ຍຸກດິຈິຕອນ 5G ໄດ້ເລີ່ມຂຶ້ນແລ້ວຢູ່ໃນ ສປປລາວ


ບໍລິສັດຫົວເຫວີຍ ນໍາສະເໜີໂຊລູຊັນດິຈິຕອນທີ່ມີເຕັກໂນໂລຊີສູງ ສໍາລັບຜູ້ປະກອບການລັດຖະບານ ແລະ ອົງກອນ (HUAWEI MOBILE LAO CONGRESS 2019) ຂຶ້ນວັນທີ 6-8 ພຶດສະພາ 2019 ຢູ່ນະຄອນຫຼວງວຽງຈັນ ໂດຍນໍາສະເໜີ 4 ຫົວຂໍ້ຫຼັກຄື: 5G ໄດ້ເລີ່ມຂຶ້ນແລ້ວ (5G is ON) ນະວັດຕະກໍາສ້າງສັນການເຕີບໂຕໃໝ່ (Innovation Inspiring New Growth) AI ຊ່ວຍໃຫ້ການດໍາເນີນທຸລະກິດເກີດຄວາມອັດສະລິຍະ (AI Enabling Intelligent Operations) ແລະ ໂຊລູຊັນອຸດສາຫະກໍາທີ່ຊານສະຫຼາດ(Smart Industry Solution).

ຈຸດປະສົງຫຼັກຂອງ Mobile Congress ຄືການຖ່າຍໂອນໂຊລູຊັນຫຼ້າສຸດ ແລະ ຂໍ້ມູນອຸດສາຫະກໍາ ເພື່ອຊ່ວຍໃນການສ້າງການເຊື່ອມຕໍ່ທີ່ຊານສະຫຼາດຢ່າງເຕັມທີ່ ໂດຍສະເພາະຫົວເຫວີຍສະ ແດງໃຫ້ເຫັນເຖິງໂຊລູຊັນຂອງຜູ້ນໍາ 5G ທຸລະກິດສູ່ລູກຄ້າ ທຸລະກິດສູ່ທຸລະກິດ ທຸລະກິດສູ່ບອດແບນຂອງບ້ານ ສິ່ງຂອງອິນເຕີເນັດ ຄລາວ ປັນຍາປະດິດ ສະມາດຊິດຕີ້/ລັດຖະບານ ເມືອງທີ່ປອດໄພ ການສຶກສາທີ່ກຳນົດເອງ ສະມາດກຣິດ ແລະ ຜະລິດ ຕະພັນ IT/IP ຫົວເຫວີຍຈະສາມາດມີສ່ວນຮ່ວມກັບຜູ້ນໍາອຸດສາຫະກໍາ ແບ່ງປັນປະສົບການ ແລະ ຄວາມສໍາເລັດ ແລະ ຈັດສະແດງຜະລິດຕະພັນຊັ້ນນໍາ ລວມທັງໂຊລູຊັນສະເພາະສະຖານະການ ຫົວເຫວີຍຈະຊ່ວຍໃຫ້ລັດຖະບານລາວ ຜູ້ປະກອບການ ແລະ ອົງກອນ ເພື່ອໃຫ້ການສະໜັບສະໜູນສ້າງການເຊື່ອມຕໍ່ ແລະ ຊີວິດອັດສະລິຍະ.

ຈາກງານ Mobile World Congress 2019 ທີ່ໄດ້ຈັດຂຶ້ນຢູ່ເມືອງບາເຊໂລນາ ປະເທດແອັດສະປາຍ ຫົວເຫວີຍໄດ້ຄາດວ່າເຕັກໂນໂລຊີ 5G ຈະສ້າງໂອກາດໃຫ້ອຸດສາຫະກໍາໃນອາຊີຕາເວັນ ອອກສ່ຽງໃຕ້ ສູງເຖິງ 1,2 ລ້ານໂດລາສະຫາລັດ ຫຼື ປະມານ 10,41 ຕື້ກີບ ໃນ 5 ປີຂ້າງໜ້າ ອາຊີຕາເວັນ ອອກສ່ຽງໃຕ້ຈະໂດດເດັ່ນດ້ວຍອັດຕາການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນ (GDP) ທີ່ຂະຫຍາຍຕົວໄວທີ່ສຸດ ແລະ ເສດຖະກິດດິຈິຕອນ ຈະເປັນຕົວຊຸກຍູ້ຫຼັກທີ່ຢູ່ເບື້ອງຫຼັງການເຕີບໂຕດັ່ງກ່າວ.

ທີ່ມາ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...