ທ່ານຮອງນາຍົກ ເນັ້ນ​ໜັກໃຫ້ໂຮງງານປຸງ​ແຕ່ງ​ໄມ້ ຍົກສູງຄຸນນະພາບການຜະລິດໃຫ້​ໄດ້​ມາດ​ຖານ

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ຂະບວນການຜະລິດປຸງແຕ່ງໄມ້ສັກຢູ່ໂຮງງານຕົວແບບ ແລະ ເຄືອຂ່າຍການ ຜະລິດ-ປຸງແຕ່ງໄມ້ຂອງລັດຖະບານ ໃນທ້າຍອາທິດຜ່ານມານີ້.

ພາຍຫຼັງທີ່ໄດ້ມີການຈັດຕັ້ງປະຕິບັດເປັນຮູບປະທຳ ນັບແຕ່ປີ 2017 ຜ່ານມາ ຊຶ່ງໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງທ່ານ ທອງສະຫວັນ ສຸລິຍະມາດ ຜູ້ອຳນວຍການກຸ່ມບໍລິສັດ ອຸດສາຫະກຳເຟີນີເຈີລາວ ຈຳກັດ ພ້ອມດ້ວຍຄະນະ.

ໂອກາດນີ້, ຜູ້ອຳນວຍການກຸ່ມບໍລິສັດອຸດສາຫະກຳເຟີນີເຈີລາວ ຈຳກັດ ກໍໄດ້ລາຍງານໂດຍຫຍໍ້ ກ່ຽວກັບປະຫວັດຄວາມເປັນມາຂອງໂຮງງານ ແລະ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການ ນັບແຕ່ປີ 2017 ຊຶ່ງລັດຖະບານໄດ້ກຳນົດເອົາໂຮງງານຂອງກຸ່ມບໍລິສັດອຸດ ສາຫະກຳເຟີນີເຈີລາວ ຈຳກັດ ເປັນໂຮງງານຕົວແບບ ເຫັນວ່າ ມີທັງຂໍ້ສະດວກ ແລະ ສິ່ງທ້າທາຍຫຼາຍດ້ານ.

ແຕ່ຈຸດດີກໍຄືແຫຼ່ງວັດຖຸດິບພາຍໃນ ໂດຍສະເພາະແມ່ນໄມ້ສັກປູກຂອງລາວມີຄວາມຕ້ອງການສູງໃນຕະຫຼາດຕ່າງປະເທດ ຊຶ່ງໄລຍະຜ່ານມາກໍຄືປັດຈຸບັນ ໂຮງງານໄດ້ມີການຜະລິດ ແລະ ສົ່ງອອກເປັນຜະລິດຕະພັນໄມ້ສຳເລັດຮູບສົ່ງໄປປະເທດໄທ, ສປ ຈີນ ແລະ ຍີ່ປຸ່ນ ໂດຍນຳໃຊ້ວັດຖຸດິບແມ່ນໄມ້ປູກເປັນຕົ້ນຕໍເຊັ່ນ: ໄມ້ສັກ ແລະ ໄມ້ວິກທີ່ຮັບຊື້ມາຈາກບັນດາແຂວງພາກເໜືອ, ນະຄອນຫຼວງ ແລະ ແຂວງບໍລິຄຳໄຊ. ເຫັນວ່າມີຄວາມຕ້ອງການໄມ້ທ່ອນຊາວ ພັນແມັດກ້ອນຕໍ່ປີ.

ຄຽງຄູ່ກັນ ນັ້ນກໍຍັງມີສະມາຊິກໃນເຄືອຂ່າຍການຜະລິດ (Cluster) ຢູ່ 7 ແຂວງມີທັງໝົດ 35 ໂຮງງານໃນທົ່ວປະເທດ.

ທ່ານ ກ່າວຕື່ມວ່າ: ມາຮອດປັດຈຸບັນສາມາດຜະລິດ ແລະ ສົ່ງອອກຜະລິດຕະພັນໄມ້ສຳເລັດຮູບໄດ້ພຽງແຕ່ 2 ຕູ້ຄອນເທນເນີຕໍ່ເດືອນ ເທົ່ານັ້ນ ຊຶ່ງເປັນຈຳນວນໜ້ອຍເມື່ອທຽບກັບຄວາມຕ້ອງການຂອງລູກຄ້າຕ່າງປະເທດທີ່ມີສັນຍາກັບໂຮງງານ ຊຶ່ງຕ້ອງການເດືອນລະ 20-30 ຕູ້ຄອນເທນເນີ.

ໃນນີ້, ພວກເຮົາມີຄວາມພ້ອມທັງໝົດທຸກດ້ານທັງຕະຫຼາດຈຳໜ່າຍທີ່ມີຢູ່ແລ້ວ ທັງພາຍໃນ ແລະ ຕ່າງປະເທດ, ເຄື່ອງຈັກປຸງແຕ່ງໄມ້ທີ່ທັນສະໄໝມີກຳລັງການຜະລິດສູງ, ສີມືແຮງງານ ແລະ ວັດຖຸດິບຢູ່ພາຍໃນປະເທດ ແຕ່ປັດໄຈທີ່ຍັງຂາດແມ່ນທຶນໝູນວຽນມີໜ້ອຍບໍ່ພຽງພໍ ເພື່ອຊື້ວັດຖຸດິບປ້ອນເຂົ້າສູ່ການຜະລິດໃຫ້ເຕັມກຳລັງການຜະລິດຂອງໂຮງງານ ເພື່ອຜະລິດສົ່ງອອກຢ່າງຕໍ່ເນື່ອງ ແລະ ສົ່ງມອບໃຫ້ທັນເວລາແກ່ລູກຄ້າຕ່າງປະເທດ, ພ້ອມດຽວກັນນີ້ ກໍໄດ້ສະເໜີໃຫ້ລັດຖະບານຊ່ວຍແກ້ໄຂການເຂົ້າເຖິງແຫຼ່ງທຶນໝູນວຽນນຳທະນາຄານທຸລະກິດຂອງລັດ ໃນຮູບການແພັກກິ້ງແອລຊີ (LC) ເພື່ອເສີມສະພາບຄ່ອງໃຫ້ໂຮງງານຕົວແບບທີ່ເປັນໜໍ່ແໜງທີ່ດີແລ້ວໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ແກ້ໄຂບັນຫາທີ່ຕິດຂັດອື່ນໆໂດຍໄວ ເພື່ອບໍ່ໃຫ້ເສຍໂອກາດທາງການຄ້າ.

ຂະນະທີ່, ທ່ານ ສອນໄຊ ສີພັນດອນ ກໍໄດ້ສະແດງຄວາມຊົມເຊີຍຕໍ່ການຕັດສິນໃຈສູງຂອງໂຮງງານທີ່ສາມາດຜ່ານຜ່າອຸປະສັກຕ່າງໆຈົນກາຍເປັນໂຮງງານທັນສະໄໝ ແລະ ຖືກຄັດເລືອກໃຫ້ເປັນໂຮງງານຕົວແບບ ຊຶ່ງລັດຖະບານກໍເຫັນໄດ້ເຖິງຄວາມຈຳເປັນຂອງຜູ້ປະກອບການ ເພື່ອເຮັດແນວໃດໃຫ້ສາມາດສະໜອງສິນຄ້າໃຫ້ໄດ້ຕາມຄວາມຕ້ອງການຂອງຕະຫຼາດທີ່ມີຢູ່ ເພາະວ່າທຶນກໍເປັນປັດໄຈຕັດສິນເຮັດໃຫ້ທຸລະກິດສາມາດດຳເນີນຕໍ່ໄປໄດ້ ແລະ ຈະໄດ້ມີການສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຫາວິທີການແກ້ໄຂໂດຍໄວ.

ພ້ອມທັງແນະນຳໃຫ້ຜູ້ອຳນວຍການກຸ່ມບໍລິສັດອຸດສາຫະກຳເຟີນີເຈີລາວ ຈຳກັດ ສ້າງເປັນແຜນ ບົດວິພາກເສດ ຖະກິດ-ເຕັກນິກເປັນໂຄງປະກອບຢ່າງລະອຽດ ນັບແຕ່ຂັ້ນຕອນເລີ່ມແຕ່ຜູ້ປູກ, ການຕັດ, ຄ່າຂົນສົ່ງ, ຂະບວນ ການຜະລິດຕ່າງໆ, ລາຄາຜະລິດຕະພັນສຳເລັດຮູບ ແລະ ຕະຫຼາດຈຳໜ່າຍ ເພື່ອໃຫ້ໂຮງງານສາມາດແຂ່ງຂັນໄດ້ ໃນຕະຫຼາດຕ່າງປະເທດ ແລະ ເປັນບ່ອນອີງໃນການກຳນົດ ແລະ ຄວາມຈຳເປັນຂອງການໃຊ້ທຶນ.

ທີ່​ມາ: ມີ​ເດຍ​ລາວ Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...