ຂໍຂອບໃຈນຳຜູ້ສະໜັບສະໜູນ

ກອງ​ປະ­ຊຸມ​ຜູ້​ບໍ­ລິ­ຫານ​ການ​ສຶກ​ສາ​ຊັ້ນ​ສູງ​ທົ່ວ​ປະ­ເທດ ປະ­ຈຳ​ປີ 2018 ຈັດ​ຂຶ້ນ​ທ້າຍ​ເດືອນ​ເມ­ສາ 2019 ຜ່ານ​ມາ ຢູ່​ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ (ມຊ) ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ກອງ​ສີ ແສງ​ມະ­ນີ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ (ສສກ) ມີ​ທ່ານ ສາຍ​ຂອງ ສາຍ​ນາ​ສິນ ຫົວ­ໜ້າ​ກົມ​ການ​ສຶກ​ສາ​ຊັ້ນ​ສູງ ບັນ­ດາ​ຄະ­ນະ​ອະ­ທິ­ການ​ບໍ­ດີ​ມະ­ຫາ­ວິ­ທະ­ຍາ­ໄລ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ສາຍ​ຂອງ ສາຍ​ນາ​ສິນ ກ່າວ​ວ່າ: ຜ່ານ​ການ­ຈັດ­ຕັ້ງ​ມະ­ຕິ​ກອງ​ປະ­ຊຸມ​ຜູ້​ບໍ­ລິ­ຫານ​ການ​ສຶກ​ສາ​ຊັ້ນ​ສູງ​ທົ່ວ​ປະ­ເທດ ປະ­ຈຳ​ປີ 2017 ແລະ ແຜນ­ການ­ເຄື່ອນ­ໄຫວ​ຂອງ​ຂະ­ແໜງ­ການ​ສຶກ​ສາ​ຊັ້ນ​ສູງ ປະ­ຈຳ​ປີ 2018 ສາ­ມາດ​ຕີ​ລາ­ຄາ​ຜົນ­ສຳ­ເລັດ​ຫຼາຍ​ດ້ານ ໂດຍ​ສະ­ເພາະ ການ​ຂະ­ຫຍາຍ​ໂອ­ກາດ​ເຂົ້າ​ຮຽນ​ໃນ​ປີ 2018 ທົ່ວ​ປະ­ເທດ​ມີ​ສະ​ຖາ​ບັນ​ການ​ສຶກ​ສາ​ຊັ້ນ​ສູງ 80 ແຫ່ງ ໃນ​ນີ້ ພາກ​ລັດ 21 ແຫ່ງ ເອ­ກະ​ຊົນ 59 ແຫ່ງ ທີ່​ໄດ້​ດຳ­ເນີນ​ການ​ຮຽນ-ການ​ສອນ​ແຕ່​ລະ­ດັບ​ອະ­ນຸ​ປະ­ລິນ­ຍາ​ຕີ ປະ­ລິນ­ຍາ​ຕີ ລົງ​ເລິກ​ຂະ­ແໜງ­ການ​ຊ່ຽວ­ຊານ​ຊັ້ນ 1 ຊ່ຽວ­ຊານ​ຊັ້ນ 2 ປະ­ລິນ­ຍາ​ໂທ ແລະ ປະ­ລິນ­ຍາ​ເອກ ທຽບ­ໃສ່​ປີ 2017 ແມ່ນ​ບໍ່​ມີ​ການ​ປ່ຽນ­ແປງ ຈຳ­ນວນ​ນັກ​ສຶກ​ສາ​ໃນ​ສະ​ຖາ​ບັນ​ການ​ສຶກ​ສາ​ຊັ້ນ​ສູງ ມີ 65.472 ຄົນ ໃນ​ນີ້ ພາກ​ລັດ 41.892 ຄົນ ເທົ່າ​ກັບ 25,39% ເອ­ກະ​ຊົນ 23.580 ຄົນ ເທົ່າ​ກັບ 53,75% ສະ­ເພາະ​ມະ­ຫາ­ວິ­ທະ­ຍາ­ໄລ 4 ແຫ່ງ​ທີ່​ຂຶ້ນ​ກັບ​ກະ­ຊວງ ສສກ ມີ 34.736 ຄົນ ຍິງ 15.998 ຄົນ ເທົ່າ​ກັບ 46,05%.

ການ​ປະ­ຕິ­ບັດ​ນະ­ໂຍ­ບາຍ​ຕໍ່​ນັກ​ສຶກ​ສາ​ເພດ​ຍິງ​ຢູ່ 4 ມະ­ຫາ­ວິ­ທະ­ຍາ­ໄລ ສາ­ມາດ​ປະ­ຕິ­ບັດ​ໄດ້​ຕາມ​ຄາດ­ໝາຍ​ທີ່​ວາງ​ອອກ​ໃນ​ອັດ­ຕາ 45% ຕໍ່​ນັກ​ສຶກ​ສາ​ທັງ​ໝົດ ສ່ວນ​ສະ­ຖິ­ຕິ​ຂອງ​ອາ­ຈານ ພະ­ນັກ­ງານ​ຢູ່ ມຊ ມີ 1.755 ຄົນ ຍິງ 785 ຄົນ ມະ­ຫາ­ວິ­ທະ­ຍາ­ໄລ​ຈຳ­ປາ​ສັກ (ມຈ) 401 ຄົນ ຍິງ 152 ຄົນ ມະ­ຫາ­ວິ­ທະ­ຍາ­ໄລ​ສຸ​ພາ­ນຸ​ວົງ (ມສ) 413 ຄົນ ຍິງ 123 ຄົນ ມະ­ຫາ­ວິ­ທະ­ຍາ­ໄລ​ສະ­ຫວັນ​ນະ​ເຂດ (ມຂ) 313 ຄົນ ຍິງ 134 ຄົນ ໃນ​ປີ 2018 ມີ​ຜູ້​ສຳ­ເລັດ​ການ​ສຶກ​ສາ ແລະ ໄດ້​ຮັບ​ປະ​ກາ​ສະ​ນິ​ຍະ​ບັດ​ຈາກ​ສະ​ຖາ​ບັນ​ການ​ສຶກ​ສາ​ຊັ້ນ​ສູງ​ພາກ​ລັດ ແລະ ເອ­ກະ​ຊົນ ລະ­ດັບ​ອະ­ນຸ​ປະ­ລິນ­ຍາ-ປະ­ລິນ­ຍາ​ເອກ 13.112 ຄົນ ຍິງ 5.479 ຄົນ ແລະ ໃນ​ມະ­ຫາ­ວິ­ທະ­ຍາ­ໄລ 4 ແຫ່ງ 9.975 ຄົນ ຍິງ 3.828 ຄົນ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ສຳ­ລັບ​ແຜນ​ຈຸດ​ສຸມ ປະ­ຈຳ​ປີ 2019 ໂດຍ​ສະ­ເພາະການ​ຂະ­ຫຍາຍ​ໂອ­ກາດ​ການ​ເຂົ້າ​ຮຽນ ຈະ​ສືບ­ຕໍ່​ປະ­ຕິ­ບັດ​ນະ­ໂຍ­ບາຍ​ໃຫ້​ທຶນ​ການ​ສຶກ​ສາ​ແກ່​ນັກ­ຮຽນ​ເກ່ງ ແມ່­ຍິງ ແລະ ຜູ້​ດ້ອຍ​ໂອ­ກາດ​ຈາກ​ຄອບ­ຄົວ​ທຸກ​ຍາກ 20% ແມ່ນ​ໄດ້​ຮັບ​ເບ້ຍ­ລ້ຽງ​ຈາກ​ລັດ­ຖະ­ບານ ໃນ​ນີ້ 10% ແມ່ນ​ມອບ​ໃຫ້​ມະ­ຫາ­ວິ­ທະ­ຍາ­ໄລ​ຄົ້ນ­ຄວ້າ​ຄັດ​ເລືອກ ແລະ ອີກ 10% ມອບ​ໃຫ້​ພະ​ແນກ ສສກ ແຕ່​ລະ​ແຂວງ​ຄົ້ນ­ຄວ້າ​ຄັດ​ເລືອກ ແລະ 80% ແມ່ນ​ຈ່າຍ​ຄ່າ​ຮຽນ (ໂດຍ​ການ​ສອບ­ເສັງ​ລະ­ດັບ​ຊາດ) ຊຸກ­ຍູ້​ການ​ແລກ­ປ່ຽນ ແລະ ຮ່ວມ​ມື​ກັບ​ຕ່າງ­ປະ­ເທດ ລະ­ຫວ່າງ​ນັກ​ສຶກ​ສາ ຄູ-ອາ­ຈານ ເພື່ອ​ພັດ­ທະ­ນາ​ການ​ສຶກ​ສາ​ຊັ້ນ​ສູງ​ໃຫ້​ມີ​ຄຸນ​ນະ​ພາບ​ກ້າວ​ສູ່​ຂົງ­ເຂດ ແລະ ສາ­ກົນ ສືບ­ຕໍ່​ປະ​ເມີນ​ບັນ­ດາ​ວິ­ທະ­ຍາ­ໄລ ຕິດ­ຕາມ​ການ​ສອບ­ເສັງ​ເຂົ້າ​ຮຽນ​ມະ­ຫາ­ວິ­ທະ­ຍາ­ໄລ 4 ແຫ່ງ ແລະ ສະ​ຖາ​ບັນ​ການ​ສຶກ​ສາ​ຊັ້ນ​ສູງ​ແຫ່ງ​ຕ່າງໆ ປະ­ຈຳ​ສົກ​ສຶກ​ສາ 2019-2020 ແລະ ກະ­ກຽມ​ຈັດ​ກອງ​ປະ­ຊຸມ​ສະ­ຫຼຸບ​ຖອດ​ຖອນ​ບົດ­ຮຽນ ກ່ຽວ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ແລະ ແຜນ­ການ​ສອບ­ເສັງ ປະ­ຈຳ​ສົກ​ສຶກ​ສາ 2020-2021 ໃຫ້​ມີ​ຜົນ­ສຳ­ເລັດ.

ທີ່ມາ: ສຳນັກຂ່າວສານປະທດລາວ

Hits: 3

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້