ຫ້ອງເຕັກນິກທະຫານແຂວງອຸດົມໄຊ ມອບລົດອູ່ອ໋ອດ 469ໃຫ້ກອງຮ້ອຍຊາຍແດນ

ໃນວັນທີ່ 14 ພຶດສະພາ 2019 ນີ້ ຫ້ອງເຕັກນິກທະຫານແຂວງອຸດົມໄຊ ໄດ້ຈັດພິທີມອບລົດອູ່ອ໋ອດ 469 ໃຫ້ກອງຮ້ອຍ 141 ທະຫານຊາຍແດນລາວ-ຈີນທີ່ຂື້ນກັບກອງບັນຊາການທະຫານແຂວງອຸດົມໄຊ, ໂດຍການເປັນປະທານຂອງ ພັນໂທ ບຸນເຊີຍ ກອງນະລາດ ຄະນະພັກກອງບັນຊາການ ຫົວໜ້າຫ້ອງເຕັກນິກອງບັນຊາການທະຫານແຂວງອຸດົມໄຊ, ມີພັນຕີ ບຸນນ້ອຍ ຈັນສະໝອນ ຫົວໜ້າກອງຮ້ອຍ 141 ທະຫານຊາຍແດນລາວ-ຈີນ ເປັນກຽດເຂົ້າຮ່ວມພິທີໂດຍມີ ພັນໂທ ຄຳເຜີຍ ໂສມພັນ ຄະນະພັກກອງບັນຊາການ ຫົວໜ້າຫ້ອງເສນາທິການທະຫານແຂວງອຸດົມໄຊ, ມີຄະນະພັກ-ຄະນະບັນຊາຫ້ອງເຕັກນິກ, ກອງຮ້ອຍ 141 ທະຫານຊາຍແດນ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ພັນໂທ ຄຳພັນ ຈັນຍາລາດ ຫົວໜ້າພະແນກຄຸ້ມຄອງລົດ ຫ້ອງເຕັກນິກ ໄດ້ຂື້ນຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງອຸດົມໄຊ ວ່າດ້ວຍການປະກອບລົດນ້ອຍໃຫ້ກອງຮ້ອຍ141ທະຫານຊາຍແດນແຂວງອຸດົມໄຊ ຈຳນວນ 1ຄັນ ປະເພດລົດຈີບ ອູ່ອ໋ອດ 469 ທະບຽນ ກທ/ 141 0032 ສີຂຽວ ມູນຄ່າ 17. 565 ໂດລາ.

ເປັນກຽດຂື້ນກ່າວມອບໂດຍ ພັນໂທ ບຸນເຊີຍ ກອງນະລາດ ຄະນະພັກກອງບັນຊາການ ຫົວໜ້າຫ້ອງເຕັກນິກທະຫານແຂວງອຸດົມໄຊ, ຂື້ນກ່າວຮັບໂດຍ ພັນຕີ ບຸນນ້ອຍ ຈັນສະໝອນ ຫົວໜ້າກອງຮ້ອຍ 141.
ໃນຕອນທ້າຍ ພັນໂທ ບຸນເຊີຍ ກອງນະລາດ ໄດ້ໃຫ້ກຽດໂອ້ລົມ ພ້ອມທັງເໜັ້ນໜັກໃຫ້ຄະນະພັກ-ຄະນະບັນຊາກອງຮ້ອຍ 141 ແລະຜູ້ຮັບຜິດຊອບ ເອົາໃຈໃສ່ຄຸ້ມຄອງ, ປົກປັກຮັກສາ, ບົວລະບັດ, ຜັດເຊັດ, ນຳໃຊ້ເຂົ້າໃນໜ້າທີວຽກງານລວມໃຫ້ຖຶກຕາມເປົ້າໝາຍທີ່ໄດ້ກຳນົດໄວ້, ກຳ ແໜ້ນສະພາບເຕັກນິກຂອງລົດໃຫ້ໜັກແໜ້ນ, ມີສະຕິປະຕິບັດກົດລະບຽບຈາລະຈອນໃຫ້ຖຶກຕ້ອງ, ກວດກາພາຫະເຕັກນິກເປັນປະຈຳ, ພ້ອມກັນຈັດຕັ້ງປະຕິບັດນຳໃຊ້ໃຫ້ໄດ້ຍາວນານ.

ທີ່​ມາ: ກອງບັນຊາການທະຫານແຂວງອຸດົມໄຊ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...