ທະນາຄານພາກເໜືອ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ຫໍພິພິຕະພັນແຂວງອຸດົມໄຊ

ທະນາຄານແຫ່ງ ສປປລາວ ພາກເໜືອທີ່ແຂວງອຸດົມໄຊ ໄດ້ນຳເອົາເຄື່ອງຊ່ວຍເຫຼືອມາມອບໃຫ້ແກ່ຫໍພິພິຕະພັນ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງອຸດົມ ໃນຕອນບ່າຍວັນທີ 7 ພຶດສະພານີ້ . 

ເຄື່ອງທີ່ນຳມາມອບຄັ້ງນີ້ລວມມີ: ຄອມພິວເຕີຕັ້ງໂຕະຈຳນວນ 1 ຊຸດ, ປຣິນເຕີ 1 ເຄື່ອງ ແລະ ຕູ້ໃສ່ເຄື່ອງວາງສະແດງຈຳນວນ 1 ໜ່ວຍ ລວມມູນຄ່າທັງໝົດ 7. 350,000 ກີບ. ໃຫ້ກຽດກ່າວມອບເຄື່ອງດັ່ງກ່າວ ໂດຍແມ່ນທ່ານ ບຸນໄທ ສຸພັດທອນ ຫົວໜ້າທະນາຄານແຫ່ງ ສປປລາວພາກເໜືອທີ່ແຂວງອຸດົມໄຊ ແລະ ກ່າວຮັບໂດຍແມ່ນ ທ່ານ ພອນສະຫວັນ ພັນທະວິຈິດ ຄະນະປະຈຳພັກແຂວງ ຫົວໜ້າພະແນກ ຖວທ ແຂວງອຸດົມໄຊ ໂດຍຊ້ອງໜ້າພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພອນສະຫວັນ ພັນທະວິຈິດ ຫົວໜ້າພະແນກ ຖວທ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງທະນາຄານແຫ່ງ ສປປລາວ ພາກເໜືອທີ່ແຂວງອຸດົມໄຊ ພ້ອມທັງໄດ້ມອບໃບຊົມເຊີຍໃຫ້ແກ່ທະນາຄານດັ່ງກ່າວເພື່ອເປັນການຈາລຶກບຸນຄຸນຕໍ່ການຊ່ວຍເຫຼືອໃນຄັ້ງນີ້. ສຳລັບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ທາງຫໍ ພິພິຕະພັນແມ່ນຈະນຳໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້ເກີດຜົນປະໂຫຍດສູງສຸດ ແລະ ຈະປົກປັກຮັກສາເພື່ອໃຫ້ໄດ້ຊົມໃຊ້ຍາວນານ.

ທີ່ມາ: ຂ່າວປະຈຳວັນ Daily News Oudomxay 

  • Tags
  • x
InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...