໜ້າກົມກົມພິມຈໍາໜ່າຍ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ທ່ານ ນາງ ມາຍທິເຮືອງ ຫົວໜ້າພະແນກຄຸ້ມຄອງການພິມຈໍາໜ່າຍ ການພິມ ແລະ ການຈໍາໜ່າຍ ກະຊວງຖະແຫຼງຂ່າວ ແລະ ການສື່ສານ ສສ ຫວຽດນາມ ພ້ອມດ້ວຍບັນດານັກວິທະຍາກອນຈາກ ສສ ຫວຽດນາມ ແລະ ນັກສໍາມະນາກອນຈາກໂຮງພິມ ຮ້ອນອອກແບບ ບໍລິສັດຈໍາໜ່າຍ ຮ້ານຈໍາໜ່າຍ ພະແນກການ ຫ້ອງການເມືອງອ້ອມຂ້າງນະຄອນຫຼວງເຂົ້າຮ່ວມ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...