ກອງປະຊຸມປຶກສາຫາຫລືການສົ່ງເສີມວິສາຫະກິດຂະໜາດນ້ອຍ-ກາງ ຕໍ່ການສົ່ງອອກ

ທີ່ ແຂວງ ອຸດົມໄຊ, ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ, ສຄອ ແຫ່ງຊາດລາວ,

ພາຍໃຕ້ການສະໜັບສະໜູນຈາກໂຄງການ ເຮວວີຕັດ ສະວິດເພື່ອການຮ່ວມມືສາກົນ ປະຈຳ ສປປລາວ ໄດ້ຈັດກອງປະຊຸມປຶກສາຫາຫລືການສົ່ງເສີມວິສາຫະກິດຂະໜາດນ້ອຍ-ກາງ ຕໍ່ການສົ່ງອອກ ໂດຍການເປັນປະທານຂອງ ທ່ານ ສາ ສິລິພົງ ຮອງຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ທອງອິນ ຄຳສົມປອງ ຮອງປະທານ ສຄອ ແຂວງ ອຸດົມໄຊ

ຈຸດປະສົງ ກອງປະຊຸມຄັ້ງນີ້ ແມ່ນເພື່ອນຳສະເໜີ ແລະ ສ້າງຄວາມເຂົ້າໃຈ, ກົນໄກການປະສານງານ, ນະໂຍບາຍ ການສົ່ງເສີມຂອງພາກລັດຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະລະບຽບການ ຂັ້ນຕອນ ສົ່ງເສີມຕໍ່ການເອື້ອອຳນວຍຄວາມສະດວກ ທາງດ້ານການຄ້າ, ການລົງທຶນ ແລະ ການສົ່ງອອກໃຫ້ແກ່ ວິສາຫະກິດຂະໜາດນ້ອຍແລະ ກາງ ເພື່ອສົ່ງສິນຄ້າ ແລະ ສົ່ງເສີມວຽກງານການຄ້າຊາຍແດນ ທີ່ຕິດພັນກັບຂໍ້ສະດວກ, ຫຸຍ້ງຍາກ ແລະ ທິດທາງການແກ້ໄຂໃຫ້ແກ່ຜູ້ປະກອບການ ເພື່ອປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ເພື່ອແນ່ໃສ່ການສົ່ງເສີມການສ້າງລາຍຮັບໃຫ້ແກ່ລັດກໍ່ຄືພາກທຸລະກິດ ຕໍ່ການພັດທະນາແບບຢືນຍົງ ແລະ ມີສ່ວນຮ່ວມ. ໃນທີ່ກອງປະຊຸມມີພາກສ່ວນທີ່ເຂົ້າຮ່ວມໄດ້ແກ່ ສຄອ ແຂວງ ຜົ້ງສາລີ, ຫຼວງນ້ຳທາ ແລະ ແຂວງ ອຸດົມໄຊ ແລະ ຕ່າງໜ້າຈາກພາກທຸລະກິດ ແລະ ເອກະຊົນ ໄດ້ແກ່ ພະແນກ ກະສິກຳ – ປ່າໄມ້, ພະແນກການຄ້າ ແຂວງ ມີຜູ້ເຂົ້າຮ່ວມທັງໝົດ 55 ທ່ານ.

ທີ່​ມາ: ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ແຫ່ງ​ຊາດ​ລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...