Monday, May 19, 2025
Kbank Laos โอน รับ จ่าย

ເບຍລາວ ເຫັນດີປະຕິບັດຕາມແຈ້ງການໃຫ້ຢຸດຕິການໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ

ທ່ານ ສູນທອນ ພົມມະຈັກ ປະທານ ບໍລິສັດ ເບຍລາວ ຈຳກັດ ສະແດງຄວາມຊົມເຊີຍ ແລະ ເຫັນດີປະຕິບັດຕາມແຈ້ງການຂອງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ວ່າດ້ວຍ ໃຫ້ຢຸດຕິການໂຄສະນາເຄື່ອງດື່ມທີ່ມີທາດເຫົ້າທຸກປະເພດ, ເປັນຕົ້ນແມ່ນ ຜະລິດ ຕິດຕັ້ງປ້າຍໂຄສະນາຢູ່ຕາມາສາຍທາງ ແລະ ສະຖານທີ່ຕ່າງໆ, ການໂຄສະນາທາງສື່ມວນຊົນທຸກປະເພດ ແລະ ກິດຈະກຳສົ່ງເສີມການຂາຍ (ສາວເຊຍເບຍ) ແລະ ອື່ນໆ

ທີ່ເປັນການຊັກຊວນໃຫ້ມີການດື່ມ ໂດຍໄດ້ຢືນຢັນວ່າຈະດັດແກ້ ແລະ ປັບປຸງການໂຄສະນາຕ່າງໆກ່ຽວກັບຜະລິດຕະພັນຂອງບໍລິສັດ ເບຍລາວ ເພື່ອໃຫ້ສອດຄ່ອງກັບແຈ້ງການ ແລະ ກົດໝາຍ, ໂດຍຈະໄດ້ກຳນົດເວລາ, ຂະໜາດ ແລະ ອື່ນໆຄືນໃໝ່ ເພື່ອຫລີກລ້ຽງການໂຄສະນາ ຫລື ຊັກຊວນໃຫ້ມີການດື່ມຫລາຍເກີນໄປ.

ພ້ອມດຽວກັນນັ້ນ ກໍເຫັນດີ ແລະ ນ້ອມຮັບກ່ຽວກັບປະເດັນ (ສາວເຊຍເບຍ), ຊຶ່ງຫາກເຫັນວ່າຍັງເປັນຜົນປະໂຫຍດຢູ່, ເປັນການສ້າງວຽກເຮັດງານທໍາ (ຫລາຍຄົນຮຽນຈົບຍ້ອນ, ບາງຄົນກໍສາມາດເປັນເສົາຫລັກຂອງຄອບຄົວ) ແລະ ເປັນການດຶງດູດນັກທ່ອງທ່ຽວ ໃຫ້ມາທ່ຽວບ້ານເຮົາຫລາຍຂຶ້ນ ກໍຈະປັບປຸງຮູບແບບ ໂດຍບໍ່ໃຫ້ໂລດຜົນເກີນໄປ ແລະ ໃຫ້ສອດຄ່ອງກັບວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດເຮົາ, ແຕ່ຖ້າຫາກວ່າ ແນວໃດກໍໃຫ້ຢຸດ ກໍໄດ້ນ້ອມຮັບ ແລະ ປະຕິບັດຕາມ.

ປັດຈຸບັນ ມີສາວເຊຍເບຍທົ່ວປະເທດ 1.000 ກວ່າຄົນ.

ທີ່ມາ: ໜັງສືພິມປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້